ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເສັ້ນ​ຕາຍ ​​ທີ່ຮຽກຮ້ອງ​ ໃຫ້ຍີ່ປຸ່ນ ຈ່າຍຄ່າໄຖ່ 200 ລ້ານ​ໂດ​ລາ ຜ່ານໄປແລ້ວ


ນາງ Junko Ishido ແມ່ຂອງນັກໜັງສືພິມຍີ່ປຸ່ນ ທ້າວ Kenji Goto ທີ່ຖືກຈັບເປັນໂຕປະກັນ.
ນາງ Junko Ishido ແມ່ຂອງນັກໜັງສືພິມຍີ່ປຸ່ນ ທ້າວ Kenji Goto ທີ່ຖືກຈັບເປັນໂຕປະກັນ.

ເສັ້ນ​ຕາຍ ທີ່ຮຽກຮ້ອງ​ໃຫ້ຍີ່ປຸ່ນ ​ມອບ​ເງິນ 200 ລ້ານ​ໂດ​ລາ ​ໃຫ້
​ແກ່​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ເພື່ອແລກກັບການປ່ອຍຊາວ
ຍີ່ປຸ່ນສອງ​ຄົນ ​ໄດ້ໝົດ​ກຳນົດ​ລົງ​ແລ້ວ.

ຍັງ​ບໍ່​ມີ​ຂ່າວຄາວໃດໆໃນທັນທີເທື່ອ ​ໃນ​ວັນ​ສຸກ​ມື້​ນີ້ ກ່ຽວ​ກັບ​ຊາ
ຕາກຳ​ຂອງ​ຜູ້​ຊາຍ​ທັງ​ສອງ.

​ໃນ​ຕອ​ນ​ເຊົ້າ​ວັນ​ສຸກ​ມື້​ນີ້ ​ແມ່​ຂອງ​ຜູ້​ຊາຍ​ຄົນນຶ່ງ ທີ່​ຖືກ​ຈັບເປັນ​ໂຕ
​ປະກັນ ​ໂດຍ​ພວກ​ຫົວ​ຮຸນ​ແຮງ ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ຍີ່ປຸ່ນ
ຈ່າຍເງິນ​ຄ່າ​ໄຖ່ ​ໃຫ້ແກ່ ພວກ​ຫົວ​ຮຸນ​ແຮງລັດອິສລາມ ​ເພື່ອຊ່ວຍ
ຊີວິດ​ລູກ​ຊາຍ​ຂອງ​ນາງ​ໄວ້.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ເສັ້ນ​ຕາຍ​ຜ່ານ​ໄປ ນາງ Junko Ishido ​ແມ່​ຂອງ​ທ້າວ Kenji
Goto ​ໄດ້​ຮ້ອງ​ຂໍໃຫ້​ລັດຖະບານ ຈ່າຍ​ເງິນຄ່າໄຖ່ 200 ລ້ານ​ໂດ​ລາ.

ນາງ Junko Ishido ກ່າວ​ວ່າ “​ເວລາ​ກຳລັງ​ໝົດ​ລົງ​. ກະລຸນາ ລັດຖະບານ​ຍີ່ປຸ່ນ ຊ່ວຍ​ກູ້
ເອົາ​ຊີວິດ​ລູກ​ຊາຍຂອງ​ ຂ້າ​ພະ​ເຈົ້າດ້ວຍ.”

ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໄດ້​ນຳອອກເຜີ​ຍ​ແຜ່ວິ​ດີ​ໂອ ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ ກ່າວ
​ວ່າ ​ເຂົາ​ເຈົ້າ​ຈະ​ສັງຫານ​ຜູ້ຊາຍ​ທັງ​ສອງຄືທ້າວ Goto ​ແລະ Haruna Yukawa ນອກຈາກ
ວ່າ​ຍີ່ປຸ່ນຈ່າຍ​ເງິນ​ພາຍ​ໃນ 72 ຊົ່ວ​ໂມງ ​ໂດຍ​ເອົາການ​ຂົ່ມ ຂູ່​ທີ່ວ່າ ຍີ່ປຸ່ນ​ໃຫ້ການ​ສະໜັບ
ສະໜູນ ​ໃນ​ຄວາມ​ພະຍາຍາມເພື່ອ​ຕໍ່ສູ້​ກັບ​ກຸ່ມ​ດັ່ງ ກ່າວ ໄປເປັນເງື່ອນໄຂ.

​ແມ່​ຂອງ ທ່ານ Goto ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ລູກ​ຊາຍ​ຂອງ​ນາງ​ ເປັນ​ເພື່ອນ​ມິດ​ກັບ​ອິສລາມ
ທີ່​ໄດ້​ອຸທິດ​ຊີວິດ ​ຊ່ວຍ​ເຫລືອ​ພວກ​ເດັກນ້ອຍ ​ຢູ່​ໃນ​ເຂດ​ສົງຄາມ.

ນາງ Junko Ishido ກ່າວ​ວ່າ “ຂ້າພະ​ເຈົ້າ ຢາກ​ບອກ​ທຸກໆ​ຄົນ ຢູ່ກຸ່ມລັດ​ອິສລາມ ຮູ້​ວ່າ
Kenji ບໍ່​ແມ່ນ​ສັດ​ຕູ​ຂອງລັດ​ອິສລາມ.”

ລັດຖະມົນຕີ ຕ່າງປະ​ເທດ ທ່ານ Fumio Kishida ກ່າ​ວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ຍີ່ປຸ່ນ ​ໄດ້​ທຳ
​ຄວາມ​ພະຍາຍາມທຸກ​ຢ່າງ ​ເພື່ອ​ຊ່ວຍໃຫ້ມີ​ການ​ປ່ອຍ​ໂຕ​ປະກັນ ​ແຕ່​ວ່າ ​ຈະ​ບໍ່​ຍອມແພ້​ໃຫ້
​ແກ່ພວກ​ກໍ່​ການ​ຮ້າຍ.

ທ່ານ Kishida ເວົ້າວ່າ “ນະ​ໂຍບາຍ​ຂອງ​ພວກ​ເຮົາ​ຍັງ​ຄົງ​ເດີມ ທີ່​ພວກ​ເຮົາ​ຈະ​ບໍ່​ຍອມ​ໃຫ້
​ແກ່​ພວກກໍ່​ການ​ຮ້າຍ ​ແລະ​ຈະ​ປະ​ຕິບັດ​ງານ​ຮວມກັນ​ກັບ​ບັນ​ດາ​ປະ​ເທດ ທີ່​ກ່ຽວຂ້ອງ ໃນ​
ການ​ຕໍ່ສູ້​ຕ້ານພວກຫົວຮຸນ​ແຮງ.”

ທ່ານ Yoshihide Suga ຫົວໜ້າກອງເລຂາປະຈຳຄະນະ​ລັດຖະບານ ຍີ່ປຸ່ນ ກ່າວ​ວ່າ
ຍີ່ປຸ່ນ ກຳລັງ​ເຮັດທຸກ​ສິ່ງທຸກ​ຢ່າງເທົ່າ​ທີ່​ສາມາດ​ເຮັດໄດ້ ​ເພື່ອ​ໃຫ້ປ່ອຍ​ໂຕ​ຜູ້​ຊາຍ​ທັງ
ສອງຄົນນີ້.

ISLAMIC STATE JAPAN VOSOTVO
please wait

No media source currently available

0:00 0:00:56 0:00

XS
SM
MD
LG