ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວຍີ່ປຸ່ນຕ້ອນຮັບ ແຊັມເຕະບານແມ່ຍິງ ຂອງເຂົາເຈົ້າ


ຫົວໜ້າໂຄຈ​ Norio Sasakida ກັບທີມເຕະບານແມ່ຍິງຍີ່ປຸ່ນ
ຫົວໜ້າໂຄຈ​ Norio Sasakida ກັບທີມເຕະບານແມ່ຍິງຍີ່ປຸ່ນ

ໃນວັນອັງຄານມື້ນີ້​ ທີ່​ສະໜາມ​ບິນນາໆ​ຊາດ Narita ໄດ້​ມີພວກສະໜັບສະໜຸນຫຼື fan
club ຖື​ທຸງຊາດ​ຈໍານວນຫຼາຍໆພັນຄົນ​ໄດ້​ພາກັນ​ໄປຕ້ອນຮັບ​ໃນ​ການ​ກັບ​ຄືນ​ບ້ານ​ຂອງ
ຄະນະເຕະບານແມ່ຍິງຍີ່ປຸ່ນ​ໃນ​ຖານະ​ທີ່​ເປັນຜູ້​ຊະນະຕໍາ​ແໜ່​ງແຊັມໂລກ​ World
Cub ເທື່ອທຳອິດ.


ພວກສະໜັບສະໜຸນ​ທັງ​ພາກັນໂບກ​ທຸງ​ຊາດແລະ​ໂຫ່​ຮ້ອງ​ໃນ​ຂະນະ​ທີ່ບັນດາ​ສະມາຊິກ
ທີມເຕະບານແມ່ຍິງ ທີ່ມີຫຼຽນ​ຄໍາຫ້ອຍຄໍ ຍ້ອນຊະນະທີມສະຫະລັດ​ຢ່າງ​ບໍ່​ຄາດ​ຝັນນັ້ນ ພາກັນຍ່າງຜ່ານອອກມາທາງບໍລິເວນທີ່ພວກໄປຕ້ອນຮັບຢືນຢູ່. ຄະນະເຕະບານແມ່ຍິງ ຍີ່ປຸ່ນໄດ້ສ້າງຄວາມມຶນງົງໃຫ້ແກ່ວົງການກິລາຂອງໂລກ ໃນມື້ວັນອາທິດຜ່ານມາທີ່ສາ ມາດເອົາຊະນະທີມອະເມຣິກັນຊຶ່ງຕິດອັນດັບນຶ່ງຂອງໂລກນັ້ນດ້ວຍການຍິງລູກໂທດ
ຫຼັງການແຂ່ງຂັນ 3 ປະຕູຕໍ່ 1.


ພວກໄປຕ້ອນຮັບທີ່ຕື່ນເຕັ້ນດີໃຈແມ່ນນຳພາ​ໂດຍ​ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Naoto
Kan ຜູ້​ຊຶ່ງ​ໄດ້ອອກ​ຖະ​ແຫຼ​ງການໃນຕອນເຊົ້າມື້ວານນີ້ນີ້​ ກ່າວ​ຍົກຍ້ອງສັນລະ​ເສີນ​ທີມແມ່
ຍິງຍີ່ປຸ່ນ ທີ່ໄດ້ຟື້ນຟູຄວາມກ້າຫານຂອງປະເທດຊາດ ທີ່ໄດ້ຮັບຄວາມສັ່ນຄອນຈາກ​ໄພ
ພິບັດແຜ່ນດິນ​ໄຫວ​ແລະ​ຄື້ນຟອງ​ຍັກ​ສຸ​ນາ​ມິ ​ໃນ​ວັນ​ທີ 11 ​ເດືອນ​ມີນາ​ແລ້ວ​ນີ້.


ໄຊຊະນະຂອງທີມແມ່ຍິງຍີ່ປຸ່ນໃນຄັ້ງ​ນີ້​ແມ່ນນັບ​ເປັນ​ເທື່ອ​ທໍາ​ອິດ​ທີ່ທີມຈາກປະເທດເອເຊຍ ສາມາດຄວ້າເອົາແຊັມປ້ຽນ World Cub ໄປຄອງ.


ທີມແມ່ຍິງເຕະບານນີ້ໄດ້ຖືກຂະນານນາມວ່າເປັນ "Nadeshiko" ຊຶ່ງເປັນຊື່ຂອງດອກໄມ້ ເທິງພູຊະນິດນຶ່ງ ທີ່ເປັນສັນຍາລັກຂອງຄວາມສວຍງາມແລະພະລັງທີ່ແຂງແກ່ນນັ້ນ.

XS
SM
MD
LG