ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ທີ່​ເສຍ​ຊີວິດ ​​ໃນ​ເຫດ ພູ​ໄພລະ​ເບີດ​ ຢູ່ຍີ່ປຸ່ນ ​ເພີ້​ມຂຶ້ນເປັນ 48 ຄົນ​ແລ້ວ


ູູຄວັນພູໄຟ ພຸ້ງຂຶ້ນສູ່ທ້ອງຟ້າ ຈາກ ພູໄຟ Ontakeທີ່ຕັ້ງຢູ່ລະຫວ່າງກາງ ນະຄອນ Nagano ແລະເທດສະບານເມືອງ Gifu ໃນພາກກາງຂອງຍີ່ປຸ່ນ, ວັນທີ 30 ກັນຍາ 2014.
ູູຄວັນພູໄຟ ພຸ້ງຂຶ້ນສູ່ທ້ອງຟ້າ ຈາກ ພູໄຟ Ontakeທີ່ຕັ້ງຢູ່ລະຫວ່າງກາງ ນະຄອນ Nagano ແລະເທດສະບານເມືອງ Gifu ໃນພາກກາງຂອງຍີ່ປຸ່ນ, ວັນທີ 30 ກັນຍາ 2014.

ຈຳນວນ​ຜູ້​ທີ່​ເສຍ​ຊີວິດ ໃນ​ເຫດພູ​ໄພລະ​ເບີດ​ຂຶ້ນ​ຢ່າງໃຫຍ່ເມື່ອ​
ວັນ​ເສົາ​ຜ່ານ​ມາຢູ່​ພາກ​ກາງຂອງ​ຍີ່ປຸ່ນນັ້ນໄດ້​ເພີ້​ມຂຶ້ນ​ເປັນຮອດ
48 ຄົນ​ແລ້ວ ຫຼັງຈາກພວກ​ເຈົ້າໜ້າ​ທີ່​ກູ້​ໄພໄດ້​ຊອກ​ເຫັນອີກ​ 12
ສົບ ​ໃນ​ວັນ​ພຸດ​ມື້​ນີ້.

ບັນດາ​ເຈົ້າໜ້າ​ທີ່ແຂວງ Nagano ກ່າວ​ວ່າ ສົບເຫລົ່ານັ້ນ ​ແມ່ນ
​ພົບ​ເຫັນ​ຢູ່​ໃກ້ໆ ກັບ​ຈອມ​ພູ​ Ontake ທີ່​ປົກ​ຄຸມ​ໄປ​ດ້ວຍ​ຂີ້​ເຖົ່າ
ຊຶ່ງເປັນ ບ່ອນທີ່ເຕັມ​ໄປ​ດ້ວຍພວກນັກ​ປີນ​ພູ ​ໃນ​ເວລາ​ທີ່​ພູ​ໄຟ
​ລະ​ເບີດ​ຂຶ້ນ.

ຕຳຫລວດ ​ແລະ​ທະຫານຫຼາຍຮ້ອຍ​ຄົນ ທີ່​ນຳໃຊ້ເຮ​ລິ​ຄອບ​ເຕີ
ຊ່ວຍ​ເຫຼືອ​ ຍັງສືບ​ຕໍ່ຊອກຫາ​ຢູ່​ຕາມ​ພູ​ໄຟ​ນັ້ນ. ພວກ​ເຈົ້າໜ້າ​ທີ່​ເຊື່ອ​ວ່າ ຍັງ​ມີຜູ້ຫາຍສາບ​
ສູນຢູ່ ​ແຕ່​ບໍ່​ຮູ້​ຈຳນວນ​ຕົວ​ເລກ​ ວ່າ​ມີ​ຈັກ​ຄົນ.

ຫຼາຍຮ້ອຍ​ຄົນ ​ໄດ້​ຕົກ​ຄ້າງ​ຢູ່​ເທິ​ງຈອມ​ພູໄຟ ຫຼັງຈາກ​ມັນ​ໄດ້​ລະ​ເບີດ​ຂຶ້ນ​ໃນ​ວັນ​ເສົາ​ຜ່ານ​ມາໂດຍ​ບໍ່​ມີສັນຍາ​ນ​ເຕືອນ​ໃດໆ​ເລີຍ ໃນ​ເວລາປະມານ ​ຕອນ​ທ່ຽງ ຕາມເວລາ​ທ້ອງ​ຖິ່ນ.
​ພວກ​ນັກ​ປີນ​ພູສ່ວນ​ໃຫຍ່ ໄດ້ຫາ​ທາງ ກັບລົງ​ມາ ໃນ​ຕອນ​ແລງ​ວັນ​ເສົານັ້ນ.

JAPAN VOLCANO VO
please wait
Embed

No media source currently available

0:00 0:01:21 0:00

XS
SM
MD
LG