ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພະເຈົ້າຈັກກະພັດ ອະ​ກິ​ຮິ​ໂຕະ ແຫ່ງ​ຍີ່ປຸ່ນ ​ຈະສະເດັດ ​ລົງຈາກ​ບັນລັງ ໃນ 2019


ພະເຈົ້າຈັກກະພັດອະ​ກິ​ຮິ​ໂຕະ (Akihito) ຂອງ​ຍີ່ປຸ່ນ (ຊ້າຍ) ແລະພະມະເຫສີ ມິຊິໂກະ (Michiko) ຊົງສະເດັດໄປຍັງອະສອນສະຖານ ລະນຶກເຖິງ ທ່ານ ຟ້ານ ໂບຍເຈົາ ( Phan Boi Chau) ຜູ້ຮັກຊາດຫວຽດນາມ (ລະຫວ່າງປີ 1867-1940) ທີ່ຕັ້ງຢູ່ໃນນະຄອນໂຮ່ຈີມິງ ທີ່ໄດ້ປຸກລະດົມໃຫ້ມີສາຍສໍາພັນ ອັນແໜ້ນແກ່ນ ກັບຍີ່ປຸ່ນ ເພື່ອກອບກູ້ເອົາເອກະລາດມາໃຫ້ຫວຽດນາມ
ພະເຈົ້າຈັກກະພັດອະ​ກິ​ຮິ​ໂຕະ (Akihito) ຂອງ​ຍີ່ປຸ່ນ (ຊ້າຍ) ແລະພະມະເຫສີ ມິຊິໂກະ (Michiko) ຊົງສະເດັດໄປຍັງອະສອນສະຖານ ລະນຶກເຖິງ ທ່ານ ຟ້ານ ໂບຍເຈົາ ( Phan Boi Chau) ຜູ້ຮັກຊາດຫວຽດນາມ (ລະຫວ່າງປີ 1867-1940) ທີ່ຕັ້ງຢູ່ໃນນະຄອນໂຮ່ຈີມິງ ທີ່ໄດ້ປຸກລະດົມໃຫ້ມີສາຍສໍາພັນ ອັນແໜ້ນແກ່ນ ກັບຍີ່ປຸ່ນ ເພື່ອກອບກູ້ເອົາເອກະລາດມາໃຫ້ຫວຽດນາມ

ພະເຈົ້າຈັກກະພັດອະ​ກິ​ຮິ​ໂຕະ (Akihito) ຂອງ​ຍີ່ປຸ່ນ ​ຈະສະເດັດ​ລົງຈາກ​ບັນລັງ
ຄຣິສຊານ​ເທ​ມໍາ (Chrysanthemum) ​ໃນ​ວັນ​ທີ 30 ​ເມສາປີ 2019 ອີງຕາມຄຳ
ປະກາດຂອງລັດ ຖະບານ​ຍີ່ປຸ່ນ ​ໃນ​ວັນ​ສຸກມື້ນີ້.

ອົງ​ມົງ​ກຸດຣາຊະກຸມານ ນາຣູຮິ​ໂຕະ (Naruhito) ຊຶ່ງ​ເປັນພະຣາຊະໂອຣົດອົງ​ກົກ
ຂອງ​ພະ​ອົງ ​ຈະ​ຂຶ້ນຄອງ​ບັນລັງ​ແທນ.

ສະພາຣາຊະ​ການ​ຂອງ​ຈັກກະພັດ ​ໄດ້​ທໍາ​ການ​ຕັດສິນ​ໃຈກ່ຽວກັບ​ວັນ​ເວລາ ​ໃນ​ການ
ລົງ​ຈາກ​ບັນລັງ​ຂອງ​ພະ​ອົງ ​ໃນວັນ​ສຸກມື້ນີ້.

