ເກືອບຄົບນຶ່ງປີ ຫຼັງຈາກທີ່ 36 ຄົນໄດ້ເສຍຊີວິດໃນເຫດການໄຟໄໝ້ຮ້າຍແຮງຢູ່ທີ່ຫ້ອງການແຕ້ມພາບເຄື່ອນໄຫວແຫ່ງນຶ່ງ ຊຶ່ງຕຳຫຼວດຂອງຍີ່ປຸ່ນ ໄດ້ຈັບກຸມຊາຍຜູ້ຕ້ອງສົງໄສຄົນນຶ່ງ ໃນການວາງເພີງ ຢ່າງເປັນທາງການ.
ຕຳຫຼວດນະຄອນກຽວໂຕ ໄດ້ອຸ້ມເອົາຊາຍອາຍຸ 42 ປີ ທີ່ຊື່ວ່າ ຊິນຈິ ອາໂອບາ ຂຶ້ນໃສ່ຕຽງຫາມ ຈາກໂຮງໝໍແຫ່ງນຶ່ງໃນວັນພຸດມື້ນີ້ ແລະໄດ້ນຳສົ່ງຜູ້ກ່ຽວໄປຍັງກົມຕຳຫຼວດເພື່ອການສອບສວນຕື່ມອີກ ກ່ຽວກັບການວາງເພີງ ແລະຂໍ້ກ່າວຫາຄາດຕະກຳ.
ພວກຄົນທີ່ເຫັນເຫດການ ໄດ້ກ່າວບອກຕຳຫຼວດວ່າ ທ້າວອາໂອບາ ໄດ້ບຸກເຂົ້າໄປຫ້ອງການແຕ້ມພາບເຄື່ອນໄຫວຂອງນະຄອນກຽວໂຕ ລາວໄດ້ລາດນ້ຳມັນໃສ່ພື້ນ ແລ້ວຈູດໄຟເຜົາ ໃນຂະນະທີ່ຮ້ອງອອກໄປວ່າ “ຕາຍສະ!” ອີງຕາມລາຍງານແລ້ວ ລາວໄດ້ວາງເພີງກໍເພາະວ່າ ລາວເຊື່ອວ່າຫ້ອງການດັ່ງກ່າວ ໄດ້ລັກກ່າຍເອົາໜັງສືນິຍາຍຂອງລາວ.
ການໂຈມຕີນັ້ນ ໄດ້ກາຍເປັນອາຊະຍາກຳທີ່ຮ້າຍແຮງທີ່ສຸດໃນຍີ່ປຸ່ນໃນຫຼາຍສິບປີຜ່ານມາ ແລະໄດ້ເຮັດໃຫ້ພວກແຟນໆກາຕູນພາບເຄື່ອນໄຫວໃນທົ່ວໂລກ ພາກັນຕື່ນຕົກໃຈ. ບໍລິສັດ Kyoto Animation ໄດ້ຜະລິດຮູບເງົາກາຕູນເຄື່ອນໄຫວ ແລະລາຍການຕ່າງໆສຳລັບໂທລະພາບ ຫຼາຍໆເລື້ອງຜ່ານມາ ທີ່ໄດ້ຮັບຄວາມນິຍົມຊົມຊອບຈາກບັນດາຜູ້ຊົມຂະໜາດໃຫຍ່ ທັງຢູ່ຍີ່ປຸ່ນ ແລະໃນສາກົນ.