ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດເອກະຊົນຍີ່ປຸ່ນ ສົນໃຈທີ່ຈະຂະຫຍາຍ ການລົງທຶນໃນລາວ ໃຫ້ຫຼາຍຂຶ້ນ


ທາງການລາວ ຈັດກິດຈະກຳຕ່າງໆ ເພື່ອເຜີຍແຜ່ ແນະນຳນະໂຍບາຍຕ່າງໆ ຂອງລັດຖະບານໃຫ້ນັກລົງທຶນຍີ່ປຸ່ນ.
ທາງການລາວ ຈັດກິດຈະກຳຕ່າງໆ ເພື່ອເຜີຍແຜ່ ແນະນຳນະໂຍບາຍຕ່າງໆ ຂອງລັດຖະບານໃຫ້ນັກລົງທຶນຍີ່ປຸ່ນ.

ບໍລິສັດເອກະຊົນຍີ່ປຸ່ນ ສົນໃຈທີ່ຈະຂະຫຍາຍການລົງທຶນໃນລາວ ໃຫ້ຫຼາຍຂຶ້ນໃນ 11 ພາກການຜະລິດສິນຄ້າ ແລະແນໃສ່ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ໃຫ້ໄດ້ມາດຕະຖານສາກົນດ້ວຍ.

ການປຶກສາຫາລືວຽກງານດ້ານການລົງທຶນເພື່ອແກ້ໄຂບັຍຫາທີ່ຕິດພັນກັບການດຳເນີນ ທຸລະກິດຂອງຍີ່ປຸ່ນໃນລາວ ໄດ້ຈັດຂຶ້ນຢ່າງເປັນທາງການ ເມື່ອບໍ່ນານມານີ້ ຢູ່ນະຄອນ ຫຼວງວຽງຈັນ ໂດຍມີ ທ່ານທາເຄຊິ ຮິກິຮາຣາ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການ ກະຊວງແຜນການ ແລະການລົງ ທຶນ ເປັນປະທານຮ່ວມກັນ ໃນການປຶກສາຫາລືຄັ້ງນີ້ ຊຶ່ງຝ່າຍຍີ່ປຸ່ນໄດ້ໃຫ້ການຢືນຢັນວ່າ ບໍລິສັດເອກະຊົນຍີ່ປຸ່ນ ມີຄວາມສົນໃຈທີ່ຈະຂະຫຍາຍການລົງທຶນໃນລາວ ຫຼາຍຂຶ້ນ ແລະ ໃຫ້ມີຈັງຫວະກ້າວທີ່ວ່ອງໄວກວ່າເກົ່າ.

ພິທີລົງນາມ ລະຫວ່າງ ຄະນະປະຈຳສະພາແຫ່ງຊາດ ແລະບໍລິສັດ ບໍລິການດ້ານການທີ່ປຶກສາ ຂອງຍີ່ປຸ່ນ ກ່ຽວກັບລາຍລະອຽດ ການອອກແບບ ອາຄານສະພາແຫ່ງຊາດ ຫຼັງໃໝ່
ພິທີລົງນາມ ລະຫວ່າງ ຄະນະປະຈຳສະພາແຫ່ງຊາດ ແລະບໍລິສັດ ບໍລິການດ້ານການທີ່ປຶກສາ ຂອງຍີ່ປຸ່ນ ກ່ຽວກັບລາຍລະອຽດ ການອອກແບບ ອາຄານສະພາແຫ່ງຊາດ ຫຼັງໃໝ່

ຫາກແຕ່ວ່າ ລັດຖະບານລາວ ຈະຕ້ອງເພີ່ີມຄວາມພະຍາຍາມໃຫ້ຫຼາຍຂຶ້ນ ເພື່ອສ້າງສະ ພາບທີ່ເອື້ອອຳນວຍຕໍ່ການລົງທຶນຂອງຍີ່ປຸ່ນ ໂດຍສະເພາະກໍແມ່ນການພັດທະນາພື້ນ ຖານໂຄງລ່າງໃຫ້ຫຼາຍຂຶ້ນ ແລະການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ ຕາມຄວາມຕ້ອງການຂອງບັນດາບໍລິສັດເອກະຊົນຍີ່ປຸ່ນ.

