ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໒ ເມສາ ໒໐໒໓

ປະຊາຊົນ ໃນເກາະນຶ່ງ ຂອງຍີ່ປຸ່ນ ພາກັນຍົກຍ້າຍໜີ ຫຼັງຈາກ ພູໄຟລະເບີດ


ພາບນຶ່ງຈາກກ້ອງບັນທຶກພາບ ຂອງອົງການອຸຕຸນິຍົມວິທະຍາຍີ່ປຸ່ນ ສະແດງໃຫ້ເຫັນ ການລະເບີດ ຂອງພູໄຟ Shindake ຢູ່ທີ່ ເກາະ Kuchinoerabujima, ໃນເຂດ Kagoshima ທາງພາກຕາເວັນຕົກສຽງໃຕ້ຂອງຍີ່ປຸ່ນ, ວັນທີ 29 ພຶດສະພາ 2015.

ບັນດາ​ເຈົ້າໜ້າ​ທີ່ ຍີ່​ປຸ່ນ​ໄດ້​ແຈ້ງ​ໃຫ້​ປະຊາຊົນທີ່ເກາະ
Kuchinoerabu ທີ່ຢູ່​ຫ່າງ​ໄກ​ສອກຫລີກ ທາງ​ພາກ​ໃຕ້
ຂອງ​ປະ​ເທດ ​ໃຫ້​ຍົກຍ້າຍອອກໜີ​ ຫຼັງຈາກ​ພູ​ໄຟ Shindake
​ໄດ້​ລະ​ເບີດ​ຂຶ້ນຢ່າງ​ຮຸນ​ແຮງ.

ອົງການ​ອຸຕຸນິຍົມ​ວິທະຍາຍີ່​ປຸ່ນ ກ່າວ​ວ່າ ​ບໍ່ມີລາຍ​ງານວ່າ
​ມີຜູ້ໃດໄດ້ຮັບ​ບາດ​ເຈັບ ຫຼັງຈາກ​ພູ​ໄຟ​ໄດ້​ລະ​ເບີດ​ຂຶ້ນ ​ເມື່ອ
​ປະມານ 10 ​ໂມງ​ເຊົ້າ ຂອງເວລາທ້ອງຖິ່ນ ຊຶ່ງກົງ​ກັບ 1 ​ໂມງ​ເຊົ້າຕາມເວລາມາດຕະຖານສາກົນ ຂອງວັນ​ສຸກ​ມື້​ນີ້ ໂດຍ
ສົ່ງຄວັນ​ໝອກໜາສີດຳ ພຸ່ງຂຶ້ນສູ່ທ້ອງຟ້າ ສູງ​ເຖິງ 9,000 ​ແມັດ
​ແລະພາໃຫ້ມີ​ແກັສຮ້ອນໆ ພ້ອມດ້ວຍຫີນໄຫ​ລ ລົງ​ມາ​ຕາມ
​ຈ້າຍ​ພູ​ ​ສູ່​ທະ​ເລ.

​ເກາະ​ດັ່ງກ່າວ ມີ​ພົນລະ​ເມືອງ ພຽງ​ປະມານ 140 ຄົນ ​ແລະ ທາງ​ອອກ​ທາງ​ດຽວ​ ຂອງ
​ພວກ​ເຂົາ​ເຈົ້າ ກໍ​ແມ່ນທາງ​ເຮືອເທົ່າ​ນັ້ນ.

ພູ​ໄຟ Shindake ລະ​ເບີດ​ຂຶ້ນຄັ້ງຫຼ້າສຸດ ເມື່ອລະດູຮ້ອນ​ປີ 2014 ​ແລະ ​ແມ່ນ​ຢູ່​ພາຍ​ໃຕ້
ການ​ເຕືອນ​ໃຫ້​ລະມັດລະວັງ ​ໃນລະດັບທີ 3 ​ ຂອງເຄື່ອງວັດແທກທີ່ມີແຕ່ນຶ່ງ ຫາ ຫ້າຂັ້ນ
ແລະ​ການເຕືອນແມ່ນໄດ້ ເລື່ອນຂຶ້ນເປັນລະດັບ​ທີ 5 ຫລັງ​ຈາກ​ເກີ​ດລະ​ເບີດ​ແລ້ວ.

Japan Volcano
please wait
Embed

No media source currently available

0:00 0:00:49 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG