ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍີ່ປຸ່ນສົ່ງທູດ ກັບຄືນໄປເກົາຫຼີໃຕ້ ຫລັງຈາກຮຽກໂຕຄືນ ອາທິດແລ້ວນີ້


ເກາະທີ່ເນບັນກາຜິດຖຽງກັນ ທີ່ຍີ່ປຸ່ນເອີ້ນ ວ່າ ເກາະ Takeshima ແລະ ເກົາຫຼີໃຕ້ເອີ້ນວ່າ Dokdo.
ເກາະທີ່ເນບັນກາຜິດຖຽງກັນ ທີ່ຍີ່ປຸ່ນເອີ້ນ ວ່າ ເກາະ Takeshima ແລະ ເກົາຫຼີໃຕ້ເອີ້ນວ່າ Dokdo.
ຍີ່ປຸ່ນ ໄດ້ສົ່ງເອກອັກຄະລັດຖະທູດຂອງຕົນ ກັບຄືນໄປເກົາຫຼີໃຕ້
ນຶ່ງອາທິດຫຼັງຈາກໄດ້ເອີ້ນທ່ານກັບຄືນປະເທດ ລຸນຫຼັງທີ່ບັນຫາ
ຂັດແຍ້ງກ່ຽວກັບເລື່ອງໝູ່ເກາະ ໄດ້ເພີ່ມທະວີຄວາມຮຸນແຮງຂຶ້ນ
ລະຫວ່າງສອງປະເທດເພື່ອນບ້ານ ເອເຊຍນັ້ນ.

ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ທ່ານ Koichiro Gemba
ໄດ້ກ່າວໃນວັນພຸດມື້ນີ້ວ່າ ເອກອັກຄະລັດຖະທູດ Masatoshi
Muto ຈະກັບຄືນໄປກຸງ Seoul ເພື່ອຊ່ອຍຈັດແຈງຫາທາງແກ້ໄຂ
ກ່ຽວກັບບັນຫາຂັດແຍ້ງໃນເລື່ອງໝູ່ເກາະທີ່ເອີ້ນກັນວ່າ
Takeshima ໃນຍີ່ປຸ່ນ ແລະ Dokdo ໃນເກົາຫຼີໃຕ້.

ກຸງໂຕກຽວ ໄດ້ເອີ້ນເອກອັກຄະລັດຖະທູດກັບຄືນປະເທດ
ໃນອາທິດແລ້ວນີ້ ເພື່ອປະທ້ວງ ຕໍ່ການເດີນທາງໄປຍັງ
ເກາະຍຸດທະສາດດັ່ງກ່າວຂອງປະທານາທິບໍດີເກົາຫຼີໃຕ້ທ່ານ Lee Myung-bak ຊຶ່ງ
ເປັນທີ່ຄາດຄິດກັນວ່າ ຫ້ອມລ້ອມໄປດ້ວຍແຫຼ່ງພະລັງງານສຳຮອງນັ້ນ.

ໃນວັນອັງຄານວານນີ້ ທາງຝ່າຍເກົາຫຼີໃຕ້ ບໍ່ໄດ້ໃຫ້ຄວາມສຳຄັນຕໍ່ການສະເໜີຂອງຝ່າຍ
ຍີ່ປຸ່ນ ທີ່ຈະຍື່ນຟ້ອງບັນຫາຂັດແຍ້ງທີ່ມີມາເປັນເວລາຫຼາຍທົດສະວັດຕໍ່ສານໂລກ.

ນອກຈາກວ່າ ທັງ 2 ຝ່າຍສາມາດຕົກລົງກັນໄດ້ ສານໂລກກໍຈະບໍ່ເປີດການດຳເນີນ
ຄະດີນີ້. ບັນຫາຂັດແຍ້ງດັ່ງກ່າວ ຍັງເປັນອັນຕະລາຍ ຕໍ່ການເຈລະຈາລະຫວ່າງນາຍົກ ລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda ແລະປະທານາທິບໍດີເກົາຫຼີໃຕ້ ທ່ານ Lee Myung-bak ທີ່ກຳນົດຈະມີຂຶ້ນເດືອນໜ້ານີ້ ຢູ່ຂ້າງນອກກອງປະຊຸມຂອງອົງການຮ່ວມມື
ເສດຖະກິດແຫ່ງຂົງເຂດເອເຊຍ-ປາຊີຟິກ ຫຼື APEC.
XS
SM
MD
LG