ການເລືອກຕັ້ງເອົາສະມາຊິກສະພາສູງຍີ່ປຸ່ນທ່ີກຳລັງດຳເນີນໄປເຫັນວ່າເປັນການລົງປະຊາມະຕິກ່ຽວກັບນາຍົກລັດຖະມຸນຕີ
ຄົນໃໝ່ ທ່ານ Naato Kan ແລະການດຳຣົງຕຳແໜ່ງມາເປັນເວລາ 10 ເດືອນຂອງພັກການເມືອງຂອງທ່ານ.
ບັນດາຜູ້ປ່ອນບັດໄດ້ເລີ້ມອອກໄປປ່ອນບັດເລືອກຕັ້ງໃນວັນອາທິດມື້ນີ້ເອົາພວກສະມາຊິກສະຫາສູງໃນຈຳນວນເຄ່ິງນຶ່ງ
ຂອງຈຳນວນບ່ອນນັ່ງທັງໝົດ 242 ບ່ອນນັ່ງໃນສະພາສູງນັ້ນ.
ການສະໜັບສະໜຸນພັກປະຊາທິປັດນິຍົມແນວທາງປານກາງອຽງຊ້າຍຂອງລັດຖະບານປົກຄອງປະເທດໃນປັດຈຸບັນ
ໄດ້ເພີ່ມຂຶ້ນຫລັງຈາກທ່ານກັນຂຶ້ນດຳຣົງຕຳແໜ່ງນາຍົກລັດຖະມຸນຕີໃນເດືອນແລ້ວນີ້ ແຕ່ໄດ້ຫລຸດລົງຢ່າງໄວຫລັງຈາກຜູ້ນຳຄົນໃໝ່
ສະເໜີໃຫ້ຂຶ້ນອັດຕາພາສີການຄ້າເປັນສອງເທົ່າຈາກ 5 ເປີເຊັນຂຶ້ນເປັນ10 ເປີເຊັນ ເພື່ອຊ່ອຍລົດຜ່ອນໜີ້ສິນຂອງຊາດລົງນັ້ນ.
ໃນການໂຄສະນາຫາສຽງເລືອກຕັ້ງມື້ສຸດທ້າຍຂອງທ່ານໃນວັນເສົາວານນີ້ ນາຍົກລັດຖະມຸນຕີ ກັນ ກ່າວວ່າ ຈະບໍ່ມີການຂຶ້ນພາ
ສີການຄ້າໂດຍບໍ່ຣັບສຽງສະໜັບສະໜຸນຫລືມອບໝາຍອຳນາດຈາກປະຊາຊົນໃນການເລືອກຕັ້ງເອົາສະມາຊິກສະພາຕ່ຳຫລືສະພາ
ແຫ່ງຊາດເທື່ອໜ້າຊຶ່ງກຳນົດຈະມີຂຶ້ນໃນທ້າຍປີ2013 ນັ້ນ.
ຜູ້ນຳພັກພັກຝ່າຍຄ້ານ ຄືພັກເສຣີປະຊາທິປັດ ກ່າວວ່າ ນາຍົກລັດຖະມຸນຕີບໍ່ມີຈິນຕະນາການຫລືມີທັດສະນະວິໄສທ່ີຈະແຈ້ງ
ກ່ຽວກັບວິທີທ່ີຈະຟື້ນຟູລະບົບການເງິນຂອງຍ່ີປຸ່ນຄືນໃນຂະນະດຽວກັນປົກປ້ອງການດຳລົງຊີວິດຂອງປະຊາຊົນຂອງຕົນ.