ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນ ເຕືອນເຖິງ ກິດຈະການ ແບບ​ຮຸກ​ຮານ ຂອງຈີນ ໃນທະເລຈີນ


ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe (ກາງ) ກຳລັງກ່າວ ຕໍ່ບັນດານັກຂ່າວ.
ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe (ກາງ) ກຳລັງກ່າວ ຕໍ່ບັນດານັກຂ່າວ.

ຍີ່ປຸ່ນກ່າວ​ວ່າ ກິດຈະການແບບ​ຮຸກ​ຮານທາງທະເລຂອງຈີນ ຢູ່​
ໃນເຂດທະເລຈີນຕາ​ເວັນ​ອອກ ​ແມ່ນ​ຮວມຢູ່ໃນ​ການຂົ່ມຂູ່​ທີ່​ສຳ
ຄັນຕ່າງໆຕໍ່ຄວາມ​ປອດໄພ​ຂອງ​ປະ​ເທດ​ ໃນ​ຂະນະ​ທີ່ນາຍົກ
ລັດຖະມົນຕີ Shinzo Abe ຊຸກຍູ້​ ໃຫ້ມີການຮັບຜ່ານ ມາດຕະ
ການ​ຕ່າງໆ ທີ່​ແນໃສ່​ເພື່ອ​ຂະຫຍາຍ​ບົດບາດ​ຂອງກອງທັບ​ຍີ່ປຸ່ນ.

ຢູ່​ໃນລາຍ​ງານການ​ທົບ​ທວນດ້ານປ້ອງ​ກັນ​ປະ​ເທດ​ປະຈຳ​ປີ ​ທີ່
ນຳອອກເຜີຍແຜ່ ໃນ​ວັນ​ອັງຄານ​ມື້​ນີ້ ກະຊວງ​ປ້ອງ​ກັນ​ປະ​ເທດຍີ່
ປຸ່ນ ​ໄດ້​ປະນາມ​ການ​ພັດທະນາ​ ບໍ່ນຳ້ມັນ ​ແລະ​ແກັສທຳມະຊາດ
ສຳຮອງໃຕ້​ທະ​ເລຂອງປັກ​ກິ່ງ ຢູ່ໃນເຂດທະເລ ຈີນຕາເວັນ​ອອກ
​ ພ້ອມ​ທັງ​ເພີ້​ມການ​ມີໜ້າ​ທາງ​ທະຫານ ຢູ່​ໃກ້ກັບ​ບັນດາ​ໝູ່​ເກາະ
​ທີ່ ຍີ່​ຢຸ່ນຄອບ​ຄອງ ແຕ່​ຍັງ​ອ້າງ​ເອົາກຳມະສິດໂດຍຈີນ​.

ລາຍ​ງານ​ສະບັບນີ້ໄດ້​ປະນາມ​ກິດຈະການຕ່າງໆຂອງ​ຈີນ ຢູ່​ໃນ​ເຂດທະເລຈີນໃຕ້ ທີ່ອຸດົມ
ສົມບູນໄປດ້ວຍຊັບພະຍາກອນທຳມະຊາດບ່ອນ​ທີ່ຈີ້ນເລີ້ມ​ສ້າງເກາະ​ທຽມ ຫລາຍໆເກາະ
ຊຶ່ງການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ເຮັດໃຫ້ຄວາ​ມ​ເຄັ່ງ​ຕຶງເພີ້ມ ທະວີຂຶ້ນລະຫວ່າງປັກ
+​ກິ່ງ ​ແລະ​ຫລາຍໆ​ປະ​ເທດ​ເພື່ອນບ້າ​ນ​ ໃນເຂດເອ​ເຊຍ​ຕາ​ເວັນ​ອອກ.

​ລາຍ​ງາ​ນສະ​ລຸ​ບວ່າ “ຈີນ ໂດຍ​ສະ​ເພາະແລ້ວ ໃນການຂັດ​ແຍ້​ງກ່ຽວ​ກັບເລື້ອງ ທະເລນີ້
ຍັງສືບຕໍ່ປະຕິບັດງານ​ໃນ​ແບບທີ່ມີຄວາມໝັ້ນໃຈຫຼາຍຂຶ້ນ​ ຮວມທັງການ​ພະຍາຍາມບີບ​
ບັງຄັບ​ເພື່ອໃຫ້ມີການປ່ຽນ​ແປງສະພາບ​ການ​ທີ່ເປັນ​ຢູ່ໃນປັດຈຸບັນ ​ແລະພ້ອມແລ້ວທີ່
ຈະປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງຕົນ ​ແຕ່​ຝ່າຍ​ດຽວຕາມລຳພັງ ໂດຍ
ປາດ​ສະຈາກ​ການ​ປະ​ນີປະນອມໃດໆ.”

ນອກນັ້ນ ກະຊວງ​ປ້ອງ​ກັນ​ປະ​ເທດຍີ່ປຸ່ນ ​ຍັງລະບຸວ່າ ​ໂຄງການ​ລູກ​ສອນໄຟ ນິວເຄລຍ
ຂອງ​ເກົາຫລີ​ເໜືອ ຍັງ​ເປັນ​ການ​ຂົ່ມຂູ່ຕໍ່​ຢີ່ປຸ່ນດ້ວຍ. ​

Japan China Military
please wait
Embed

No media source currently available

0:00 0:01:40 0:00

XS
SM
MD
LG