ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍີ່ປຸ່ນ ລົງຄະແນນສຽງ ສຳລັບ ສະພາຕໍ່າ


ຜູ້ລົງຄະແນນສຽງປ່ອນບັດເລືອກຕັ້ງຢູ່ສະຖານທີ່ເລືອກຕັ້ງໃນ
ນະຄອນຫຼວງ ໂຕກຽວ. 22 ຕຸລາ
ຜູ້ລົງຄະແນນສຽງປ່ອນບັດເລືອກຕັ້ງຢູ່ສະຖານທີ່ເລືອກຕັ້ງໃນ ນະຄອນຫຼວງ ໂຕກຽວ. 22 ຕຸລາ

ບັນດາຜູ້ລົງຄະແນນສຽງຄົນ ຍີ່ປຸ່ນ ໄດ້ໄປສະຖານທີ່ປ່ອນບັດໃນວັນອາທິດມື້ນີ້ ເພື່ອ
ການເລືອກຕັ້ງທົ່ວໄປ.

ພັນທະມິດຂອງນາຍົກລັດຖະມົນຕີ ທ່ານ ຊິນໂຊ ອາເບະ ທີ່ກຳລັງປົກຄອງປະເທດຢູ່
ແມ່ນຄາດວ່າ ຈະໄດ້ຊະນະສອງສ່ວນສາມຂອງ “ສຽງສ່ວນຫຼາຍ” ທີ່ເຂົາເຈົ້າຄວບຄຸມ
ໃນສະພາຕໍ່າ ກ່ອນທ່ານ ອາເບະ ຈະຍຸບສະພາໃນເດືອນກັນຍາທີ່ຜ່ານມາ.

ໄຊຊະນະຂອງພັກພັນທະມິດ ໃນການເລືອກຕັ້ງກະທັນຫັນ ແມ່ນເບິ່ງຄືຈະຮັບປະກັນ
ວ່າ ທ່ານ ອາເບະ ຈະໄດ້ຮັບການດຳລົງຕຳແໜ່ງສາມປີອີກສະໄໝນຶ່ງ ໃນຖານະຫົວ
ໜ້າພັກປະຊາທິປະໄຕເສລີ ໃນປີໜ້າ, ເຊິ່ງຂະຫຍາຍການເປັນຜູ້ນຳຂອງທ່ານອອກ
ໄປອີກ.

ການຢັ່ງຫາງສຽງໄດ້ລະບຸວ່າ ບັນດາຜູ້ລົງຄະແນນສຽງ ໄດ້ພິຈາລະນາລັດຖະບານຂອງ
ທ່ານ ອາເບະ ເປັນທາງເລືອກທີ່ປອດໄພ ໃນຂະນະທີ່ປະເທດໄດ້ປະເຊີນໜ້າກັບ
ຄວາມບໍ່ສະບາຍໃຈ ກ່ຽວກັບ ການພັດທະນາເບີດນິວເຄລຍ ແລະ ລູກສອນໄຟຂອງ
ເກົາຫຼີເໜືອ.

ແນວໃດກໍຕາມ, ຖ້າມີການປ່ຽນແປງໃດໆ ຈາກຜົນຂອງການລົງຄະແນນສຽງນັ້ນ, ບາງ
ເທື່ອກໍອາດເປັນຍ້ອນພາຍຸໄຕ້ຝຸ່ນ ແລນ ເຊິ່ງຄາດວ່າຈະພັດຂຶ້ນຝັ່ງໃນວັນອາທິດມື້ນີ້,
ຈະພັດຖະຫຼົ່ມເຂົ້າພື້ນທີ່ສ່ວນໃຫຍ່ຂອງປະເທດ ຍີ່ປຸ່ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG