ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜ່ວຍ​ຍາມ​ຝັ່ງ​ຍີ່​ປຸ່ນ ​ສືບ​ຕໍ່​ຊອກ​ຫາ​ເຮລີ​ຄອບ​ເຕີ້​ທະ​ຫານ​ ທີ່​ຫາຍ​ສາບ​ສູນ


ພາບ​ທີ່​ສະ​ໜອງ​ໃຫ້​ໂດຍ​ສຳ​ນັກ​ງານ​ໃຫຍ່​ຂອງກອງ​ທະ​ຫານ​ຍາມ​ຝັ່ງ​ທະ​ເລສະ​ແດງ​ໃຫ້​ເປັນ​ປະ​ຕູ​ທີ່​ໜ່ວຍ​ຍາມ​ຝັ່ງ​ທະ​ເລ​ພົບ​ເຫັນ ແລະ​ເອົາ​ມາ​ຈາກທະ​ເລ​ຢູ່​ຝັ່ງ​ທະ​ເລນອກ​ເຂດ​ເທດ​ສະ​ບານ​ຂອງເກາະ​ໂອ​ກິ​ນາ​ວາ ຢູ່​ທາງ​ທິດ​ໃຕ້​ຂອງ​ຍີ່​ປຸ່ນ, ວັນ​ທີ 7 ເມ​ສາ, 2023.
ພາບ​ທີ່​ສະ​ໜອງ​ໃຫ້​ໂດຍ​ສຳ​ນັກ​ງານ​ໃຫຍ່​ຂອງກອງ​ທະ​ຫານ​ຍາມ​ຝັ່ງ​ທະ​ເລສະ​ແດງ​ໃຫ້​ເປັນ​ປະ​ຕູ​ທີ່​ໜ່ວຍ​ຍາມ​ຝັ່ງ​ທະ​ເລ​ພົບ​ເຫັນ ແລະ​ເອົາ​ມາ​ຈາກທະ​ເລ​ຢູ່​ຝັ່ງ​ທະ​ເລນອກ​ເຂດ​ເທດ​ສະ​ບານ​ຂອງເກາະ​ໂອ​ກິ​ນາ​ວາ ຢູ່​ທາງ​ທິດ​ໃຕ້​ຂອງ​ຍີ່​ປຸ່ນ, ວັນ​ທີ 7 ເມ​ສາ, 2023.

ໜ່ວຍຍາມຝັ່ງຂອງຍີ່ປຸ່ນ ໃນວັນສຸກມື້ນີ້ ພວມສືບຕໍ່ປະຕິບັດການຊອກຄົ້ນຫາ ແລະ ກູ້ໄພສຳລັບເຮືອບິນເຮລິຄອບເຕີ້ທະຫານຍີ່ປຸ່ນ ທີ່ຫາຍໄປຈາກຈໍເຣ​ດາ ໃນວັນພະຫັດວານນີ້ ຢູ່ນອກໝູ່ເກາະທາງຕາເວັນຕົກສຽງໃຕ້ຂອງປະເທດທີ່​ຢູ່ ໃກ້ກັບໄຕ້ຫວັນ.

ລັດຖະມົນຕີກະຊວງປ້ອງກັນປະເທດ ທ່ານຢາ​ຊຸ​ກ​ກະ​ຊຸ ຮາ​ມາ​ດະ (Yasukazu Hamada) ​ທີ່ປາ​ກົດວ່າ ພະຍາຍາມ​ກັ້ນນ້ຳຕາໄວ້ນັ້ນ ກ່າວວ່າບໍ່​ເຫັນສະມາຊິກຈຸ​ບິນ​ໃນ​ເຮືອ​ບິນທີ່ຫາຍສາບ​ສູນນັ້ນ​ຈັກ​ຄົນເລີຍ, ອີງຕາມການລາຍງານ ຂອງອົງການຂ່າວເອ​ພີ (AP).

ທ່ານຢາ​ຊຸ​ໂນ​ຣິ ໂມ​ຣິ​ຊິ​ຕາ (Yasunori Morishita), ຫົວໜ້າກອງກຳລັງປ້ອງ ກັນຕົນເອງທາງພາກພື້ນ​ດິນຂອງຍີ່ປຸ່ນ ຫລື GSDF ກ່າວໃນກອງປະຊຸມຖະ ແຫຼງຂ່າວໃນວັນພະຫັດວານນີ້ວ່າ ເຮືອບິນເຮລິຄອບເຕີແບ​ລັກ​ຮອກ (Black Hawk) ເຊື່ອວ່າ ໄດ້ຕົກລົງສູ່ທະເລ ຫຼັງຈາກວັດຖຸທີ່ເບິ່ງຄືວ່າ ເປັນຊິ້ນສ່ວນ ຂອງເຮືອບິນໄດ້ຖືກພົບເຫັນຢູ່ໃນເຂດນັ້ນ.

ບັນດາເຈົ້າໜ້າທີ່ຂອງ GSDF ກ່າວວ່າ ເຮືອບິນເຮລິຄອບເຕີລຳດັ່ງກ່າວມີ 10 ຄົນ ຢູ່ເທິງຍົນ ແລະກຳລັງດຳເນີນກິດຈະກຳກວດ​ກາເຝົ້າລະວັງ ຢູ່ໃກ້ກັບເກາະ ມີ​ໂຢ​ໂກະ​ຈິ​ມະ ​ຊຶ່ງ​ຢູ່ຫ່າງຈາກທິດຕາເວັນອອກຂອງໄຕ້ຫວັນປະມານ 400 ກິໂລແມັດ. ເຮືອບິນໄດ້ຫັບຫາຍໄປຈາກຈໍ​ເຣ​ດາໃນເວລາ 4:33 ໂມງຕອນ ແລງ, ຕາມ​ເວລາ​ໃນທ້ອງ​ຖິ່ນ​ໃນ​ວັນ​ພະຫັດວານ​ນີ້ ​ແລະ​ບໍ່​ໄດ້​ຕອບ​ຕໍ່​ວິທະຍຸ​ສື່ສານເລີຍ.

ກຳ​ປັ່ນ​ຍາມຝັ່ງ​ທະ​ເລ​ຍີ່​ປຸ່ນ ຖືກ​ສົ່ງ​ອອກໄປ ແລະ GSDF ກໍໄດ້​ເຂົ້າ​ຮ່ວມ​ການ​ຊອກ​ຄົ້ນຫານັ້ນ. ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ທະ​ຫານ​ສະ​ຫະ​ລັດ​ໄດ້​ສະ​ເໜີ​ໃຫ້​ການສະ​ໜັບ​ສະ​ໜູນຕໍ່​ການ​ປະ​ຕິ​ບັດ​ງານຊອກຄົ້ນ​ຫາ ແລະ​ກູ້​ໄພດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG