ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີໃຕ້ ປະທ້ວງ ຍີ່ປຸ່ນ (ວີດິໂອ)


ລັດຖະມົນຕີການເງິນຂອງຍີ່ປຸ່ນ ທ່ານTaro Aso (ທີ 2 ຈາກຂວາ) ກົ້ມຫົວ ຄໍານັບ ໃນວັດ Yasukuni Shrine ໃນ Tokyo, ວັນທີ 21 ເມສາ 2013.
ລັດຖະມົນຕີການເງິນຂອງຍີ່ປຸ່ນ ທ່ານTaro Aso (ທີ 2 ຈາກຂວາ) ກົ້ມຫົວ ຄໍານັບ ໃນວັດ Yasukuni Shrine ໃນ Tokyo, ວັນທີ 21 ເມສາ 2013.
ນັກ​ການ​ທູດຂັ້ນ​ສູງ​ສຸດຂອງ​ເກົາຫຼີ​ໃຕ້​ໄດ້​ຍົກ​ເລີກ​ການ​ເດີນທາງ​ຢ້ຽມຢາມ ກຸງ ​ໂຕ​ກຽວ ຢ່າງ​ເປັນ​ທາງ​ການ ​ ​ໃນ​ອາທິດ​ນີ້ ຫຼັງ​ຈາກ​ທີ່ ນາຍົກລັດຖະມົນຕີຂອງ​ຍີ່ປຸ່ນ​ໄດ້​ບໍລິຈາກເງິນ​ໃຫ້​ແກ່ວັດ​ແຫ່ງ​ນຶ່ງ​ທີ່​ສ້າງ​ຂຶ້ນ​ເພື່ອ​ໃຫ້​ກຽດ​ແກ່​ທະຫານ​ໃນ​ປາງ​ສົງຄາມ ​ແລະເຈົ້າ​ໜ້າ​ທີ່​ຂັ້ນ​ສູງ 3 ຄົນໃນ​ຄະນະ​ລັດຖະບານ​ຍີ່​ປຸ່ນ ໄດ້​ໄປ​ກາບ​ໄຫວ້ສະ​ແດງ​ຄວາມ​ເຄົາລົບຢູ່ວັດແຫ່ງນັ້ນ.

ໂຄສົກ​ ກະຊວງການ​ຕ່າງປະ​ເທດ​ ເກົາຫຼີ​ໃຕ້ ທ່ານ ChoTai-
young ​ໄດ້​ອອກ​ຖະ​ແຫລ​ງການ​ປະ​ທ້ວງ ​ແລະ​ກ່າວ​ວ່າ:

“ທາງ​ລັດຖະບານ​ເກົາຫຼີ​ໃຕ້ ຂໍ​ສະ​ແດງ​ ຄວາມ​ເປັນ​ຫ່ວງ
ແລະ​ ເສຍ​ໃຈຢ່າງ​ເລິກ​ເຊິ​ງທີ່​ ນາຍົກລັດຖະມົນຕີຂອງ​ຍີ່ປຸ່ນໄດ້​ບໍລິຈາກ​ເງິນ​ໃຫ້​ວັດ Yasukuni ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານອັນ​ໂຮມ​ທັງ​ຮອງ​ນາຍົກລັດຖະມົນຕີ ​
ໄດ້​ພາກັນ​ໄປຢ້ຽມ​ວັດ​ແຫ່ງ​ນັ້ນ ຊຶ່ງ​ເປັນ​ສັນຍາ​ລັກ ​ໂອ້​ອວດ ສົງ​ຄາມ​ຮຸກ​ຮານ​ຂອງ
ຍີ່​ປຸ່ນ ທີ່​ໄດ້​ສ້າງ​ຄວາມ​ສູນ​ເສຍ ​ແລະຄວາມເຈັບປວດ​ ຢ່າງ​ຫລວງຫລາຍ​ ໃຫ້​ແກ່​ປະຊາຊົນ​ຂອງ​ປະ​ເທດ​ເພື່ອນ​ບ້ານ​ ​ແລະ ເທີ​ດທູນໃຫ້​ກຽດ​ແກ່​ອາ​ຊະ​ຍາກ​ອນສົງ
ຄາມ​ຂອງ​ຍີ່ປຸ່ນນັ້ນ.”


