ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເສດ​ຖະ​ກິດ​ຂອງ​ຍີ່​ປຸ່ນ ແມ່ນ​​ປະ​ສົບ​ກັບ​ຊ່ວງ​ທີ່ຂີ້​ຮ້າຍ​ສຸດ​ໃນ​ຮອບ 4 ​ປີ ຜ່ານ​ມາ​


ແມ່​ຍິງ​ຜູ້​ນຶ່ງ ຍ່າງ​ຜ່ານ​ປ້າຍຕະ​ຫຼາດຮຸ້ນ​ ທີ່​ເປັນ​ເອ​ເລັກ​ໂທ​ຣ​ນິກ ຂອງ​ບໍ​ລິ​ສັດ​ຮັກ​ສາ​ຄວາມ​ປອດ​ໄພ ທີ່​ໂຕ​ກຽວ, 1 ກຸມ​ພາ 2016.
ແມ່​ຍິງ​ຜູ້​ນຶ່ງ ຍ່າງ​ຜ່ານ​ປ້າຍຕະ​ຫຼາດຮຸ້ນ​ ທີ່​ເປັນ​ເອ​ເລັກ​ໂທ​ຣ​ນິກ ຂອງ​ບໍ​ລິ​ສັດ​ຮັກ​ສາ​ຄວາມ​ປອດ​ໄພ ທີ່​ໂຕ​ກຽວ, 1 ກຸມ​ພາ 2016.

ເສດ​ຖະ​ກິດ​ຂອງ​ຍີ່​ປຸ່ນ ແມ່ນ​ຢຸດຢູ່ໃນອັດຕາ 2.5 ເປີ​ເຊັນ ໃນ​ໄຕ​ມາດ ທີ 3 ຂອງ​ປີ​ນີ້,
ເດືອນກໍ​ລະ​ກົດ ເຖິງ​ເດືອນ​ກັນ​ຍາ ​ເປັນ​ໄລຍະ​ທີ່​ຂີ້​ຮ້າຍ​ສຸດ​ໃນ​ຮອບ​ປີ 4 ຜ່ານ​ມາ​ນີ້.

ສະ​ຖິ​ຕິ​ທີ່​ດັດ​ແກ້ ທີ່​ນຳ​ອອກ​ເຜີຍ​ແຜ່ ໃນ​ວັນ​ຈັນ​ມື້​ນີ້ ແມ່ນ​ມີ​ຫຼາຍກວ່າ​ສອງ​ເທົ່າ ຈາກ​ການ
​ເລີ້ມ​ຕົ້ນ ທີ່​ຄາດ​ໄວ້​ໃນອັດຕາ 1.2 ເປີ​ເຊັນ.

ການ​ຫຼຸດ​ລົງ​ນີ້​ແມ່ນ​ສ່ວນ​ນຶ່ງ​ຂອງ​ການ​ຂັບ​ເຄື່ອນ​ຈາກ​ໄພ​ທຳ​ມະ​ຊາດ ທີ່​ກະ​ທົບ​ຍີ່​ປຸ່ນ,
ທີ່​ບັງ​ຄັບ​ໃຫ້​ອຸດ​ສາ​ຫະ​ກຳ ທີ່​ຈະ​ຕັດ​ການ​ຜະ​ລິດ ແລະ​ສົ່ງ​ເສີມ​ການ​ທີ່​ຜູ້​ອຸບ​ປະ​ໂພກ​ທີ່
​ຮຽກ​ຮ້ອງ​ໜ້ອຍ​ລົງ ແລະ​ການ​ລົງ​ທຶນ​ຂອງ​ບໍ​ລິ​ສັດ. ທີ່​ການ​ຂະ​ຫຍາຍທີ່​ໜ້ອຍ​ລົງ ສະ​ຫະ​
ລັດແລະ​ຈີນ ປະ​ຕິ​ເສດ​ທີ່​ວ່າ ຕົນ​ມີ​ສ່ວນ​ຕໍ່ຜົນກະ​ທົບ​ໃນເສດ​ຖະ​ກິດ​ຂອງ​ຍີ່​ປຸ່ນ.

ຜົນ​ຜະ​ລິດ​ຮວມ​ພາຍ​ໃນ ແມ່ນ​ມີ​ຍອດ​ຮວມ​ຂອງ​ສິນ​ຄ້າ​ແລະ​ການ​ໃຫ້​ບໍ​ລິ​ການຂອງ​ປະ​ເທດ
ຍັງຫຼຸດ​ລົງ 0.6 ເປີ​ເຊັນ ໃນ​ໄຕ​ມາດ​ທີ 3 ຖ້າ​ປຽບ​ທຽບ​ໃ​ສ່ອັນ​ກ່ອນ​ໜ້າ​ນີ້ ອີງ​ຕາມ​ສະ​ຖິ​ຕິ
ທີ່​ນຳ​ອອກ​ເຜີຍ​ແຜ່ ໃນ​ຫ້ອງ​ການລັດ​ຖະ​ບານ.

ເສດ​ຖະ​ກິດ, ເຖິງ​ຢ່າງ​ນັ້ນ​ກໍ​ຕາມ, ກ່າວ​ວ່າ ການ​ຖອຍ​ຫຼັງ​ນີ້ ສຳ​ລັບ ເສດ​ຖະ​ກິດ​ທີ່​ໃຫຍ່​ທີ 3
ຂອງ​ໂລກ ແມ່ນ​ເປັນ​ພຽງ​ສະພາບການ​ຊົ່ວ​ຄາວ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG