ປະຊາຊົນ 4 ຄົນເສຍຊີວິດ ຫຼັງ
ຈາກລົມພາຍຸທີ່ມີຄວາມແຮງລູກ
ນຶ່ງປະທະຍີ່ປຸ່ນໃນວັນອັງຄານ
ວານນີ້ ເຮັດໃຫ້ພວກວົງການ
ທຸລະກິດຈໍາເປັນຕ້ອງອັດລົງ
ແລະສ້າງຄວາມຫຍຸ້ງຍາກໃຫ້
ແກ່ການບໍລິການດ້ານການເດີນ
ທາງທາງອາກາດແລະທາງລົດໄຟ.
ລົມພາຍຸທີ່ມີຄວາມແຮງເທົ່າກັບ
ພາຍຸໄຕ້ຝຸ່ນ ໄດ້ພັດປະທະເກາະ
ໃຫຍ່ Honshu ດ້ວຍລົມແຮງ
ເຖິງ 144 ຫຼັກກິໂລແມັດຕໍ່ຊົ່ວ
ໂມງ. ບັນດາບໍລິສັດຂົນສົ່ງທາງ
ອາກາດຊັ້ນນໍາຂອງປະເທດ ຄືສາຍການບິນຍີ່ປຸ່ນ ແລະສາຍການບິນ All Nippon
Airways ໄດ້ລົບລ້າງຖ້ຽວບິນຫຼາຍຮ້ອຍຖ້ຽວພາຍໃນປະເທດແລະລະຫວ່າງປະເທດ
ຂະນະດຽວກັນການຂົນສົ່ງທາງລົດໄຟກໍໄດ້ງົດລົງໃນທົ່ວເກາະ.
ນອກນັ້ນ ລົມພາຍຸລູກນີ້ຍັງໄດ້ຕັດກະແສໄຟຟ້າສໍາລັບລະບົບທໍາຄວາມເຢັນຢູ່ສາງເກັບ
ເຊື້ອໄຟ ທີ່ໂຮງໄຟຟ້ານີວເຄລຍໃນພາກເໜືອຂອງຍີ່ປຸ່ນ ເຊ່ນກັນ ແຕ່ບໍລິສັດ Tohoku
Electric Power ທີ່ເປັນເຈົ້າຂອງໂຮງໄຟຟ້າແຫ່ງນີ້ກ່າວວ່າ ກະແສໄຟຟ້າໄດ້ກັບຄືນ
ມາ ປະມານ 30 ນາທີ ຕໍ່ມາ. ວິກິດການນີວເຄລຍໃນປີແລ້ວນີ້ ໄດ້ເກີດຂຶ້ນເວລາຄື້ນ
ຟອງສຸນາມິ ຕັດກະແສໄຟຟ້າສໍາລັບແລ່ນລະບົບທໍາຄວາມເຢັນທີ່ໂຮງໄຟຟ້ານີວເຄລຍ
Fukushima ຊຶ່ງຍັງຜົນເຮັດໃຫ້ເຄື່ອງປະຕິກອນນີວເຄລຍ 3 ໜ່ວຍໃນໂຮງໄຟຟ້າດັ່ງ
ກ່າວ ລະລາຍລົງ.
ປະຊາຊົນ 2 ຄົນເສຍຊີວິດໃນຕຶກອາຄານທີ່ພັງທະລາຍລົງມາທັບໃນພາກເໜືອແລະ
ພາກໃຕ້ຂອງຍີ່ປຸ່ນ. ພວກຄົນອື່ນໆທີ່ໄດ້ເສຍຊີວິດໄປກໍມີຊາຍສູງອາຍຸຄົນນຶ່ງທີ່ຕົກລົງ
ມາຈາກຫຼັງຄາເຮືອນ ແລະຍິງສາວຄົນນຶ່ງຖືກຕົ້ນໄມ້ຫັກລົງທັບຕາຍ.
ພວກພະຍາກອນອາກາດກ່າວວ່າ ລົມພາຍຸລູກນີ້ໄດ້ເຄື່ອນໄຫວເຂົ້າໄປຍັງຫຼາຍເຂດ
ໃນພາກເໜືອຂອງຍີ່ປຸ່ນໃນວັນພຸດມື້ນີ້.