ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກລັດຖະມົນຍີ່ປຸ່ນ ທ່ານ Shinzo Abe ຍຸບສະພາຕໍ່າ


ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe (ກາງ) ຟັງບັນດາ ຜູ້ແທນສະພາຕໍ່າ
ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe (ກາງ) ຟັງບັນດາ ຜູ້ແທນສະພາຕໍ່າ

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ​ໄດ້​ຍຸບ​ສະພາ​
ຕໍ່າ ເພື່ອ​ຕຽມຈັດການ​ເລືອກ​ຕັ້ງ ​ກ່ອນກຳນົດ ຊຶ່ງຄາດວ່າຈະ
ມີຂຶ້ນໃນວັນ​ທີ 14 ເດືອນທັນ​ວາ ຈະ​ມາ​ເຖິງ​ນີ້.

ການເຄື່ອນໄຫວ​ໃນ​ວັນ​ສຸກ​ມື້​ນີ້ ແມ່ນເບິ່ງກັນວ່າ ເປັນ​ການ​ພະ
ຍາຍາມເພື່ອເສີມ ຄວາມເຂັ້ມແຂງ ໃນການໃຫ້ຄວາມສະໜັບ
ສະໜຸນ ແກ່ລັດຖະບານທ່ານ Abe ຫລັງ​ຈາກ​ປະ​ເທດໄດ້ກ້າວ
ເຂົ້າ​ໄປ​ສູ່​ສະພາບ​ເສດຖະກິດ​ຕົກ​ຕ່ຳທີ​ບໍ່​ຄາດ​ຝັນ ໃນທ້າຍໄຕ​
ມາດ​ທີສາມ. ຍ້ອນຜົນ​ກະທົບທີ່ເຮັດໃຫ້ເສດຖະກິດ​ບໍ່​ດີນີ້ທ່ານ
Abe ​ຈຶ່ງໄດ້​ເລື່ອນ​ການ​ຂື້ນ​ພາສີ 10 ​ເປີ​ເຊັນອັນບໍ່​ເປັນທີ່​ນິຍົມ​
ນັ້ນ​ໄປ​ໃສ່ເດືອນ​ຕຸລາ​ໜ້າ.

ຜູ້ນຳ​ຍີ່ປຸ່ນ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະລາ​ອອກ ຖ້າ​ຫາກ​ພັກ​ຂອງ​ທ່ານ​ສູນເສຍ​ການກຳ
ສຽງ​ສ່ວນ​ຫລາຍ​ຢູ່​ໃນ​ສະພາ. ​ແຕ່​ບັນດາ​ນັກວິ​ເຄາະກ່າວ​ວ່າ ພັກເສລີ ປະຊາທິປັດ ມີ
ທ່າທາງວ່າ​ຍັງ​ຈະ​ຮັກສາ​ສຽງ​ສ່ວນຫຼາຍຢູ່ໃນສະພາໄວ້ໄດ້ຮ່ວມ ​ກັບພາຄີໃນລັດຖະບານ
ປະສົມ ນັ້ນກໍ​ພັກ Komeito.

JAPAN POLITICS VO
please wait
Embed

No media source currently available

0:00 0:00:29 0:00

XS
SM
MD
LG