ລັດຖະມົນຕີຕ່າງປະເທດຍີ່ປຸ່ນໄດ້ໃຫ້ຄໍາໝັ້ນສັນຍາວ່າ ໂຕກຽວຈະກົດດັນສະຫະລັດ ໃຫ້
ມອບອໍານາດເພີ່ມຕື່ມໃຫ້ແກ່ພວກເຈົ້າໜ້າທີ່ຍີ່ປຸ່ນ ໃນການດໍາເນີນຄະດີກ່ຽວກັບຂໍ້ຫາກໍ່
ອາຊະຍາກໍາໂດຍກໍາລັງທະຫານສະຫະລັດຢູ່ ເກາະໂອກິນາວານັ້ນ.
ທ່ານ Koichiro Gemba ໄດ້ຮັບປາກເມື່ອວັນເສົາວານນີ້ຢູ່ໃນກອງປະຊຸມກັບຜູ້ວ່າການ
ເກາະໂອກິນາວາ ທ່ານ Hirokazu Nakaima.
ທ່ານ Gemba ກ່າວວ່າ ທ່ານຈະກະທໍາທຸກຢ່າງທີ່ເປັນໄປໄດ້ເພື່ອເກ້ຍ ກ່ອມໃຫ້ສະຫະລັດ
ທໍາການປ່ຽນແປງຫລາຍຂຶ້ນ ຕໍ່ຂໍ້ຕົກລົງອັນນຶ່ງ ທີ່ໃຫ້ ສະຫະລັດມີອໍານາດໃນການດໍາເນີນ
ຄະດີໃນເບື້ອງຕົ້ນ ຕໍ່ທະຫານແລະຄອບຄົວຂອງພວກເຂົາເຈົ້າທີ່ຖືກກ່າວຫາວ່າກໍ່ອາຊະຍາ
ກໍາຢູ່ໃນດິນແດນຍີ່ປຸ່ນນັ້ນ.
ທ່ານຜູ້ວ່າເກາະໂອກິນາວາ Nakaima ກ່າວວ່າ ທ່ານດີໃຈໃນຄວາມພະຍາຍາມຂອງຍີ່ປຸ່ນ
ເພື່ອດັດແປງຂໍ້ຕົກລົງດັ່ງກ່າວເພີ່ມຕື່ມ.
ອາຊະຍາກໍາທີ່ໄດ້ກໍ່ຂຶ້ນໂດຍທະຫານສະຫະລັດໃນຍີ່ປຸ່ນນັ້ນ ແມ່ນໄດ້ສ້າງ ຄວາມໂກດແຄ້ນ
ໃນພວກມະຫາຊົນຍີ່ປຸ່ນຢ່າງໃຫຍ່ ບວກກັບການຊັກຊ້າໃນການມອບສົ່ງຜູ້ຕ້ອງສົງໃສຕໍ່ໃຫ້
ພວກເຈົ້າໜ້າທີ່ຍີ່ປຸ່ນ ແລະການລົງ ໂທດຕ່າງໆ ທີ່ເຫັນວ່າເບົາເກີນໄປນັ້ນ.