ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນຍົກເລີກ ລ່າປາບາແລນ


ກຳປັ່ນໂຮງງານລ່າປາບາແລນ Nisshin Maru ຂອງຍີ່ປຸ່ນ
ກຳປັ່ນໂຮງງານລ່າປາບາແລນ Nisshin Maru ຂອງຍີ່ປຸ່ນ

ຍີ່ປຸ່ນໄດ້ຍົກເລີກການລ່າປາບາແລນປະຈຳປີ ໃນເຂດ
Antartic ໃນເວລາສ່ວນທີ່ຍັງເຫຼືອຂອງຕົນ ບໍ່ທໍ່ໃດມື້
ຫຼັງຈາກໄດ້ມີການໂຈະການປະຕິບັດງານດັ່ງກ່າວຍ້ອນ
ມີການຮາວີລົບກວນຢ່າງຕໍ່ເນື່ອງຈາກພວກນັກເຄື່ອນ
ໄຫວຕໍ່ຕ້ານການລ່າປາບາແລນ.

ລັດຖະມົນຕີກະຊວງກະເສດຂອງຍີ່ປຸ່ນ ທ່ານ Michi-
hiko Kano ໄດ້ປະກາດກ່ຽວກັບການຍົກເລີກໃນວັນ
ສຸກມື້ນີ້ລະຫວ່າງກອງປະຊຸມຖະແຫຼງຂ່າວທາງໂທລະ
ພາບໂດຍເວົ້າວ່າເພື່ອເປັນການຄໍ້າປະກັນຄວາມປອດ
ໄພໃຫ້ແກ່ກຳປັ່ນແລະ ພວກລູກເຮືອຊາວຍີ່ປຸ່ນ.

ຝູງກຳປັ່ນລ່າປາບາແລນຂອງຍີ່ປຸ່ນມີກຳນົດທີ່ຈະສືບຕໍ່ການປະຕິບັດງານຢູ່ໃນເຂດຂົ້ວໂລກ
ໃຕ້ ໄປຈົນຮອດເດືອນມີນາ ໂດຍມີໂຄຕ້າທີ່ຈະຈັບປາບາແລນ ສີຂີ້ເຖົ່າຂະໜາດນ້ອຍ ຫຼື
Minke Whale ປະມານ 850 ໂຕແຕ່ພວກເຂົາເຈົ້າໄດ້ປະທະກັນກັບພວກນັກເຄື່ອນໄຫວ
ຈາກກຸ່ມປົກປ້ອງປາບາແລນ Sea Sepherd Conservation Society ຊຶ່ງມີສຳນັກງານ
ຢູ່ສະຫະລັດທີ່ໄດ້ພົວພັນໃນການປະຕິບັດງານຕ່າງໆ ເຊັ່ນແກວ່ງລະເບີດທີ່ມີກິ່ນເໝັນເຂົ້າ
ໃສ່ເຮືອລ່າປາບາແລນຂອງຍີ່ປຸ່ນ.

ທ່ານ Paul Watson ຜູ້ກໍ່ຕັ້ງກຸ່ມ Sea Sepherd ກ່າວວ່າ ກຸ່ມຂອງທ່ານມີຄວາມເຂັ້ມ
ແຂງຕື່ມຂຶ້ນ ແລະມີອຸບປະກອນທີ່ດີກວ່າເກົ່າເພື່ອຮັບມືກັບຝູງກຳປັ່ນລ່າປາບາແລນຂອງ
ຍີ່ປຸ່ນ.

XS
SM
MD
LG