ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນຳ ສຫລ ແລະຍີ່ປຸ່ນ ຫາລືກັນ ກ່ຽວກັບເລື່ອງ ເກົາຫຼີເໜືອ


ປະທານາທິບໍດີ ບາຣັກ ໂອບາມາ ຈັບມື ກັບນາຍົກລັດຖະມົນຕີ Shinzo Abe ແຫ່ງຍີ່ປຸ່ນ ທີ່ທຳນຽບຂາວ (22 ກຸມພາ 2013)
ປະທານາທິບໍດີ ບາຣັກ ໂອບາມາ ຈັບມື ກັບນາຍົກລັດຖະມົນຕີ Shinzo Abe ແຫ່ງຍີ່ປຸ່ນ ທີ່ທຳນຽບຂາວ (22 ກຸມພາ 2013)
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວວ່າ ທ່ານ
ເອງແລະນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ໄດ້ສົນ ທະນາຫາລືກ່ຽວກັບວ່າຈະເອົາທ່າທີແບບໃດຕໍ່ການທົດລອງອາ
ວຸດນິວເຄລຍ ແລະການຍິງລູກສອນໄຟເທື່ອຫຼ້າສຸດຂອງເກົາຫຼີ
ເໜືອ.

ທ່ານໂອບມາກ່າວວ່າ “ພວກເຮົາໄດ້ປຶກສາຫາລືກັນຢ່າງໃກ້ຊິດ ກ່ຽວກັບບັນຫາດ້ານຄວາມໝັ້ນຄົງໃນຂອບເຂດທີ່ກວ້າງຂວາງ ໂດຍສະເພາະແລ້ວແມ່ນຄວາມວິຕົກກັງວົນຂອງພວກເຮົາກ່ຽວ ກັບການກະທຳທີ່ເປັນການທ້າທາຍເກາະຜິດ ທີ່ເກົາຫຼີເໜືອໄດ້
ເອົາ ແລະການຕັດສິນໃຈຂອງພວກເຮົາ ທີ່ຈະດຳເນີນມາດຕະ
ການ ຢ່າງແຂງຂັນເພື່ອເປັນການຕອບໂຕ້.”

ນາຍົກລັດຖະມົນຕີ Abe ກ່າວວ່າ ສະຫະລັດແລະຍີ່ປຸ່ນຈະດຳເນີນການຕໍ່ໄປຕາມການລົງ ໂທດທາງດ້ານເສດຖະກິດເພີ້ມຕື່ມຂອງອົງການສະຫະປະຊາຊາດຕໍ່ເກົາຫຼີເໜືອຍ້ອນປະຊາ ຄົມນາໆຊາດບໍ່ສາມາດປ່ອຍໃຫ້ພຽງຢາງກະທຳການດັ່ງກ່າວໄດ້.

ທ່ານໂອບາມາໄດ້ເປັນເຈົ້າພາບຕ້ອນຮັບທ່ານ Abe ທີ່ທຳນຽບຂາວໃນວັນສຸກວານນີ້ ນອກ ນັ້ນ ພວກຜູ້ນຳທັງສອງ ຍັງໄດ້ສົນທະນາຫາລືກັນກ່ຽວກັບຄວາມເຄັ່ງຕຶງ ທີ່ເພີ້ມທະວີຂຶ້ນລະ ຫວ່າງຍີ່ປຸ່ນກັບຈີນໃນການຂັດແຍ້ງເລື່ອງເຂດນໍ້າແດນດິນ.

ປະທານາທິບໍດີໂອບາມາໄດ້ກ່າວເນັ້ນ ເຖິງຄວາມສຳພັນລະຫວ່າງສະຫະລັດກັບຍີ່ປຸ່ນ. ຫຼັງ ຈາກນັ້ນ ທ່ານແລະນາຍົກລັດຖະມົນຕີ Abe ກໍໄດ້ຮັບປະທານອາຫານທ່ຽງ ແລະຫາລືກັນ ກ່ຽວກັບບັນຫາຕ່າງໆທາງດ້ານເສດຖະກິດແລະການຮ່ວມມື.

ທ່ານ Abe ທີ່ເດີນທາງມາເຖິງກຸງວໍຊິງຕັນໃນວັນພະຫັດຜ່ານມາ ເລີ້ມເຂົ້າຮັບຕຳແໜ່ງເປັນ ນາຍົກລັດຖະມົນຕີຄັ້ງທີ 2 ໃນເດືອນທັນວາ. ທ່ານໄດ້ໂຄສະນາຫາສຽງ ຊຶ່ງສ່ວນນຶ່ງ ແມ່ນ ໃຫ້ຄຳໝັ້ນສັນຍາວ່າ ຈະມີຄວາມສຳພັນທີ່ໃກ້ຊິດກັບສະຫະລັດທ່າມກາງທີ່ມີຄວາມຮູ້ສຶກວ່າ ຍີ່ປຸ່ນພວມຖືກຂົ່ມຂູ່ຈາກການອ້າງກຳມະສິດໃນເລື່ອງເຂດນໍ້າແດນດິນຂອງຈີນ.

ກ່ຽວຂ້ອງກັນ

XS
SM
MD
LG