ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົນລະເມືອງ ຍີ່ປຸ່ນຄົນນຶ່ງ ຖືກຍິງຕາຍ ຢູ່ ບັງກລາແດັສ


ແຜນທີ່ບັງກລາແດັສ
ແຜນທີ່ບັງກລາແດັສ

ຕຳຫຼວດບັງກລາແດັສ ກ່າວວ່າ ພົນລະເມືອງຍີ່ປຸ່ນຄົນນຶ່ງໄດ້ຖືກ
ຂ້າຕາຍຢູ່ໃນພາກເໜືອຂອງປະເທດໃນວັນເສົາມື້ນີ້ຊຶ່ງເປັນຊາວ
ຕ່າງປະເທດ ຄົນທີສອງ ທີ່ໄດ້ຖືກຂ້າຕາຍ ຢູ່ໃນປະເທດດັ່ງກ່າວ
ພາຍໃນເວລານຶ່ງອາທິດ.

ເຈົ້າໜ້າທີ່ຕຳຫຼວດກ່າວວ່າ ຜູ້ຊາຍຍີ່ປຸ່ນຄົນນີ້ ໄດ້ຖືກຍິງຕາຍໃນ
ໄລຍະເຜົາຂົນໂດຍມືປືນ 3 ຄົນທີ່ຂີ່ລົດຈັກ ຢູ່ເມືອງ Kaunia ຊຶ່ງ
ຕັ້ງຢູ່ສອກຫລີກຫ່າງໄກ.

ເຈົ້າໜ້າທີ່ເວົ້າວ່າ ຜູ້ຊາຍຄົນນີ້ ເຮັດວຽກໃຫ້ແກ່ ໂຄງການປູກຝັງ
ໃນເຂດເມືອງ Rangpur ປະມານ 300 ຫຼັກກິໂລແມັດຫ່າງຈາກ
ນະຄອນຫລວງ Dhaka.

ການຍິງສັງຫານດັ່ງກ່າວມີຂຶ້ນບໍ່ຮອດນຶ່ງອາທິດຫລັງຈາກພະນັກງານໃຫ້ຄວາມຊ່ອຍເຫຼືອ ຄົນນຶ່ງຂອງອີຕາລີ ໄດ້ຖືກຍິງ ທີ່ນະຄອນຫຼວງບັງກລາແດັສ. ກຸ່ມລັດອິສລາມ ໄດ້ອ້າງເອົາ ຄວາມຮັບຜິດຊອບໃນການຍິງສັງຫານເຈົ້າໜ້າທີ່ໃຫ້ຄວາມຊ່ອຍເຫລືອດັ່ງກ່າວແຕ່ລັດຖະ ບານບໍ່ໄດ້ໃຫ້ຄວາມສຳຄັນຕໍ່ການກ່າວອ້າງນີ້ ໂດຍເອີ້ນການໂຈມຕີນີ້ວ່າ ເປັນເຫດຮ້າຍທີ່ ໂດດດ່ຽວຕາມລຳພັງ.

ບັງກລາແດັສ ທີ່ປະຊາຊົນສ່ວນໃຫຍ່ນັບຖືສາສະໜາອິສລາມນັ້ນ ມີຄວາມພາກພູມໃຈໃນ ຕົນເອງທີ່ເປັນປະເທດ ບໍ່ຫຍຸ້ງກ່ຽວກັບສາສະໜາ. ແຕ່ປະເທດດັ່ງກ່າວ ກຳລັງດີ້ນຮົນເພື່ອ ຫາທາງຄວບຄຸມການແຜ່ຂະຫຍາຍຢ່າງວ່ອງໄວຂອງກຸ່ມຫົວຮຸນແຮງຕ່າງໆ ທີ່ໄດ້ສັງຫານ ນັກຂຽນຂ່າວທາງອິນເຕີແນັດແລະນັກເຄື່ອນໄຫວຢ່າງໜ້ອຍ 10 ຄົນແລ້ວໃນໄລຍະສອງ ປີເຄິ່ງທີ່ຜ່ານມານີ້.

XS
SM
MD
LG