ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຄະນະ​ ລັດຖະມົນ​ຕີ​ຍີ່ປຸ່ນ ​ອອກ​ເງິນ ຊື້​ຈັກຊັກ​ເຄື່ອງ ໃຫ້ທ່ານ Yamanaka


ສາສະດາຈານ Shinya Yamanaka (ຂວາ) ແຫ່ງມະຫາວິທຍາໄລກຽວໂຕ ທີ່ໄດ້ຮັບລາງວັນໂນແບລ ຂະແໜງການແພດ ປີ 2012.
ສາສະດາຈານ Shinya Yamanaka (ຂວາ) ແຫ່ງມະຫາວິທຍາໄລກຽວໂຕ ທີ່ໄດ້ຮັບລາງວັນໂນແບລ ຂະແໜງການແພດ ປີ 2012.
ຄະນະ​ລັດຖະມົນ​ຕີ​ຍີ່ປຸ່ນ​ກໍາລັງອອກ​ເງິນກັນ ຊື້​ຈັກຊັກ​ເຄື່ອງ ຫຼື ຈັກ​ຊັກ​ເສື້ອ​ຜ້າ​ໜ່ວຍ​ໃໝ່ ໃຫ້​ທ່ານ Shinya Yamanaka ຜູ້​ທີ່​ໄດ້​ຮັບ​ລາງວັນ​ໂນ​ເບ​ລ ມູນ​ຄ່າ 1 ລ້ານ​ສອງ​ແສນ​ໂດ​ລາ ​ເມື່ອ​ບໍ່​ດົນ​ຜ່ານ​ມານີ້ ສໍາ​ລັບ​ຜົນງານ​ດ້ານ​ການ​ແພດ ພ້ອມ​ດ້ວຍ​ເພື່ອນ​ຮ່ວມ​ງານຂອງ​ທ່ານ​ຄົນ​ນຶ່ງ.

ທ່ານ Yamanaka ​ເວົ້າ​ຕະຫຼົກວ່າ ລາວ​ກໍາລັງ​ແປງ​ຈັກຊັກ​ເຄື່ອງຢູ່​ເວລາ ຄະນະ​ກໍາມະການ​ລາງວັນ​ໂນເບລ ທີ່​ນະຄອນຫຼວງອອສ​ໂລ ປະ​ເທດ​ນໍ​ເວ ​ໂທ​ມາ​ຫາ​ລາວ​ວ່າ ລາວ​ຊະນະລາ​ງວັນ​ໂນ​ເບ​ລ ຍ້ອນ​ຜົນງານການ​ຄົ້ນຄວ້າ ​ ກ່ຽວ​ກັບເຊ​ລຕົ້ນ​ກໍ​າ​ເນີ​ດ ຫຼື stem cell ທີ່ລາວ​ໄດ້​ດໍາ​ເນີນ​ການ​ກັບ​ເພື່ອນ​ນັກ​ຄົ້ນຄວ້າຊາວ​ອັງກິດ ທ່ານ John Guron. ທ່ານ Yamanaka ​ເວົ້າ​ວ່າ ລາວ​ບໍ່​ມີ​ເວລາ​ແປງ​ຈັກຊັກ​ເຄື່ອງຕັ້ງ​ແຕ່​ນັ້ນ​ມາ.

​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້ ທ່ານນາງ Makiko Tanaka ລັດຖະມົນຕີ​ກະ ຊວງ​ວິ​ທະຍາ​ສາດ​ກ່າວ​ວ່າ ທ່ານ​ນາງ​ໄດ້​ມອບ​ບັດ​ຂອງຂວັນໃຫ້​ແກ່ທ່ານ Yamanaka ທີ່​ເຊັນ​ໂດຍ ​ຄະນະ​ລັດຖະມົນຕີ 16 ຄົນ ຊຶ່ງ​ເປັນ​ເພື່ອນ​ຮ່ວມ​ງານ​ຂອງ​ທ່ານ​ນາງ ທີ່​ໄດ້ອອກ​ເງິນ​ກັນ​ ຄົນ​ລະ 126 ​ໂດ​ລາ ​ໃຫ້ແກ່ທ່ານ Yamanaka ເອົາ​ໄປຊື້​ຈັກຊັກ​ເຄື່ອງ​ໃໝ່.
XS
SM
MD
LG