ປີ​ກາຍ​ນີ້ ພະເຈົ້າຈັກກະພັດ​ຊົງ​ຕັດວ່າ ພະ​ອົງ​ຊົງ​ຊະລາ​ ​ແລະ​ອ່ອນ​ເພຍລົງ​ໄປຫລາຍ
ຈົນ​ຈະ​ບໍ່ສາມາດປະຕິບັດ​ພາລະ​ກິດ​ຂອງ​ພະ​ອົງ​ໄດ້.

ພະເຈົ້າຈັກກະພັດ ອະ​ກິ​ຮິ​ໂຕະ (Akihito) ຊົງ​ກ່າວ​ໃນ​ປີ 2016 ຢູ່​ໃນການໃຫ້ພະຣາ
ຊະໂອວາດ ​ຕໍ່ປວງ​ຊົນ​ທັງ​ຊາດ​ ໂດຍ​ຜ່ານ​ທາງ​ໂທລະພາບວ່າ "​ເມື່ອພິຈາລະນາ​ເຖິງ
​ລະດັບ​ຄວາມແຂງ​ແຮງ​ຂອງ​ພະ​ອົງ​ເຮົາ ທີ່ນັບ​ມື້ນັບ​ຫລຸດ​ລົງແລ້ວ ພະອົງເຮົາ​ມີ​ຄວາມ
​ເປັນ​ຫ່ວງ​ວ່າ ມັນ​ຈະ​ເຮັດ​ໃຫ້​ພະ​ອົງເຮົາມີ​ຄວາມ​ຫຍຸ້ງຍາກ​ ໃນການປະຕິບັດ​ພາລະ​ກິດ
​ຂອງຕົນ ​ໃນ​ຖານະເປັນປະ ມຸກ​ຂອງ​ຊາດ​ໄດ້ ຢ່າງ​ເຕັມ​ສ່ວນ​ເໝືອນດັ່ງ​ທີ່ພະ​ອົງ​ເຮົາໄດ້​
ປະຕິບັດ​ມາ​ຈົນ​ຮອດ​ດຽວນີ້."

​ໃນ​ຊຸມ​ປີໝໍ່ໆມານີ້ ພະເຈົ້າຈັກກະພັດໄດ້​ຜ່າຕັດ​ຫົວ​ໃຈ, ​ເປັນ​ໂຣກຫລອດລົມອັກ​ເສບ
​ແລະ​ໄດ້​ມີ​ການ​ປິ່ນປົວ​ໂຣກມະ​ເຮັງ​ຕ່ອມນ້ຳກາມ.

ນິຕິ​ກໍາ​ທີ່​ໄດ້​ຮັບ​ຜ່ານ​ໃນ​ຕົ້ນປີນີ້ ​ອະນຸຍາດໃຫ້​ມີ​ການ​ສະຫລະ​ຣາຊະບັນ​ລັງ​ຂອງພະເຈົ້າ​
ຈັກກະພັດໄດ້ ​ແຕ່​ວ່າ ສໍາລັບ​ກໍານົດ​ເວລາ​ໃນ​ການປະຕິບັດ​ເຊັ່ນ​ນັ້ນ​ແມ່ນ​ຂຶ້ນກັບສະພາ
ຣາຊະ​ການ​ຂອງ​ຈັກກະພັດ ທີ່ຢູ່​ພາຍ​ໃຕ້​ການ​ເປັນ​ປະທານ ​ຂອງ​ນາຍົກລັດຖະມົນຕີ
ຊິນ​ໂຊ ອາເບະ (Shinzo Abe).

ພະເຈົ້າຈັກກະພັດ Akihito ຈະ​ເປັນ​ຈັກກະພັດອົງ​ທໍາ​ອິດ​ທີ່​ສະ​ລະຣາຊະ​ບັນລັງ
ຄຣິສຊານ​ເທ​ມໍາ (Chrysanthemum)​ ໃນ​ຮອບ 200 ປີຜ່ານມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Japanese Emperror Akihito
please wait

No media source currently available

0:00 0:00:49 0:00

XS
SM
MD
LG