ຍີ່ປຸ່ນກ່າວວ່າ ຕົນຈະຊອກຫາຊ່ອງທາງເພື່ອໃຫ້ມີການຕົກ
ລົງກັບຫວຽດນາມ ກ່ຽວກັບການພັດທະນາຮ່ວມກັນ ແຮ່
ທາດທີ່ຫາຍາກຢູ່ໃນຫວຽດນາມ.
ຍີ່ປຸ່ນພວມຊອກຫາແຫຼ່ງທີ່ມາໃໝ່ຂອງແຮ່ທາດທີ່ຍາກທີ່ຈໍາ
ເປັນຕ້ອງໄດ້ໃຊ້ ໃນຜະລິດຕະພັນຮາຍເທັກຫຼາຍໆຢ່າງນັ້ນ
ນັບຕັ້ງແຕ່ໄດ້ມີການຈົ່ມທຸກ ກ່ຽວກັບອັນທີ່ເທົ່າກັບເປັນ
ການຫ້າມສົ່ງອອກແຮ່ທາດທີ່ຫາຍາກ ຈາກຈີນ.
ການຕົກລົງທີ່ວ່ານີ້ ອາດຈະ
ບັນລຸກັນໃນວັນທີ 31 ຕຸລາ
ຈະມານີ້ ເວລານາຍົກລັດ
ຖະມົນຕີຍີ່ປຸ່ນ ທ່ານ Nao-
to Kan ພົບປະກັບນາຍົກ
ລັດຖະມົນຕີຫວຽດນາມ
ທ່ານ Nguyen Tan Dung ທີ່ນະຄອນຫຼວງຮ່າໂນ່ຍ.
ຍີ່ປຸ່ນໄດ້ປະກາດໃນຕົ້ນເດືອນນີ້ວ່າ ຕົນໄດ້ສົ່ງຜູ້ແທນໄປຍັງມົງໂກເລຍ ເພື່ອສຶກສາເບິ່ງວ່າ
ຈະຊ່ອຍປະເທດດັ່ງກ່າວໄດ້ແນວໃດ ໃນການພັດທະນາແຮ່ທາດທີ່ຫາຍາກ.
ຈີນເປັນຜູ້ສະໜອງຕອບຫຼາຍກວ່າ 95% ໃນຄວາມຕ້ອງການກ່ຽວກັບແຮ່ ທາດທີ່ຫາຍາກ.
ຈີນໄດ້ປະຕິເສດວ່າ ຕົນບໍ່ໄດ້ຕັດການສົ່ງອອກໄປຍັງຍີ່ປຸ່ນແຕ່ກໍເວົ້າວ່າ ຕົນຈະຈຳກັດການ
ສົ່ງອອກເພື່ອໃຫ້ເປັນທີ່ແນ່ໃຈວ່າແຮ່ທາດເຫຼົ່ານີ້ ຍັງມີຢູ່.