ທີມບານເຕະແມ່ຍິງຍີ່ປຸ່ນ ໄດ້ຄອງຕໍາແໜ່ງແຊມໂລກ World Cup ປະຈໍາປີ 2011 ນີ້ ໂດຍຊະນະທີມແມ່ຍິງສະຫະລັດໄດ້ດ້ວຍການເຕະລູກໂທດ ຫລັງຈາກທໍາຄະແນນສະເໝີກັນມາ 2 ປະຕູຕໍ່ 2 ຫລັງຈາກ ຫລິ້ນຕື່ມໃນເວລາເພີ່ມພິເສດ.
ໄຊຊະນະໃນວັນອາທິດວານນີ້ ເຮັດໃຫ້ຍີ່ປຸ່ນເປັນປະເທດເອເຊຍທໍາອິດທີ່ໄດ້ຊະນະເລີດການແຂ່ງຂັນ World Cup ປະເພດຍິງ ແລະເຮັດໃຫ້ສະຫະລັດພາດໂອກາດທີ່ຈະກາຍເປັນທີມທໍາອິດທີ່ຄອງຕໍາແໜ່ງແຊມໂລກ 3 ຄັ້ງ ຫລັງຈາກທີ່ໄດ້ເປັນແຊມໂລກມາແລ້ວໃນປີ 1991 ແລະປີ 1999.
ທີມສະຫະລັດໄດ້ເປັນທີມອັນດັບນຶ່ງໃນການແຂ່ງຂັນກີລາບານເຕະໂລກ ປະເພດຍິງປີນີ້ ເພາະສະນັ້ນ ຈຶ່ງໄດ້ມີການຄາດໝາຍກັນຢ່າງກ້ວາງຂວາງວ່າ ທີມສະຫະລັດຈະເປັນຜູ້ຊະນະແຊມໂລກ ໃນການແຂ່ງຂັນທີ່ ນະຄອນ Frankfurt ປະເທດເຢຍຣະມັນ ໃນມື້ວານນີ້.
ໃນວັນອາທິດກ່ອນນີ້ ສະຫະລັດໄດ້ຊະນະທີມບຣາຊີລ ໃນຮອບແຂ່ງ ຂັນ 8 ທີມສຸດທ້າຍ ຫລັງຈາກມີຄະແນນນໍາຫລັງມາແລະຫລັງຈາກນັ້ນ ກໍໄດ້ຊະນະທີມຝຣັ່ງໃນຮອບກ່ອນຮອບຊີງຊະນະເລີດ ໃນວັນພຸດຜ່ານມາ.
ສ່ວນຍີ່ປຸ່ນກໍໄດ້ຊະນະທີມ Sweden ໃນຮອບກ່ອນຮອບສຸດທ້າຍໃນວັນພຸດສັບປະດາແລ້ວນີ້ເຊ່ນກັນ ຫລັງຈາກທີ່ໄດ້ຊະນະທີມເຢຍຣະມັນປະເທດເຈົ້າພາບ ໃນຮອບ 8 ທີມ.