ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຍີ່ປຸ່ນວ່າ ຈີນ ປູກຝັງ ແນວຄິດ ຕໍ່ຕ້ານຍີ່ປຸ່ນ ແກ່ເດັກນັກຮຽນ


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ໂບກມືສັ່ງລາ ໃນຂະນະທີ່ທ່ານຈະອອກເດີນທາງ ມາຍັງນະຄອນຫລວງ ວໍຊິງຕັນ ທີ່ເດີ່ນບິນສາກົນ Haneda ໃນກຸງໂຕກຽວ, ວັນທີ 21 ກຸມພາ 2013.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ໂບກມືສັ່ງລາ ໃນຂະນະທີ່ທ່ານຈະອອກເດີນທາງ ມາຍັງນະຄອນຫລວງ ວໍຊິງຕັນ ທີ່ເດີ່ນບິນສາກົນ Haneda ໃນກຸງໂຕກຽວ, ວັນທີ 21 ກຸມພາ 2013.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ກໍາລັງກ່າວຫາ
ຈີນວ່າ ໃຊ້ລະບົບໂຮງຮຽນຂອງລັດ ເພື່ອສົ່ງເສີມໃຫ້ມີຈິດໃຈ
ຕໍ່ຕ້ານຍີ່ປຸ່ນ ເພາະສະນັ້ນ ຈຶ່ງເຮັດໃຫ້ບັນຫາຂັດແຍ້ງດ້ານ
ເຂດນໍ້າແດນດິນຂອງທັງສອງປະເທດຮ້າຍແຮງຂຶ້ນກວ່າເກົ່າ.

ກ່ອນອອກເດີນທາງມາຢ້ຽມຢາມນະຄອນວໍຊິງຕັນນັ້ນນາຍົກ
ລັດຖະມົນຕີ Abe ກ່າວໃນການສໍາພາດກັບໜັງສືພິມ
Washington Post ວ່າ ຈີນມີຄວາມຕ້ອງ ການຢາກມີ
ບັນຫາຂັດແຍ້ງກັບຍີ່ປຸ່ນ ແລະປະເທດເພື່ອນບ້ານອື່ນໆ
“ແບບຝັງເລິກ”. ທ່ານກ່າວອີກວ່າ ກຸງປັກກິ່ງໃຊ້ບັນຫາຂັດ
ແຍ້ງເພື່ອຮັກສາການສະໜັບສະໜຸນຢູ່ພາຍໃນປະເທດໄວ້.
ຍ້ອນເຫດຜົນນີ້ ທ່ານກ່າວວ່າ ບັນຫາຂັດແຍ້ງ ລະຫວ່າງ ປະເທດທັງສອງຈະບໍ່ໄດ້ຮັບການແກ້ໄຂໃນເວລາອັນໄວໆ
ນີ້ ແຕ່ຢ່າງ ໃດ.

ຄາດກັນວ່າ ໃນໄລຍະທີ່ພົບປະກັບປະທານາທິບໍດີບາຣັກໂອບາມາໃນວັນສຸກ ມື້ອື່ນນີ້
ທ່ານ Abe ຈະຊອກຫາຊ່ອງທາງ ເພື່ອເສີມຂະຫາຍການຮ່ວມມືທາງດ້ານປ້ອງກັນປະ
ເທດ ກັບກຸງວໍຊິງຕັນ ເພື່ອຊ່ວຍຕ້ານຢັນການນາບຂູ່ທີ່ຄິດວ່າ ເກີດມາຈາກການອ້າງເອົາ
ກໍາມະສິດຕໍ່ເຂດນໍ້າແດນດິນຂອງຈີນ.

ສາຍພົວພັນລະຫວ່າງຍີ່ປຸ່ນ ແລະຈີນ ໄດ້ຕົກວູບລົງສູ່ລະດັບຕໍ່າສຸດ ໃນຮອບຫລາຍໆ ປີມານີ້ ຍ້ອນບັນຫາຂັດແຍ້ງທີ່ເພີ້ມທະວີຄວາມຮ້າຍແຮງຂຶ້ນກ່ຽວກັບໝູ່ເກາະໃນເຂດ ທະເລຈີນຕາເວັນອອກທີ່ຕັ້ງຢູ່ໃກ້ກັບເຂດການປະມົງຍຸດທະສາດ ແລະອາດມີບໍ່ນໍ້າມັນ ຢ່າງຫລວງຫລາຍນັ້ນ. ທັງສອງປະເທດຕ່າງກໍເອົາອ້າງກໍາມະສິດຕໍ່ໝູ່ເກາະດັ່ງກ່າວ.
XS
SM
MD
LG