ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຍີ່ປຸ່ນ ຈະຊ່ວຍເຫຼືອ ລາວ ພັດທະນາ ເຂດເທດສະບານ ແຂວງ ສະຫວັນນະເຂດ


ພິທີເຊັນລົງນາມ ລະຫວ່າງລາວແລະຍີ່ປຸ່ນ ເພື່ອການພັດທະນາ ເຂດເສດຖະກິດພິເສດ ສະຫວັນ-ເຊໂນ
ພິທີເຊັນລົງນາມ ລະຫວ່າງລາວແລະຍີ່ປຸ່ນ ເພື່ອການພັດທະນາ ເຂດເສດຖະກິດພິເສດ ສະຫວັນ-ເຊໂນ
ບໍລິສັດ​ເອກ​ກະ​ຊົນ​ຍີ່ປຸ່ນ​ຈະ​ໃຫ້ການ​ຊ່ວຍ​ເຫຼືອ​ທາງ​ການ​ລາວ
​ໃນ​ການ​ສຶກສາ​ ເພື່ອ​ການ​ພັດທະນາ​ ແລະ​ການວາງ​ແຜນ​ຜັງ​
ເມືອງ​ໃໝ່​ໃນ​ເຂດ​ເທດສະບານແລະ​ເຂດ​ເຊ​ໂນ​ເມືອງ​ໃໝ່ ໃນ​
ແຂວງ​ສະຫວັນ​ນະ​ເຂດ.

ລິງໂດຍກົງ

ກຸ່ມ​ບໍລິສັດ Nikken Sekkei ຈາກ​ປະ​ເທດ​ຍີ່ປຸ່ນ ຊຶ່ງ​ເປັນ​ບໍລິສັດ​ເອກ​ກະ​ຊົນ​ທີ່​ມີ​ຄວາມ​ຊໍານານ​ໃນ​ການວາງ​ແຜນ ​ແລະ​ອອກ​ແບບ​ການ​ພັດທະນາ​ເຂດ​ເມືອງ​ໃໝ່​ໃນ​ລະດັບ​ສາ ກົນ ​ໄດ້​ສົ່ງ​ຄະນະ​ຜູ້ຕາງໜ້າ​ຂອງ​ບໍລິສັດ​ໄປ​ນໍາ​ສະ​ເໜີແຜນການ​ພັດທະນາ​ເຂດ​ເມືອງ​ຕໍ່​ທ່ານ ສຸພັນ ​ແກ້ວ​ມີ​ໄຊ ເຈົ້າ​ແຂວງ ​ແລະ​ເລຂາ​ພັກ​ແຂວງ​ສະຫວັນ​ນະ​ເຂດ ຢ່າງ​ເປັນ​ທາງ​ການ​ເມື່ອບໍ່ດົນ​ມາ​ນີ້.

​ໂດຍ​ການ​ນໍາ​ສະ​ເໜີ​ດັ່ງກ່າວ ທາງ​ກຸ່ມ​ບໍລິສັດ Nikken Sekkei ​ໄດ້​ໃຫ້​ຄວາມ​ສໍາຄັນ​
ເປັນ​ພິ​ເສດ​ ທີ່​ຈະ​ໃຫ້ການ​ຊ່ວຍ​ເຫຼືອ​ທາງ​ການ​ແຂວງ​ສະຫວັນ​ນະ​ເຂດ​ໃນ​ການ​ສຶກສາ​
ເພື່ອການວາງ​ແຜນຜັງ​ ແລະ​ການ​ພັດທະນາ​ເຂດ​ເມືອງ​ໃໝ່​ໃນ 2 ພື້ນ​ທີ່ດ້ວຍ​ກັນ ກໍ​ຄື​
ເຂດ​ເທດສະບານ​ແຂວງສະຫວັນ​ນະ​ເຂດ ​ແລະ​ເຂດ​ເຊ​ໂນ​ເມືອງ​ໃໝ່ ທີ່​ຕັ້ງ​ຢູ່​ໃນ​ເຂດ​
ເມືອງ​ອຸທຸມພອນ ​ເນື່ອງ​ຈາກ​ເຫັນວ່າ​ ທັງ 2 ພື້ນ​ທີ່​ດັ່ງກ່າວ​ຈະ​ມີ​ຄວາມສໍາຄັນ ຢ່າງ​ຍິ່ງ​ຕໍ່​
ການ​ພັດທະນາ​ ທາງ​ເສດຖະກິດ ລະຫວ່າງ​ລາວ​ກັບປະ​ເທດ​ເພື່ອນ​ບ້ານ​ ໃນ​ເຂດ​ລຸ່ມ​ແມ່​
ນໍ້າຂອງ ​ໃນ​ອະນາຄົດ.

