ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຍີ່​ປຸ່ນອອກ​ກົດໝາຍ​​ທີ່ອະນຸຍາດ​ ໃຫ້​ຈັກກະພັດ Akihito ສາມາດ ລົງຈາກ​ບັນລັງໄດ້


​ຈັກກະພັດ Akihito ແລະເຈົ້າຟ້າ​ຊາຍ Naruhito ຈູງມືກັນຍ່າງ ຢູ່ສະໜາມບິນສາກົນ Haneda ໃນນະຄອນໂຕກຽວໃນວັນທີ 13 ກໍລະກົດ, 2016
​ຈັກກະພັດ Akihito ແລະເຈົ້າຟ້າ​ຊາຍ Naruhito ຈູງມືກັນຍ່າງ ຢູ່ສະໜາມບິນສາກົນ Haneda ໃນນະຄອນໂຕກຽວໃນວັນທີ 13 ກໍລະກົດ, 2016

ສະພາ​ຍີ່​ປຸ່ນ ຜ່ານ​ກົດໝາຍ​ໃນ​ວັນ​ສຸກ​ມື້​ນີ້ ​ເພື່ອ​ອະນຸຍາດ​ໃຫ້​ຈັກກະພັດ Akihito
ລົງຈາກ​ບັນລັງ ​ແລະ​ໃຫ້​ຣາຊະບຸດ​ກົກຂອງ​ພະ​ອົງ ​ກໍຄື​ເຈົ້າຟ້າ​ຊາຍ Naruhito ທີ່ມີ​
ພະ​ຊົນມາ​ຍຸໄດ້ 57 ປີ ​ສຳ​ເລັດຣາຊການ​ແທນພະອົງ.

ຈັກກະພັດ Akihito ທີ່ມີ​ພະ​ຊົນມາຍຸ​ໄດ້ 83 ປີ ​ແລະຖືກ​ຜ່າຕັດ​ຫົວ​ໃຈ ​ແລະ​ໄດ້​ຮັບ
​ການ​ປິ່ນປົວມະ​ເຮັງ​ຕ່ອມ​ລູກ​ໝາກ ​ໃນ​ລະດູ​ຮ້ອນ​ປີ​ກາຍ​ນີ້ ​ໄດ້​ສະ​ແດງ​ອອກ​
ຄວາມ​ປາດ​ຖະໜາທີ່​ຈະລົງຈາກ​ບັນລັງ ພາຍຫລັງທີ່​ໄດ້​ຄອງ​ບັນລັງ
Chrysanthemum ​ມາ​ໄດ້​ເກືອບ​ສາມ​ທົດ​ສະ​ວັດ​ແລ້ວ ຊຶ່ງ​ໄດ້​ເຮັດ​ໃຫ້ການໂຕ້
​ຖຽງກ່ຽວ​ກັບ​ເລື່ອງການປົກຄອງຂອງ​ລະບອບລາຊາ ທີ່ມາມີເປັນ​ເວລາ 2000 ປີ
ແລ້ວນັ້ນ ແລະເປັນຂໍ້ຖົກຖຽງກັນທີ່​ມີ​ມາ​ແຕ່​ດົນ​ນານ​ຢູ່​ໃນ​ຍີ່ປຸ່ນນັ້ນ ກັບ​ຄືນ​ມາ​
ເວົ້າກັນ​ອີກ.

ການ​ລົງ​ຈາກ​ບັນລັງຈະເປັນ​ເທື່ອ​ທໍາອິດໃນ​ປະ​ຫວັດ​ສາດ​ຂອງ​ຍີ່ປຸ່ນ​ໃນ 200 ປີ
ຜ່ານ​ມາ. ​ພະ​ເຈົ້າ Akihito ມີ​ພະ​ຊົນ​ໄດ້ 56 ປີ ໃນເວລາ​ທີ່ພະ​ອົງ​ຂຶ້ນ​ຄອງ​ລາດ​
ຊະບັນ​ລັງ​ໃນ​ເດືອນ​ມັງ ກ​ອນປີ 1989 ຫລັງຈາກພະ​ບິດາຂອງ​ພະ​ອົງ​ ຈັກກະພັດ Hirohito ໄດ້​ສິ້ນ​ພະ​ຊົນ.

ສື່ມວນ​ຊົນໄດ້ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ພິຈາລະນາ​ວ່າ​ ການ​ລົງ​ຈາກ​ບັນລັງຂອງ
​ພະ​ອົງ ຈະ​ມີ​ຂຶ້ນ​ໃນທ້າ​ຍປີ 2018 ປີໜ້າ​ນີ້ ​ໃນ​ເວລາທີ່​ຈັກກະພັດ Akihito ຈະມີ​ພະ​ຊົນ
​ໄດ້ 85 ປີ.

​ໃນ​ການ​ລົງ​ຄະ​ແນນ​ສຽງ​ປ່ອນ​ບັດທີ່​ຖ່າຍ​ທອດ​ສົດ​ຜ່ານ​ທາງໂທລະພາບ​ສາທາລະນະ
NHK ສະພາ​ສູງ​ ໄດ້​ຮັບຜ່ານ​ຮ່າງ​ກົດໝາຍ​ຢ່າງ​ເປັນ​ເອກ​ກະສັນກັນ ​ໃນ​ວັນ​ສຸກ​ມື້ນີ້
ພາຍຫລັງທີ່​ສະພາ​ຕໍ່າ​ໄດ້ອະນຸມັດ​ຮັບ​ເອົາ​ໃນ​ອາທິດແລ້ວ​ນີ້.

ການລົງ​ຈາກ​ບັນລັງ ຕ້ອງ​ມີ​ຂຶ້ນ​ພາຍ​ໃນ​ສາມ​ປີ ພາຍຫລັງ​ທີ່​ກົດໝາຍ​ໃໝ່ມີ​ຜົນ​ບັງຄັບ
​ໃຊ້ ຖ້າ​ບໍ່ດັ່ງນັ້ນ​ມັນ​ກໍ​ຈະ​ໝົດ​ກຳນົດ ​ແລະກົດໝາຍນີ້ແມ່ນ​ໃຊ້​ໄດ້​ກັບ​ຈັກກະພັດ Akihito ​ເທົ່າ​ນັ້ນ.

ຈັກກະພັດ​ອົງສຸດ​ທ້າຍ​ຂອງ​ບຍີ່ປຸ່ນ ທີ່​ໄດ້​ລົງຈາກ​ບັນລັງໄດ້​ແກ່ ຈັກກະພັດ Kokaku ​ໃນ​ປີ 1817.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG