ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະ​ຫານ​ນາ​ວີ​ກະ​ໂຍ​ທິນອາ​ເມ​ຣິ​ກັນ 5 ​ຄົນ​ເສຍ​ຊີ​ວິດ ໃນ​ອຸບ​ປະ​ຕິ​ເຫດ ເຮືອ​ບິນ​ຕຳ​ກັນ ຢູ່​ແຄມ​ຝັ່ງ​ທະ​ເລ ໃນ​ຍີ່​ປຸ່ນ


ທະ​ຫານ​ນາ​ວີ​ກະ​ໂຍ​ທິນ ແລະ​ທະ​ຫານ​ເຮືອ​ຂ​ອງ ເຮືອ​ບິນ KC-130 ທີ່ ຕຽມ​ສົ່ງ​ພວກ​ປະ​ຫານ ໄປ​ຍັງ​ອັ​ຟ​ກາ​ນິ​ສ​ຖານ ທີ່​ຄ້າຍ​ທະ​ຫານ ເບ​ສ​ຊັນ, 27 ຕຸ​ລາ 2014.
ທະ​ຫານ​ນາ​ວີ​ກະ​ໂຍ​ທິນ ແລະ​ທະ​ຫານ​ເຮືອ​ຂ​ອງ ເຮືອ​ບິນ KC-130 ທີ່ ຕຽມ​ສົ່ງ​ພວກ​ປະ​ຫານ ໄປ​ຍັງ​ອັ​ຟ​ກາ​ນິ​ສ​ຖານ ທີ່​ຄ້າຍ​ທະ​ຫານ ເບ​ສ​ຊັນ, 27 ຕຸ​ລາ 2014.

ທະ​ຫານ​ນາ​ວີ​ກະ​ໂຍ​ທິນ ຂອງສະ​ຫະ​ລັດ 2 ​ລຳ ໄດ້​ຕຳ​ກັນ ກາງ​ອາ​ກາດ ຢູ່​ເທີງ​ນ່າ​ນຟ້າ
​ຂອງ​ຝັ່ງ​ທະ​ເລ ຍີ່​ປຸ່ນ ແລະ​ຕົກ​ລົງ​ໃນ​ມະ​ຫາ​ສະ​ໝຸດ​ປາ​ຊິ​ຟິກ, ການ​ຊອກ​ຫາ​ບັນ​ດາ​
ສະ​ມາ​ຊິກ​ເຮືອບິນ ໄດ້​ສັ່ງ​ໃຫ້​ຍຸ​ຕິແລ້ວ. ທັງ 5 ສະ​ມາ​ຊິກ​ຝຸງ​ບິນ ​ໄດ້​ເສຍ​ຊີ​ວິດ​.

ອຸບ​ປະ​ຕິ​ເຫດ​ຄັ້ງ​ນີ້ ມີ​ຂຶ້ນ​ໃນ​ວັນ​ພະ​ຫັດ ຜ່ານ​ມາ​ນີ້ ໃນ​ຂະ​ນະ​ທີ່ ເຮືອ​ບິນໄອ​ພົ່ນ F/A -18
ແລະ KC-130 ເຮືອບິນ​ເຕີມ​ນ້ຳ​ມັນ ທີ່​ທຳ​ການ​ຝຶກ​ຫັດ​ເຕີມ​ນ້ຳ​ມັນ ໃກ້ໆ​ກັບຖ້ຳ​ມູ​ໂຣ​ໂນ
ໃນ​ເກາະ​ໄຊ​ໂກ​ກູ. ນັກ​ບິນ​ທັງ​ສອງ​ຄົນ ຂອງເຮືອ​ບິນໄອ​ພົ່ນ F/A -18 ​ໄດ້​ຖືກ​ຊ່ອຍ​ຊີບ​
ໄວ້​ໄດ້ ຫຼັງ​ຈາກ​ທີ່ ອຸບັດ​ເຫດ , ແຕ່​ວ່າ ນຶ່ງ​ໃນ​ນັ້ນ ໄດ້ເສັຍ​ຊີ​ວິດ​ ຫຼັງ​ຈາກ​ນັ້ນ. ທະ​ຫານ
​ນາ​ວີ​ກະ​ໂຍ​ທິນ ທັງ 5 ຄົນ​ ​ທີ່​ຢູ່​ໃນ​ເຮືອ​ບິນ KC-130 ໄດ້​ເສຍ​ຊີ​ວິດ​ໝົດ​.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG