ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາ ຈະຊ່ອຍເຫຼືອ ຫຼາຍຕື້ໂດລາ ແກ່ພາກຕາເວັນອອກກາງ


ນາຍົກລັດຖະມົນຕີຍີ່ປຸ່ນທ່ານ Shinzo Abe ແລະ ນາຍົກລັດຖະມົນຕີອີຈິບ ທ່ານ Ibrahim Mahlab ເຂົ້າຮ່ວມກອງປະຊຸມຂອງຄະນະນັກທຸລະກິດ ຍີ່ປຸ່ນ-ອີຈິບ ໃນນະຄອນຫລວງ Cairo ປະເທດອີຈິບ, ເມື່ອວັນເສົາ ທີ 17 ມັງກອນ 2015.
ນາຍົກລັດຖະມົນຕີຍີ່ປຸ່ນທ່ານ Shinzo Abe ແລະ ນາຍົກລັດຖະມົນຕີອີຈິບ ທ່ານ Ibrahim Mahlab ເຂົ້າຮ່ວມກອງປະຊຸມຂອງຄະນະນັກທຸລະກິດ ຍີ່ປຸ່ນ-ອີຈິບ ໃນນະຄອນຫລວງ Cairo ປະເທດອີຈິບ, ເມື່ອວັນເສົາ ທີ 17 ມັງກອນ 2015.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ໄດ້ໃຫ້ຄຳໝັ້ນ
ສັນຍາ ຈະໃຫ້ການຊ່ອຍເຫລືອ ທີ່ບໍ່ແມ່ນທາງທະຫານ 2 ພັນ
500 ລ້ານໂດລາ ແກ່ປະເທດ ຕ່າງໆໃນພາກຕາເວັນອອກກາງ
ໃນຂະນະທີ່ທ່ານເລີ້ມການຢ້ຽມຢາມຂົງເຂດ ດັ່ງກ່າວ ຢູ່ອີຈິບ
ແລະ ບັນດາປະເທດໃກ້ຄຽງ.

ໃນການຖະແຫຼງທີ່ນະຄອນໄຄໂຣໃນວັນເສົາວານນີ້ ຜູ້ນຳຂອງ
ຍີ່ປຸ່ນຍັງໄດ້ໃຫ້ ຄຳໝັ້ນສັນຍາ ເປັນເງິນ 200 ລ້ານໂດລາ ໃນ
ການຊ່ອຍເຫລືອ ທີ່ບໍ່ແມ່ນທາງທະຫານ ຕໍ່ບັນດາປະເທດທີ່ໄດ້
ຮັບຜົນກະທົບ ຈາກການຂະຫຍາຍເຂດຄວບຄຸມ ຂອງພວກຫົວ
ຮຸນແຮງລັດອິສລາມ ແບບນອງເລືອດຢູ່ໃນຂົງເຂດ.

ໃນການຖະແຫຼງຕໍ່ເຈົ້າໜ້າທີ່ລັດຖະບານ ແລະ ຜູ້ນຳທຸລະກິດຂອງຍີ່ປຸ່ນ ແລະອີຈິບ ນັ້ນ
ທ່ານ Abe ເວົ້າວ່າ ເງິນຈຳນວນດັ່ງກ່າວນີ້ ແມ່ນແນໃສ່ເພື່ອໃຫ້ການຊ່ອຍເຫລືອດ້ານ
ມະນຸດສະທຳ ແລະພັດທະນາໂຄງລ່າງພື້ນຖານ ໂດຍແນໃສ່ໝົດທັງ ຂົງເຂດ.

ທ່ານ Abe ກ່າວຕື່ມວ່າ “ຖ້າພວກເຮົາຫາກປະປ່ອຍໃຫ້ພວກກໍ່ການຮ້າຍ ແລະ
ອາວຸດທີ່ມີອະນຸພາບຮ້າຍແຮງ ແຜ່ກະຈາຍຢູ່ໃນຂົງເຂດແລ້ວ ການສູນເສຍທີ່ມີ
ຕໍ່ປະຊາຄົມນາໆຊາດ ແມ່ນຫຼວງຫຼາຍຈົນວັດແທກບໍ່ໄດ້.”

ນອກນັ້ນ ທ່ານ Abe ຍັງຈະໄປຢ້ຽມຢາມຈໍແດັນ ອິສຣາແອລ ແລະປາແລສ ໄຕນ໌ ເພື່ອໃຫ້ ການສະໜັບສະໜຸນ ຕໍ່ການເຈລະຈາສັນຕິພາບລະຫວ່າງອິສຣາແອລ ແລະ ປາແລສໄຕນ໌ ຊຶ່ງໄດ້ຕົກຢູ່ໃນສະພາບບໍ່ໄປບໍ່ມາ ໃນເວລານີ້.

JAPAN MIDEAST VIDEO
please wait
Embed

No media source currently available

0:00 0:00:27 0:00

XS
SM
MD
LG