ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໒ ມິຖຸນາ ໒໐໒໓

ຍີ່ປຸ່ນຈະຊ່ວຍຫວຽດນາມ ສ້າງໂຮງໄຟຟ້ານີວເຄລຍ


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Naoto Kan ຈັບມືກັບທ່ານຫງຽນຕັນດຸງ ນາຍົກລັດຖະມົນຕີຫວຽດນາມ ທີ່ນະຄອນຫລວງຮາໂນຍ, ວັນທີ 31 ຕຸລາ 2010

ນາຍົກ​ລັດຖະມົນຕີຂອງ​ຍີ່ປຸ່ນ​ແລະ​ຂອງ​ຫວຽດນາມ ​ປະກາດ​ໃຫ້​ຮູ້​ໃນ​ວັນອາທິດ​ມື້​ນີ້​ວ່າ ພວກ​ທ່ານ​ຈະ​ທໍາ​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ ​ໃນ​ການ​ກໍ່ສ້າງໂຮງ​ໄຟຟ້າ​ນີວ​ເຄລຍ​ແຫ່ງ​ນຶ່ງ​ ແລະ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ທີ່​ຫາ​ຍາກ​ໃນ​ຫວຽດນາມ​ນັ້ນ.

ຫລັງ​ຈາກ​ທໍາ​ການ​ພົບ​ປະ​ຫາລື​ກັນ​ຢູ່​ຂ້າງ​ນອກ​ກອງ​ປະຊຸມ​ອາ​
ຊ່ຽນ​ທີ່​ນະຄອນຫລວງຮາ​ໂນ​ຍ ທ່ານ​ Naoto Kan ນາຍົກ
ລັດຖະມຸນຕີຍີ່ປຸ່ນ​ແລະ​ທ່ານ Nguyen Tan Dung ຄູ່​ຕໍາ
ແໜ່​ງຈາກ​ຫວຽດນາມ ກ່າວ​ວ່າ​ ຍີ່ປຸ່ນ​ໄດ້ຖືກ​ເລືອກ​ໃຫ້​ເປັນ
ປະ​ເທດ​ຊ່ອຍ​ກໍ່ສ້າງ​ໂຮງ​ໄຟຟ້າ​ນີວ​ເຄລຍ​ແຫ່ງ​ທີ​ສອງຂຶ້ນ ​ໃນ​ຫວຽດນາມ.

ຫວຽດນາມ​ວາງ​ແຜນ​ຈະ​ເລີ້ມ​ກໍ່ສ້າງ​ໂຮງ​ໄຟຟ້າ​ນີວ​ເຄລຍ​ແຫ່ງ​ທໍາ​ອິດຂອງ​ຕົນ​ຂຶ້ນ​ໃນ​ປີ 2014 ດ້ວຍ​ການ​ຊ່ອຍ​ເຫລືອ​ຈາກຣັດ​ເຊຍ.

ນອກ​ນັ້ນ​ ສອງ​ປະ​ເທດ​ຍັງ​ໄດ້​ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ຮ່ວມ​ສະບັບ​ນຶ່ງວ່າ​ ພວກ​ຕົນ​ຈະ​ຮ່ວມ​ແຮງ​ກັນ​ເພື່ອ​ທໍາ​ການ​ບຸກ​ເບີກ ຂຸດຄົ້ນ ພັດທະນາ ​ແລະ​ຜະລິດ​ແຮ່​ທາດ​ທີ່​ຫາ​ຍາກ ຢູ່​ໃນ​ຫວຽດນາມນັ້ນ.

ຍີ່ປຸ່ນ​ກໍາລັງ​ປະ​ເຊີນ​ກັບ​ການ​ຂາດ​ແຄນ​ແຮ່​ທາດ​ທີ່​ຫາ​ຍາກ​ນີ້ ຫລັງ​ຈາກ​ຈີນ​ຕັດ​ການ​ສົ່ງ​ແຮ່​ທາດ​ດັ່ງກ່າວໃຫ້​ຕົນ​ລົງ.

XS
SM
MD
LG