ທັງນີ້ໂດຍບັນດາບໍລິສັດເອກະຊົນຍີ່ປຸ່ນ ໄດ້ໃຫ້ຄວາມສົນໃຈເປັນພິເສດ ກ່ຽວກັບການ ພັດທະນາ ແລະການຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ໃນລາວ ໂດຍເຖິງຂະໜາດທີ່ໄດ້ວາງເປົ້າໝາຍໄວ້ວ່າ ການລົງທຶນຂອງບັນດາບໍລິສັດ ເອກະຊົນຍີ່ປຸ່ນໃນລາວ ຈະຕ້ອງກ້າວຂຶ້ນເປັນຜູ້ລົງທຶນລາຍໃຫຍ່ອັນດັບທີ 4 ໃຫ້ໄດ້ ພາຍໃນ ປີ 2016 ນີ້ ຊຶ່ງກໍຈະເຮັດໃຫ້ການລົງທຶນຂອງຍີ່ປຸ່ນໃນລາວ ເປັນຮອງພຽງແຕ່ ຈີນ ໄທ ແລະຫວຽດນາມເທົ່ານັ້ນ.

ໂດຍບັນດາບໍລິສັດເອກະຊົນຍີ່ປຸ່ນ ຈະເນັ້ນໜັກໃນພາກອຸດສາຫະກຳແປຮູບສິນຄ້າ ກະສິກຳ ແລະພາກບໍລິການທີ່ສາມາດຈະສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນລາວ ໄດ້ຫຼາຍກວ່າ ການລົງທຶນຂອງປະເທດອື່ນໆ ໃນລາວ ທີ່ເນັ້ນໜັກໃນດ້ານ ການພັດ ທະນາທີ່ດິນ ເຊັ່ນສະໜາມກອັຟ ທີ່ສ້າງວຽກເຮັດງານທຳໃຫ້ແກ່ຄົນລາວໄດ້ຢ່າງຈຳກັດ ແລະກໍເປັນສາເຫດສຳຄັນປະການໜຶ່ງ ທີ່ເຮັດໃຫ້ຄົນລາວຕ້ອງພາກັນເດີນທາງໄປລັກ ລອບທຳງານຢູ່ໃນໄທ ຫຼາຍຂຶ້ນນັບມື້.

ບໍລິສັດເອກະຊົນຂອງຍີ່ປຸ່ນ ເປີດສຳນັກງານໃໝ່ ຢູ່ໃນເຂດເສດຖະກິດພິເສດ ສະຫວັນ-ເຊໂນ
ບໍລິສັດເອກະຊົນຂອງຍີ່ປຸ່ນ ເປີດສຳນັກງານໃໝ່ ຢູ່ໃນເຂດເສດຖະກິດພິເສດ ສະຫວັນ-ເຊໂນ

ກ່ອນໜ້ານີ້ ຄະນະກຳມະການແຫ່ງຊາດ ເພື່ອການຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ ໄດ້ອະນຸມັດໃຫ້ສ້າງຕັ້ງເຂດເສດຖະກິດສະເພາະ ທີ່ ໃຊ້ຊື່ວ່າເຂດນິຄົມອຸດສາຫະກຳ ປາເຊ-ຍີ່ປຸ່ນ SME ໂດຍມີເນື້ອທີ່ສຳປະທານ 195 ເຮັກຕາ ຢູ່ໃນເຂດເມືອງອຸທຸມພອນ ແລະເມືອງບາຈຽງຈະເລີນສຸກ ໃນແຂວງຈຳປາສັກ ໂດຍບໍລິສັດເອກະຊົນຍີ່ປຸ່ນລົງທຶນຫຼາຍກວ່າ 62 ລ້ານໂດລາ ມີອາຍຸສຳປະທານ 50 ປີ.

ໂດຍບໍລິສັດເອກະຊົນຍີ່ປຸ່ນ ຈະພັດທະນາເຂດນິຄົມອຸດສາຫະກຳປາກເຊ-ຍີ່ປຸ່ນ SME ດັ່ງກ່າວນີ້ ເພື່ອດຶງດູດເອົາການລົງທຶນ ຈາກຍີ່ປຸ່ນໃຫ້ເຂົ້າມາໃນລາວ ໃຫ້ຫຼາຍຂຶ້ນຢ່າງ ຕໍ່ເນື່ອງ ດ້ວຍເປົ້າໝາຍທີ່ຈະໃຫ້ການສົ່ງເສີມອຸດສາຫະກຳການຜະລິດສິນຄ້າ ແລະ ບໍລິການຕ່າງໆ ທີ່ແນໃສ່ການສົ່ງອອກໄປຕ່າງປະເທດ ເປັນດ້ານຫຼັກ ແລະໃນຂະນະ ດຽວກັນ ກໍຍັງຈະມີການຈ້າງງານໃນລາວເພີ່ມຂຶ້ນອີກດ້ວຍ.