ໂຄສົກເກົາຫລີ​ໃຕ້​ຍັງ​ຮຽກຮ້ອງ​ຢ່າງ​ແຂງຂັນ​ໃຫ້​ທາງ​ລັດຖະບານ​ຍີ່ປຸ່ນຢຸດ​ເຊົາຢ່າງ​ຮີບດ່ວນ​
ໃນ​ອັນ​ທີ່​ເອີ້ນ​ວ່າ​ “ນິ​ໄສ​ຂອງການ​ປະພຶດ ທີ່​ບໍ່​ເອົາ​ຫົວຊາຕໍ່​ປະຫວັດສາດ​ນັ້ນ.”

ທາງ​ການ​ເກົາຫຼີ​ໃຕ້ ​ໄດ້​ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ລັດຖະມົນຕີ​ການ​ຕ່າງປະ​ເທດ​ທ່ານ Yun
Byung-se ​ໄດ້​ມີແຜນການຈະ​ໄປ​ຢ້ຽມຢາມໂຕ​ກຽວ ​ເພື່ອ​ສົນທະນາ​ເລື້ອງ​ທິດ​ທາງ​ຂອງ
ຄວາມ​ສໍາພັນ​ສອງ​ກໍ້າ​ສອງ​ຝ່າ​ຍກັບ​ຍີ່ປຸ່ນ, ​ແຕ່ກໍ​ໄດ້​ຍົກ​ເລີ​ກການ​ຢ້ຽມຢາມ​ຄັ້ງ​ນີ້​ ເພື່ອ​ປະ
​ທ້ວງ​ ​ຫຼັງ​ຈາກ​ທີ່​ ​ເຈົ້າ​ໜ້າ​ຂັ້ນ​ສູງທີ່ 3 ທ່ານ​ຂອງ​ຍີ່ປຸ່ນ​ໄດ້​ໄປ​ກາບ​ໄຫວ້​ທີ່ວັດ Yasukuni ​
ເມື່ອ​ບໍ່​ເທົ່າ​ໃດ​ວັນ​ຜ່ານ​ມາ​ນີ້.

ວັດ Yasukuni ​ໃນ​ກຸງ​ໂຕ​ກຽວ ​ແມ່ນອະນຸສາ​ວະ​ລີ ທີ່ໃຫ້ກຽດ​ແກ່​ບັນດາ​ທະຫານຍີ່ປຸ່ນ
ທີ່​ສະລະ​ຊີວິດ​ເພື່ອ​ຊາດ ຊຶ່ງ​ໂຮມ​ທັງຜູ້​ນໍາສະ​ໄໝ​ສົງຄາມ 14 ຄົນ​ທີ່​ໄດ້ຖືກ​ສານ​ອາ​ຊະ​ຍາ​
ກໍາ​ສົງຄາມຕັດສິນ ​ວ່າ​ມີ​ຄວາມ​ຜິດ​ໃນ​ການ​ກໍ່​ອາຊະຍະ​ກໍາ​ສົງຄາມ​ ຫລັງ​ຈາກ​ສົງຄາມ​
ໂລກ​ຄັ້ງ​ທີ 2 ນັ້ນ. ການ​ຢ້ຽມຢາມວັດ Yasukuni ຂອງ​ທາງ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ
ຍີ່ປຸ່ນ​ ​ໄດ້​ສືບ​ຕໍ່​ສ້າງ​ຄວາມບໍ່ພໍ​ໃຈແຄ້ນ​ເຄືອງ​ ​ໃຫ້​ແກ່​ບັນດາ​ປະ​ເທດ​ເພື່ອນ​ບ້ານໃນເອ​ເຊຍ.

ໂຄສົກກະຊວງຕ່າງປະເທດເກົາຫລີໃຕ້ ອ່ານສານປະທ້ວງ:

ເບິ່ງວິດີໂອ ກ່ຽວກັບຍີ່ປຸ່ນ
please wait

No media source currently available

0:00 0:00:55 0:00
XS
SM
MD
LG