ບໍລິສັດ Apple ໄດ້ເສຍໄຊ ໃນຮອບຫຼ້າສຸດ ຂອງການຕໍ່ສູ້ດ້ານກົດໝາຍລະດັບໂລກ ກັບບໍລິດສັດ Samsung ຂອງເກົາຫລີໃຕ້ ທີ່ເປັນຄູ່ແຂ່ງ.
ສານຍີ່ປຸ່ນແຫ່ງນຶ່ງ ໄດ້ຕັດສິນໃນວັນສຸກນີ້ວ່າ ບໍລິສັດ Samsung ບໍ່ໄດ້ລັກຂະ ໂມຍເອົາເທັກໂນໂລຈີ ທີ່ໃຊ້ຢູ່ໃນ iPhone ແລະ iPads ຂອງບໍລິສັດ Apple ເພື່ອມາຜະລິດໂທລະສັບ smartphone ຮຸ້ນ Galaxy ແລະຄອມພິວເຕີ້ tablet ຂອງຕົນ.
ບໍລິສັດ Samsung ຊົມເຊີຍກັບການປະຕິເສດຂອງສານນະຄອນຫຼວງໂຕກຽວ ຕໍ່ການກ່າວອ້າງຂອງບໍລິສັດ Apple ໂດຍກ່າວວ່າ ມັນໃຫ້ການຢືນຢັນຕໍ່ “ທ່າທີ່ມີມາອັນຍາວນານຂອງຕົນ” ທີ່ວ່າຜະລິດຕະພັນຂອງຕົນບໍ່ໄດ້ລະເມີດຊັບສິນ ທາງດ້ານເທັກໂນໂລຈີຂອງບໍລິສັດ Apple. ບໍລິສັດ Apple ຍັງບໍ່ທັນໄດ້ໃຫ້ ຄວາມເຫັນໃດໆເທື່ອ ກ່ຽວກັບ ການຕັດຄັ້ງນີ້.
ການຕັດສິນໄດ້ມີຂື້ນນຶ່ງອາທິດຫລັງຈາກບໍລິສັດ Apple ທີ່ມີຫ້ອງການຢູ່ລັດ ຄາລີຟໍ
ເນຍ ໄດ້ຊະນະ 1 ພັນລ້ານໂດລາໃນຄວາມເສຍຫາຍທີ່ທາງບໍລິສັດດັ່ງ ກ່າວໄດ້ຮັບ ຫລັງຈາກສານສະຫະລັດພົບວ່າ ບໍລິສັດ Samsung ໄດ້ລອກ ແບບເອົາຈຸດສໍາຄັນຂອງໂທລະສັບ iPhone.