ທາງດ້ານອົງການການຄ້າຕ່າງປະເທດແຫ່ງຍີ່ປຸ່ນ (JETRO) ລາຍງານວ່າ ມີບໍລິສັດ ເອກະຊົນຍີ່ປຸ່ນໄດ້ພາກັນຍ້າຍຖານການລົງທຶນຈາກຈີນ ແລະໄທ ເຂົ້າມາໃນລາວ ຫຼາຍຂຶ້ນຢ່າງຕໍ່ເນື່ອງນັບຕັ້ງແຕ່ປີ 2011 ເປັນຕົ້ນມາ ໂດຍມີສາເຫດມາຈາກອັດຕາ ຄ່າຈ້າງແຮງງານ ທີ່ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງໃນຈີນ ລວມເຖິງບັນຫາຂັດແຍ້ງທາງ ທະເລລະຫວ່າງຈີນ ກັບຍີ່ປຸ່ນດ້ວຍ ສ່ວນຢູ່ໃນປະເທດໄທນັ້ນ ກໍເປັນຍ້ອນບັນຫາຂັດ ແຍ້ງທາງການເມືອງພາຍໃນຂອງໄທ ທີ່ແກ່ຍາວມາກວ່າ 10 ປີ ແລ້ວນັ້ນ.

ໂດຍເພື່ອເປັນການຮອງຮັບການເຂົ້າມາລົງທຶນໃນລາວ ຂອງບັນດາບໍລິສັດເອກະຊົນ ຍີ່ປຸ່ນນັ້ນ ອົງການ JETRO ກໍໄດ້ເປີດສຳນັກງານປະຈຳນະຄອນຫຼວງວຽງຈັນ ນັບແຕ່ປີ 2014 ມາແລ້ວ ສ່ວນລັດຖະບານລາວ ກໍໄດ້ຈັດກິດຈະກຳຕ່າງໆ ເພື່ອເສີມສ້າງຄວາມ ເຂົ້າໃຈກ່ຽວກັບລາວ ໃຫ້ແກ່ບັນດານັກທຸລະກິດຍີ່ປຸ່ນດ້ວຍ ດັ່ງທີ່ ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງການເງິນ ໄດ້ໃຫ້ການຢືນຢັນ ວ່າ:

“ແລ້ວບັນຫາໜຶ່ງອີກທີ່ສຳຄັນ ກະຍ້ອນວ່າ ໃນຊຸມປີຫຼັງມານີ້ ພວກເຮົາກະໄດ້ມີຄວາມ ຕັ້ງໜ້າໄປເຜີຍແຜ່ ແນະນຳນະໂຍບາຍຕ່າງໆຂອງລັດຖະບານໃຫ້ນັກລົງທຶນຍີ່ປຸ່ນນີ້ ເຂົ້າໃຈແຈ້ງຂຶ້ນກວ່າເກົ່າ ກວ້າງຂວາງຂຶ້ນ ກວ່າເກົ່າ ດ້ວຍການໄປເຮັດສຳມະນາ ສົ່ງເສີມການລົງທຶນຢູ່ຍີ່ປຸ່ນ ກໍຄືເຊີນເພິ່ນມາຮ່ວມສຳມະນາຢູ່ພີ້ ພວກເຮົາຕັ້ງໜ້າເຮັດ ຄືແນວນັ້ນ ກໍຈຶ່ງເຮັດໃຫ້ຊຸມປີຫຼັງນີ້ ການລົງທຶນຂອງຍີ່ປຸ່ນນີ້ເພີ່ມຂຶ້ນ.”

ໃນປັດຈຸບັນ ຍີ່ປຸ່ນລົງທຶນໃນລາວເປັນອັນດັບທີ 7 ມີມູນຄ່າລວມ 438 ກວ່າລ້ານໂດລາ ໃນ 102 ໂຄງການ ຄິດເປັນ 7 ເປີເຊັນ ຂອງມູນຄ່າການລົງທຶນທັງໝົດຂອງຈີນໃນລາວ ແຕ່ກໍເຊື່ອວ່າການລົງທຶນຂອງຍີ່ປຸ່ນໃນລາວ ຈະເພີ່ມຂຶ້ນຢ່າງວ່ອງໄວ ແລະເຊື່ອວ່າ ຈະ ກ້າວຂຶ້ນສູ່ອັນດັບທີ 4 ໃນປີ 2016 ນີ້ໄດ້ຢ່າງແທ້ຈິງດ້ວຍ.

XS
SM
MD
LG