​ເພາະສະ​ນັ້ນ ຈຶ່ງມີ​ຄວາມ​ຈໍາ​ເປັນ​ຢ່າງ​ຍິ່ງ ທີ່​ຈະ​ຕ້ອງ​ທໍາ​ການ​ສຶກສາ​ເພື່ອ​ວາ​ງ​ແຜນການ​ພັດທະນາ​ທັງ​ສອງ​ເຂດດັ່ງກ່າວນີ້​ ຢ່າງ​ລະອຽດ​ແລະ​ຮອບດ້ານ ​ໂດຍ​ທີ່​ສໍາຄັນ​ ກໍ​ຄື​ການ ວາງ​ແຜນ ການຈັດ​ສັນ​ແລະ​ການ​ນໍາ​ໃຊ້​ທີ່​ດິນ ​ເຊັ່ນ​ການຈັດ​ສັນ​ເຂດ​ສະຖານ​ທີ່​ບໍລິການ​ສາທາລະນະ ​ເຂດການ​ຄ້າ​ໃນ​ຕົວ​ເມືອງ ​ເຂດ​ການ​ຄ້າ​ຢູ່​ແຄມ​ນໍ້າຂອງ ​ເຂດ​ອາຄານ​ສູງ ​ເຂດ​ທີ່​ພັກ​ອາ​ໄສ ​ເຂດບ້ານ​ຈັດ​ສັນ​ຄົບ​ວົງ​ຈອນ ​ເຂດ​ການ​ສຶກສາ ​ເຂດ​ໂຮງງານ ​ແລະ​ເຂດ​ສູນ​ວິ​ໄຈ​ຄົ້ນຄວ້າ​ເປັນຕົ້ນ​.

ທັງ​ນີ້​ໂດຍ​ສໍາລັບ​ແຜນການ​ພັດທະນາ​ ໃນ​ເຂດ​ເທດສະບານ​ແຂວງ​ສະຫວັນ​ນະ​ເຂດ​ນັ້ນ ຈະ​ມີ​ເນື້ອ​ທີ່​ກວ້າງ​ກວ່າ 7,000 ​ເຮັກ​ຕ້າ ສ່ວນ​ຢູ່​ເຂດ​ເຊ​ໂນ​ເມືອງ​ໃໝ່​ນັ້ນ ຈະ​ມີ​ເນື້ອ​ທີ່​ປະ
ມານ 300 ​ເຮັກ​ຕ້າ ​ໂດຍ​ຄາດ​ວ່າ ທາງ​ການ​ແຂວງ​ສະ​ຫວັນນະ​ເຂດ ຈະ​ລົງ​ນາມ​ໃນ​ຂໍ້​ຕົກ
ລົງ​ຕາມ​ການສະ​ເໜີ​ຂອງ​ກຸ່ມ​ບໍລິສັດ Nikken Sekkei ດັ່ງກ່າວໃນ​ໝໍ່ໆ​ນີ້ ​ເນື່ອງ​ຈາກ​ການ​ພັດທະນາ​ທັງ​ສອງເຂດ​ດັ່ງກ່າວ​ນີ້ ຖື​ເປັນ​ສ່ວນ​ສໍາຄັນ​ຂອງ​ການ​ພັດທະນາ​ເຂດ​ເສດ ຖະກິດ​ພິ​ເສດ​ສະຫວັນ-​ເຊ​ໂນ ທີ່ບໍລິສັດ​ເອກ​ກະ​ຊົນ​ຍີ່ປຸ່ນ​ໄດ້​ເຂົ້າມາ​ລົງທຶນ ​ຫຼາຍ​ຂຶ້ນນັບ​ມື້​ນັ້ນ​ເອງ.

ກ່ອນ​ໜ້າ​ນີ້ ອົງການ ​ການຄ້າ​ຕ່າງປະ​ເທດ​ແຫ່ງ​ຍີ່ປຸ່ນ (JETRO) ກໍ​ລາຍ​ງານ​ວ່າ​ບໍລິສັດ ​
ເອກ​ກະ​ຊົນຂອງ​ຍີ່ປຸ່ນ ​ຈະ​ພາກັນ​ຍ້າຍ​ຖານ​ການ​ລົງທຶນ​ຈາກ​ຈີນ ​ແລະ​ໄທ ​ເຂົ້າມາ​ໃນ​ລາວ​ຫຼາຍຂຶ້ນ ​ໃນລະຍະ​ຕໍ່​ໄປ​ນີ້ ​ໂດຍ​ມີ​ສາ​ເຫດ​ຈາກ​ຄ່າ​ແຮງ​ງານ​ທີ່​ປັບ​ຕົວ​ສູງ​ຂຶ້ນຢ່າງຕໍ່​ເນື່ອງຢູ່​ໃນ​ປະ​ເທດ​ຈີນ. ສ່ວນ​ຢູ່​ໃນ​ໄທ ກໍ​ມີ​ທັງ​ບັນຫາ​ໄພ​ນໍ້າ​ຖ້ວມ ​ແລະ​ບັນຫາ​ຂັດແຍ້​ງ
ທາງ​ການ​ເມືອງ.

ທ່ານ Abe ນາຍົກລັດຖະມົນຕີຍີ່ປຸ່ນ ຕອນ ຢ້ຽມຢາມລາວ
ທ່ານ Abe ນາຍົກລັດຖະມົນຕີຍີ່ປຸ່ນ ຕອນ ຢ້ຽມຢາມລາວ

ເພື່ອ​ເປັນ​ການ​ຕຽມພ້ອມ​ ຮອງ​ຮັບ​ການ​ເຂົ້າມາ​ລົງທຶນ​ໃນ​
ລາວຂອງ​ບັນດາ​ບໍລິສັດ​ເອກ​ກະ​ຊົນ​ຍີ່ປຸ່ນດັ່ງກ່າວ ອົງການ
JETRO ກໍ​ມີ​ກໍານົດ​ການ​ທີ່​ຈະ​ເປີດ​ສໍານັກງານ​ປະ​ຈໍາ​ລາວ
​ຢູ່​ນະຄອນ​ວຽງ​ຈັນ ​ໃນ​ຕົ້ນ​ປີ 2014 ຊຶ່ງ​ຖື​ວ່າ​ເປັນ​ສ່ວນ​ນຶ່ງ
​ຂອງ​ການ​ຕົກລົງ​ຮ່ວມ​ມື​ໃນ​ຫຼາຍ​ໆ​ດ້ານ ທີ່​ໄດ້​ມີ​ຂຶ້ນ​ໃນ​ໂອ
ກາດທີ່​ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ​ເດີນ
ທາງ​ຢ້ຽມຢາມ​ລາວ ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ພະຈິກ
2013 ທີ່​ຜ່ານ​ມາ ດັ່ງ​ທີ່​ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກລັດ
ຖະມົນຕີ​ລາວ ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ:

“ສອງ​ຝ່າຍ​ໄດ້​ເຫັນ​ດີ​ທີ່​ຈະ​ເປີດ​ຫ້ອງການ​ຜູ້ຕາງໜ້າ ອົງການ​ການ​ຄ້າ​ສາກົນ JETRO ທີ່​ນະຄອນຫຼວງ​ວຽງ​ຈັນ ​ໃນ​ໄວໆ​ນີ້ ຍີ່ປຸ່ນ​ໄດ້​ຢັ້ງ​ຢືນ​ທີ່​ຈະ​ສືບຕໍ່​ໃຫ້
ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ທຶນຮອນ ​ເພື່ອ​ຂະຫຍາຍ​ອາຄານ​ໂດຍສານ​ຂອງ​
ສະໜາມ​ບິນ​ວັດໄຕ ລະຍະ 3 ​ແລະ​ໂຄງການ​ເງິນ​ກູ້​ຢືມ​ດອກ​ເບ້ຍ​ຕໍ່າ ​ເພື່ອ​
ຫຼຸດຜ່ອນ​ຄວາມທຸກ​ຍາກ.”


ຂະ​ແໜງ​ການ​ທີ່ ​ບັນດາບໍລິສັດ​ເອກ​ກະ​ຊົນ​ຍີ່ປຸ່ນ​ໄດ້​ໃຫ້​ຄວາມ​ສົນ​ໃຈ ​ທີ່​ຈະ​ເຂົ້າມາລົງທຶນ​
ໃນ​ລາວ​ຫຼາຍ​ທີ່​ສຸດ​ນັ້ນ ກໍ​ຄື​ພາກ​ການ​ກະ​ເສດ ​ແລະ​ອຸດສາຫະກໍາແປ​ຮູບ​ສິນຄ້າ​ກະ​ເສດ
ຕິດຕາມ​ດ້ວຍ​ພາກ​ພະລັງງານ ການ​ສຶກສາ ສາທາລະນະ​ສຸກ ການ​ຂຸດ​ຄົ້ນ​ແຮ່​ທາດ ແລະ
​ພາກບໍລິ​ການ​ຕາມ​ລໍາດັບ. ​

ໂດຍ​ລ່າ​ສຸດ ກໍ​ໄດ້​ມີ​ການ​ຮ່ວມ​ລົງທຶນ​ພັດທະນາເຂດ​ເສດຖະກິດ​ພິ​ເສດ ສະຫວັນ-​ເຊໂນ
ລະຫວ່າງ​ບໍລິສັດ​ເຂດ​ເສດຖະກິດ​ພິ​ເສດ​ພະນົມ​ເປັນຈໍາກັດ ຂອງ​ເອກ​ກະ​ຊົນຍີ່ປຸ່ນ ກັບ​ບໍ
ລິສັດ​ນໍ້າ​ທາ​ກໍ່ສ້າງ​ຂົວ​ທາງ​ຈໍາກັດ ​ແລະ​ອົງການຄຸ້ມ​ຄອງ​ເຂດ​ເສດຖະກິດ​ພິ​ເສດ ສະຫວັນ
-​ເຊ​ໂນ ທີ່ສ້າງ​ຕັ້ງ​ເປັນ​ບໍລິສັດ​ຮ່ວມ​ລົງທຶນ​ທີ່​ໃສ່​ຊື່ວ່າ​ ບໍລິສັດ​ສະຫວັນ-​ຍີ່ປຸ່ນ​ຮ່ວມ​ພັດທະນາ​
ຈໍາກັດ ​ເພື່ອ​ຮອງ​ຮັບການ​ລົງທຶນ​ຂອງ​ບັນດາ​ບໍລິສັດ​ເອກ​ກະ​ຊົນ​ຈາກ​ຍີ່ປຸ່ນ​ເປັນ​ສໍາຄັນ ຊຶ່ງ
​ໃນ​ນີ້ ກໍ​ລວມ​ເຖິງ​ບໍລິສັດ Nikon, ບໍລິສັດ Log-Item ​ແລະ​ບໍລິສັດ TOYOTA ດ້ວຍ.
XS
SM
MD
LG