ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໒ ມິຖຸນາ ໒໐໒໕

ຈັກກະພັດ ຍີ່ປຸ່ນ ຊົງປາໄສ ອ້າງເຫດຜົນ ເພື່ອສະຫຼະບັນລັງ


ຈໍໂທລະພາບ ສະແດງໃຫ້ເຫັນ ຈັກກະພັດ ຍີ່ປຸ່ນ ຊົງກ່າວຄຳປາ
ໄສໃນນະຄອນຫຼວງ ໂຕກຽວ. 8 ສິງຫາ 2016.
ຈໍໂທລະພາບ ສະແດງໃຫ້ເຫັນ ຈັກກະພັດ ຍີ່ປຸ່ນ ຊົງກ່າວຄຳປາ ໄສໃນນະຄອນຫຼວງ ໂຕກຽວ. 8 ສິງຫາ 2016.

ພະເຈົ້າຈັກກະພັດ Akihito ຂອງຍີ່ປຸ່ນ ໄດ້ຊົງໃຫ້ພະຣາຊະໂອວາດ ທີ່ບໍ່ຄອຍມີເລື້ອຍໆ ຜ່ານທາງໂທລະພາບ ຕໍ່ປະເທດຊາດ ໃນວັນຈັນມື້ນີ້ ເພື່ອໃຫ້ເຫດຜົນວ່າ ພະອົງຈະຊົງ ສະລາເກີນໄປ ແລະ ຈະຊົງອ່ອນເພຍເກີນໄປ ທີ່ຈະປະຕິບັດພາລະກິດຕ່າງໆຂອງພະອົງ ໄດ້.

ພະອົງ ຊົງຕັດວ່າ “ເວລາ ຂ້າພະເຈົ້າ ມາພິຈາລະນາເບິ່ງແລ້ວເຫັນວ່າ ລະດັບພະລັງສຸ ຂະພາບຂອງຂ້າພະເຈົ້າ ອ່ອນເພຍລົງເລື້ອຍໆ ຂ້າພະເຈົ້າເກີດຄວາມເປັນຫ່ວງເປັນ ໃຍວ່າ ມັນອາດຈະເປັນການລຳບາກ ສຳລັບຂ້າພະເຈົ້າ ທີ່ຈະປະຕິບັດພາລະກິດຕ່າງໆ ໄດ້ເພື່ອເປັນສັນຍະລັກຂອງປະເທດດ້ວຍຊີວິດຈິດໃຈທັງໝົດ ດັ່ງທີ່ຂ້າພະເຈົ້າໄດ້ປະ ຕິບັດມາ ຈົນເຖິງປັດຈຸບັນນີ້.”

ຜູ້ຊາຍຄົນໜຶ່ງ ຢືນກົ້ມຄຳນັບ ຫໍພະລາຊະວັງ ຈັກກະພັດ ໃນຂະນະທີ່ກຳລັງຟັງການກ່າວຂອງ ຈັກກະພັດ Akihito ໃນນະຄອນຫຼວງ ໂຕກຽວ. 8 ສິງຫາ 2016.
ຜູ້ຊາຍຄົນໜຶ່ງ ຢືນກົ້ມຄຳນັບ ຫໍພະລາຊະວັງ ຈັກກະພັດ ໃນຂະນະທີ່ກຳລັງຟັງການກ່າວຂອງ ຈັກກະພັດ Akihito ໃນນະຄອນຫຼວງ ໂຕກຽວ. 8 ສິງຫາ 2016.

ລາຍງານເວົ້າວ່າ ສຸຂະພາບຂອງເຈົ້າຈັກກະພັດ Akihito ທີ່ຊົງພັນສາ ໄດ້ 82 ປີ ແມ່ນ ຫລຸດນ້ອຍຖອຍລົງ. ໃນສອງສາມປີບໍ່ດົນມານີ້ ພະອົງ ໄດ້ຮັບການຜ່ານຕັດຫົວໃຈ ຫຼອດ ລົມປອດອັກເສບ ແລະ ໄດ້ຮັບການຮັກສາປິ່ນປົວ ສຳລັບໂຣກມະເຮັງໃນລຳໃສ້ໃຫຍ່.

ກະສັດ Akihito ຈະບໍ່ສາມາດສະຫຼະບັນລັງຂອງພະອົງໄດ້ ຍ້ອນກົດໝາຍພາຍໃນວັງ ທີ່ ລະບຸວ່າ ການສືບທອດຈັກກະພັດ ບໍ່ສາມາດເກີດຂຶ້ນໄດ້ຈົນກວ່າຈະມີການສະຫວັນນະ ຄົດຂອງກະສັດ.

ເຈົ້າຈັກກະພັດ Akihito ບໍ່ໄດ້ຊົງຕັດໄປເຖິງ ການແນະນຳໃຫ້ລັດຖະສະພາປ່ຽນແປງກົດ ໝາຍ ຍ້ອນວ່າ ພະອົງ ບໍ່ປະສົງຢາກໃຫ້ຖືກມອງເຫັນວ່າ ເຂົ້າໄປແຊກແຊງໃນການເມືອງ ຂອງປະເທດ.

ທ່ານ Hosaka Yuji ທີ່ມະຫາວິທະຍາໄລ Sejong ໃນນະຄອນຫຼວງໂຊລ ໄດ້ກ່າວວ່າ “ພະອົງໄດ້ຂໍຮ້ອງໃຫ້ປະຊາຊົນຍີ່ປຸ່ນ ເຫັນອົກເຫັນໃຈພະອົງໃນສະພາບການອັນນີ້. ສານຂອງພະອົງ ບໍ່ໄດ້ເປັນຜົນກະທົບທາງການເມືອງໃດໆ ຫຼື ກະທົບດ້ານການທູດ ເລີຍ.”

ການຢັ່ງຫາງສຽງຄວາມຄິດເຫັນຂອງຊາວຍີ່ປຸ່ນ ສະແດງໃຫ້ເຫັນວ່າ 80 ຫາ 90 ເປີເຊັນ ຂອງມະຫາຊົນ ສະໜັບສະໜູນ ການປ່ຽນແປງກົດໝາຍ ເພື່ອຈະໃຫ້ກະສັດ ສາມາດສະ ລະບັນລັງໄດ້.

ແຕ່ພວກທີ່ນິຍົມແນວທາງດັ່ງເດີມ ບາງສ່ວນ ຢູ່ໃນລັດຖະບານປະສົມ ຂອງນາຍົກລັດຖະ ມົນຕີ Shinzo Abe ແມ່ນບໍ່ເຕັມໃຈທີ່ຈະເປີດທາງໃຫ້ມີການອະພິປາຍ ກ່ຽວກັບເລື່ອງດັ່ງ ກ່າວ ຍ້ອນວ່າ ຂະບວນການນັ້ນ ອາດນຳສະເໜີ ການປ່ຽນແປງອື່ນຂຶ້ນມາ ທີ່ພວກເຂົາ ເຈົ້າຄັດຄ້ານຢ່າງແຮງກ້າ ເຊັ່ນການອະນຸຍາດໃຫ້ພວກແມ່ຍິງ ສືບທອດບັນລັງໄດ້.

XS
SM
MD
LG