ນັກຂ່າວວິດີໂອ ຍີ່ປຸ່ນ ຄົນນຶ່ງໄດ້ຖືກຄວບຄຸມຕົວໂດຍກອງກຳລັງຮັກສາຄວາມປອດໄພໃນ ມຽນມາ ໃນຂະນະທີ່ກຳລັງລາຍງານການປະທ້ວງການປົກຄອງລັດຖະບານທະຫານໃນເມືອງທີ່ໃຫຍ່ທີ່ສຸດຂອງປະເທດ, ອີງຕາມການກ່າວຂອງບັນດານັກເຄື່ອນໄຫວສະໜັບສະໜູນປະຊາທິປະໄຕໃນວັນອາທິດວານນີ້.
ທ້າວ ໂຕຣຸ ຄູໂບຕະ, ນັກຖ່າຍທຳສາລະຄະດີທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງ ໂຕກຽວ, ໄດ້ຖືກຈັບໃນວັນເສົາທີ່ຜ່ານມາໂດຍຕຳຫຼວດນອກເຄື່ອງແບບ ຫຼັງຈາກການປະທ້ວງກະທັນຫັນໃນນະຄອນ ຢາງກຸ້ງ, ອີງຕາມທ້າວ ຕິບ ໂຟນ, ຜູ້ນຳຂອງກຸ່ມການປະທ້ວງເຍົາວະຊົນປະຊາທິປະໄຕ ຢາງກຸ້ງ, ທີ່ໄດ້ຈັດການຊຸມນຸມນັ້ນ. ຄືກັບນັກເຄື່ອນໄຫວຫຼາຍຄົນ, ລາວໄດ້ໃຊ້ຊື່ປອມສຳລັບການປ້ອງກັນຕໍ່ພວກເຈົ້າໜ້າທີ່ກອງທັບ.
ກອງທັບບົກຂອງ ມຽນມາ ໄດ້ຍຶດອຳນາດໃນເດືອນກຸມພາປີກາຍນີ້ ດ້ວຍການຂັບໄລ່ລັດຖະບານທີ່ຖືກເລືອກຂອງທ່ານນາງ ອອງ ຊານ ຊູ ຈີ ແລະ ນັບຕັ້ງແຕ່ນັ້ນມາໄດ້ປາບປາມພວກຄັດຄ້ານລັດຖະບານຫົວຈັດ.
ອີງຕາມລາຍລະອຽດທັງໝົດທີ່ຖືກເກັບມາໄດ້ໂດຍສະມາຄົມການຊ່ວຍເຫຼືອນັກໂທດການເມືອງຂອງ ມຽນມາ ນັ້ນ, ພົນລະເຮືອນຢ່າງໜ້ອຍ 2,138 ຄົນໄດ້ຖືກຂ້າຕາຍໂດຍກອງກຳລັງຮັກສາຄວາມປອດໄພ ແລະ 14,917 ຄົນຖືກຈັບນັບຕັ້ງແຕ່ການເຂົ້າຄວບຄຸມຂອງກອງທັບ.
ເມື່ອອາທິດທີ່ຜ່ານມາ, ລັດຖະບານທະຫານໄດ້ກໍ່ໃຫ້ເກີດການຕຳໜິວິຈານຢ່າງຮຸນແຮງຈາກສາກົນ ຫຼັງຈາກໄດ້ປະກາດວ່າພວກເຂົາໄດ້ແຂວນຄໍນັກເຄື່ອນໄຫວສີ່ຄົນທີ່ຖືກຕັດສິນມີຄວາມຜິດ ກ່ຽວກັບ ລັດທິກໍ່ການຮ້າຍໃນການດຳເນີນຄະດີລັບ.
ທ້າວ ຕິບ ໂຟນ ໄດ້ກ່າວຕໍ່ອົງການຂ່າວ AP ວ່າຜູ້ປະທ້ວງສອງຄົນໃນການເດີນຂະບວນຂອງວັນເສົາທີ່ຜ່ານມານັ້ນກໍຖືກຈັບ ແລະ ຖືກຄວບຄຸມຕົວໃນສະຖານີຕຳຫຼວດເມືອງ. ການຈັບກຸມດັ່ງກ່າວຍັງຖືກລາຍງານໂດຍກຸ່ມຕໍ່ຕ້ານລັດຖະບານອື່ນໆອີກຫຼາຍກຸ່ມ.
ຮອງເລຂາຄະນະລັດຖະມົນຕີຂອງ ຍີ່ປຸ່ນ ທ່ານ ເຊອິຈິ ກິຮາຣະ ໄດ້ກ່າວໃນວັນຈັນວານນີ້ວ່າ “ຜູ້ຊາຍ ຍີ່ປຸ່ນ ອາຍຸຊາວປີກວ່າ ໄດ້ຖືກຈັບໃນວັນເສົາທີ່ຜ່ານມາ ໃນຂະນະທີ່ກຳລັງຖ່າຍທຳການປະທ້ວງໃນນະຄອນ ຢາງກຸ້ງ ແລະ ວ່ານັບຕັ້ງແຕ່ນັ້ນມາລາວໄດ້ຖືກຄວບຄຸມຕົວໂດຍຕຳຫຼວດໃນທ້ອງຖິ່ນ. ທ່ານ ກິຮາຣະ ໄດ້ກ່າວວ່າບັນດາເຈົ້າໜ້າທີ່ສະຖານທູດ ຍີ່ປຸ່ນ ໄດ້ຂໍການປ່ອຍຕົວຂອງລາວກ່ອນກຳນົດ, ໃນຂະນະດຽວກັນ “ເຮັດໃຫ້ດີທີ່ສຸດ” ເພື່ອຄວາມປອດໄພຂອງລາວ ແລະ ການເກັບກຳຂໍ້ມູນ.