ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ກັນຍາ ໒໐໒໓

ຍີ່ປຸ່ນ ສະແດງຄວາມຍິນດີຕໍ່ ທ່ານ ຮິເດກິ ມັດຊູຢາມະ ສຳລັບໄຊຊະນະ ຄັ້ງປະຫວັດສາດ ໃນການແຂ່ງຂັນ ກິລາ ກັອຟ The Masters


ທ່ານ ມັດຊູຢາມະ ອາຍຸ 29 ປີ ໄດ້ກາຍເປັນນັກກິລາກັອຟ ເອເຊຍຄົນທຳອິດຫຼັງຈາກທ່ານໄດ້ຮັບເສື້ອແຈັກເກັດ ສີຂຽວ ຕາມປະເພນີຂອງ ຜູ້ທີ່ໄດ້ຊະນະເລີດ ວັນທີ 11 ເມສາ 2021.

ລັດຖະມົນຕີ ຍີ່ປຸ່ນ ທ່ານ ໂຢຊິຮິເດ ຊູກາ ກ່າວວ່າໄຊຊະນະຄັ້ງປະຫວັດສາດ ໃນການແຂ່ງຂັນກິລາກັອຟ The Masters ໂດຍເພື່ອນຮ່ວມຊາດ ທ່ານ ຮິເດກິ ມັດຊູຢາມະ ເມື່ອວັນອາທິດວານນີ້ເປັນເລື້ອງທີ່ “ສຸດຍອດຫຼາຍ.”

ທ່ານ ມັດຊູຢາມະ ອາຍຸ 29 ປີ ໄດ້ກາຍມາເປັນນັກກິລາກັອຟ ເອເຊຍຄົນທຳອິດ ແລະ ເປັນຄົນທຳອິດຈາຍີ່ປຸ່ນ ທີ່ໄດ້ຊະນະການແຂ່ງຂັນທີີມີຊື່ສຽງຢູ່ສະໂມສອນ ກິລາກັອຟ ແຫ່ງຊາດ ທີ່ເມືອງ ອໍກັສຕາ ລັດຈໍເຈຍ ທາງພາກໃຕ້ຂອງສະຫະລັດ, ໂດຍເອົາຊະນະບັນດານັກກິລາກັອຟ ອາເມຣິກັນ ແລະ ນັກຕີກັອຟ The Masters ໜ້າໃໝ່ຄື ທ່ານ ວິລ ຊາລາໂຕຣິສ ດ້ວຍ 1 ສໂຕຣກ (Stroke).

ນາຍົກລັດຖະມົມຕີຢີ່ປຸ່ນ ທ່ານຊູກາ ກ່າວວ່າ ການສືບຕໍ່ດີ້ນຮົນກັບໂຣກລະບາດ COVID-19 ຂອງ ຍີ່ປຸ່ນ ໄດ້ເຮັດໃຫ້ການຊະນະຂອງທ່ານ ມັດຊູຢາມະ ພິເສດຂຶ້ນອີກກວ່າເກົ່າ, ໃນຂະນະທີ່ມັນເຮັດໃຫ້ປະຊາຊົນ ຍີ່ປຸ່ນ ມີ “ກຳລັງໃຈ ແລະ ແຮງບັນດານໃຈ.”

ສະຖານທູດສະຫະລັດຢູ່ ຍີ່ປຸ່ນ ໄດ້ລົງວິດີໂອໃນ ທວິດເຕີ ທີ່ເຊ ມັດຊູຢາມາ ຫຼັງຈາກທ່ານໄດ້ຮັບເສື້ອແຈັກເກັດ ສີຂຽວຕາມປະເພນີຂອງ ຜູ້ທີ່ໄດ້ຊະນະເລີດ ໃນລະຫວ່າງພິທີຫຼັງຈາກການແຂ່ງຂັນວ່າ “ຂໍສະແດງຄວາມຍິນດີຕໍ່ ທ່ານ ຮີເດີກີ ມັດຊູຢາມະ ນັກກິລາ ກັອຟ ຍີ່ປຸ່ນ ຄົນທຳອິດທີ່ໄດ້ໄຊຊະນະການແຂ່ງຂັນ The Masters, ການແຂ່ງຂັນກິລາ ກັອຟ ທີ່ຍິ່ງໃຫຍ່ຂອງ ອາເມຣິກາ.”

ອ່ານຂ່ສວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ລາຍການວິ​ທະ​ຍຸ-ໂທ​ລະ​ພາບ ວີໂອເອ ລາວ
please wait

No live streaming currently available

0:00 0:00 Live
XS
SM
MD
LG