ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວຍີ່ປຸ່ນ ​ປະ​ທ້ວງ​ ການ​ນໍາ​ໃຊ້ ເຮືອບິນ MV-22 Osprey ຂອງ​ສະ​ຫະລັດ


​ເຮືອບິນ​ສອງ​ໝາກ​ປິ່ນ​ອ່ຽງ Osprey MV-22
​ເຮືອບິນ​ສອງ​ໝາກ​ປິ່ນ​ອ່ຽງ Osprey MV-22

ປະຊາຊົນຫຼາຍກ່ວາ​ນຶ່ງຮ້ອຍຄົນ ​ໄດ້​ພາກັນ​ທໍາ​ການປະທ້ວງຢູ່ອ້ອມ​ແອ້ມຄ້າຍ Iwakuni
ຂອງທະຫານ Marine ​ສະຫະລັດ ທາງພາກຕາເວັນຕົກຂອງຍີ່ປຸ່ນ ໃນວັນຈັນມື້ນີ້
​ໃນຂະນະທີ່ເຮືອບິນ​ບັນທຸກ​ລໍາ​ນຶ່ງ ລໍາລຽງເຮືອບິນ MV-22 Osprey 12 ລໍາ ມາສົ່ງ​
ທີ່​ຄ້າຍ​ແຫ່ງ​ນັ້ນ.

ການ​ຄັດຄ້ານ​ຂອງ​ປະຊາຊົນ​ທ້ອງ​ຖິ່ນ ຕໍ່​ເຮືອບິນ​ດັ່ງກ່າວ​ນີ້​ ​ໄດ້ເພີ່ມ​ທະວີ​ຂຶ້ນ​ ນັບ​ຕັ້ງ​ແຕ່
ເຮືອບິນ Osprey ​ລໍາ​ນຶ່ງໄດ້​ຕົກລົງ ຢູ່​ປະ​ເທດ Morocco​ ໃນ​ເດືອນເມສາ ປີ​ນີ້ ​ແລະອີກ
​ລໍາ​ນຶ່ງໄດ້​ຕົກ​ລົງທີ່​ລັດ Florida ​ໃນ​ເດືອນມີ​ຖຸນາ ​ຜ່ານ​ມາ​.

ເຮືອບິນທີ່​ມີສອງໝາກປິ່ນອ່ຽງດັ່ງກ່າວ​ນີ້ ​ໄດ້​ນໍາ​ມາ​ທົດ​ລອງ​ໃຊ້ຢູ່ຄ້າຍ Iwakuni ຈົນ​ກວ່າ
​ຈະນໍ​າໄປ​ໃຊ້​ງານ ​ຢູ່ຖານ​ທັບອາກາດ Futenma ​ທີ່​ເກາະ Okinawa ໃນເດືອນຕຸລາ​.

ສະຖານ​ເອກ​ອັກຄະ​ລັດຖະທູດສະຫະລັດ​ໃນ​ຍີ່ປຸ່ນ ກ່າວ​ໃນຄໍາ​ຖະ​ແຫລ​ງໃນ​ວັນຈັນ​ມື້​
ນີ້​ວ່າ ​ກໍ​າລັງ​ສະຫະລັດ​ໃນ​ຍີ່ປຸ່ນຈະລະ​ເວັ້ນຈາກ​ການ​ໃຊ້ເຮືອບິນ Osprey ບິນ ປະຕິ
ບັດ​ງານ ຈົນ​ກວ່າ​ວ່າ ການ​ສືບສວນ​ສອບ​ສວນ​ກ່ຽວ​ກັບ​ອຸບ​ປະຕິ​ເຫດ ຈະ​ຢືນຢັນ​ຄວາມ
ປອດ​ໄພຂອງ​ເຮືອບິນ​ດັ່ງກ່າວ.


XS
SM
MD
LG