ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທະຫານເຮືອ ອາເມຣິກັນ 2 ຄົນ ຖືກຕັດສິນ ຈຳຄຸກ ຢູ່ຍີ່ປຸ່ນ


ຊາວຍີ່ປຸ່ນ ພາກັນປະທ້ວງ ຢູ່ຕໍ່ໜ້າບ່ອນພັກເຊົາ ຂອງນາຍົກລັດຖະມົນຕີ ທີ່ເກາະໂອກີນາວາ (20 ຕຸລາ 2012)
ຊາວຍີ່ປຸ່ນ ພາກັນປະທ້ວງ ຢູ່ຕໍ່ໜ້າບ່ອນພັກເຊົາ ຂອງນາຍົກລັດຖະມົນຕີ ທີ່ເກາະໂອກີນາວາ (20 ຕຸລາ 2012)
ສານແຫ່ງນຶ່ງ ທີ່ເກາະໂອກີນາວາ ໃນພາກໃຕ້ຂອງປະເທດຍີ່ປຸ່ນ ໄດ້ຕັດສິນໂທດຈຳຄຸກທະຫານເຮືອອາເມຣິກັນ 2 ຄົນ ຍ້ອນໄດ້
ທຳການຂົ່ມຂືນສຳເລົາ ແລະປຸ້ນຊິງຊັບແມ່ຄົນນຶ່ງ ໃນເຂດທ້ອງ
ຖິ່ນ ເມື່ອທ້າຍປີກາຍນີ້.

ສານໃນເຂດເມືອງ Naha ໄດ້ຕັດສິນລົງໂທດ ໃຫ້ພົນທະຫານ
ເຮືອ Christopher Browning ຈຳຄຸກ ເປັນເວລາ 10 ປີ ໃນ
ຖານຂົ່ມຂືນແບບລຽນຄິວ ແລະປຸ້ນຊິງຊັບ ໃນຂະນະທີ່ຜູ້ສົມຮູ້
ຮ່ວມຄິດກັບລາວ ສິບຕີ Skyler Dozierwalker ໄດ້ຮັບໂທດ
ຈຳຄຸກເປັນເວລາ 9 ປີ ຖານຂົ່ມຂືນແບບລຽນຄິວ.

ທະຫານອາເມຣິກັນທັງສອງແມ່ນຖືກໄປປະຕິບັດໜ້າທີ່ຊົ່ວຄາວ
ຈາກຖານທັບອາກາດຂອງກອງທັບເຮືອ ທີ່ເມືອງ Fort Worth
ໃນລັດ Texas ເວລາເຂົາເຈົ້າປຸ້ນຊິງຊັບແລະຂົ່ມຂືນແມ່ຍິງຄົນ
ດັ່ງກ່າວເມື່ອວັນທີ 16 ຕຸລາປີກາຍ. ບຸກຄົນທັງສອງໄດ້ຍອມຮັບ
ຜິດ ໃນຕົ້ນອາທິດນີ້.

ຄະດີດັ່ງກ່າວໄດ້ພາໃຫ້ມີການຫ້າມບໍ່ໃຫ້ທະຫານອາເມຣິກັນໃນ
ທົ່ວປະເທດຍີ່ປຸ່ນອອກໄປທ່ຽວໃນຍາມກາງຄືນ. ທັງໆທີ່ໄດ້ມີການຫ້າມດັ່ງກ່າວການປະພຶດ ທີ່ບໍ່ຖືກຕ້ອງທີ່ພົວພັນກັບທະຫານ ອາເມຣິກັນຊຶ່ງສ່ວນໃຫຍ່ແລ້ວ ເປັນພວກທີ່ເມົາເຫຼົ້າ ນັ້ນ ແມ່ນສືບຕໍ່ກໍ່ໃຫ້ເກີດຄວາມຮູ້ສຶກຕໍ່ຕ້ານອາເມຣິກັນຂຶ້ນຢູ່ໃນບ່ອນຕ່າງໆທີ່ມີຖານທັບສະຫະ
ລັດຕັ້ງຢູ່ນັ້ນ.
XS
SM
MD
LG