ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ຍີ່ປຸ່ນ ພົບ ປ. ໂອບາມາ ທີ່ທໍານຽບຂາວ


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe (ກາງ) ຖືກຕ້ອນຮັບ ໂດຍທ່ານນາງ Capricia Marshall ຫົວໜ້າພິທີການທູດ (ຊ້າຍ) ຂະນະທີ່ທ່ານເດີນທາງມາເຖິງ ຖານທັບອາກາດ Andrews ໃກ້ໆກຸງວໍຊິງຕັນ (21 ກຸມພາ 2012)
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe (ກາງ) ຖືກຕ້ອນຮັບ ໂດຍທ່ານນາງ Capricia Marshall ຫົວໜ້າພິທີການທູດ (ຊ້າຍ) ຂະນະທີ່ທ່ານເດີນທາງມາເຖິງ ຖານທັບອາກາດ Andrews ໃກ້ໆກຸງວໍຊິງຕັນ (21 ກຸມພາ 2012)
ເປັນທີ່ຄາດກັນວ່າ ນາຍົກລັດຖະມົນຕີຍີ່ປຸ່ນທ່ານ Shinzo Abe
ຈະສົນທະນາຫາລື ກ່ຽວກັບບັນຫາເລື່ອງຄວາມໝັ້ນຄົງພູມີພາກ
ແລະເສດຖະກິດເວລາທ່ານພົບປະກັບປະທານາທິບໍດີສະຫະລັດ
ທ່ານບາຣັກ ໂອບາມາ ທີ່ກຸງວໍຊິງຕັນ ໃນວັນສຸກມື້ນີ້.

ເຈົ້າໜ້າທີ່ທຳນຽບຂາວເວົ້າວ່າ ການພົບປະເທື່ອທຳອິດລະຫວ່າງ
ພວກຜູ້ນຳທັງສອງ ຈະມີຂຶ້ນທີ່ທຳນຽບຂາວ ຊຶ່ງບັນຫາຄວາມເຄັ່ງ
ຕຶງລະຫວ່າງຍີ່ປຸ່ນກັບຈີນ ກ່ຽວກັບເລື່ອງເຂດນໍ້າແດນດິນ ແລະ ການທົດລອງອາວຸດນິວເຄລຍຄັ້ງຫຼ້າສຸດຂອງເກົາຫຼີເໜືອຈະເປັນ
ຫົວຂໍ້ສຳຄັນ.

ໃນການປະຊຸມແລະຮັບປະທານອາຫານທ່ຽງໄປພ້ອມຫຼັງຈາກນັ້ນ ແມ່ນຈະເພັ່ງເລັງໃສ່ຄວາມສຳພັນທາງດ້ານເສດຖະກິດລະຫວ່າງ
ປະເທດທີ່ມີເສດຖະກິດໃຫຍ່ເປັນອັນດັບນຶ່ງແລະອັນດັບສາມຂອງໂລກ. ການປະກອບສ່ວນ ຂອງຍີ່ປຸ່ນເຂົ້າຮ່ວມໃນກຸ່ມພາຄີຂ້າມມະຫາສະມຸດປາຊີຟິກ ຊຶ່ງເປັນກຸ່ມການຄ້າເສຣີພາຍໃຕ້ ການນຳພາຂອງສະຫະລັດນັ້ນ ກໍຄາດວ່າ ຈະຖືກຍົກຂຶ້ນມາຫາລືກັນ.

ທ່ານ Abe ທີ່ເດີນທາງມາເຖິງກຸງວໍຊິງຕັນໃນວັນພະຫັດວານນີ້ ເລີ້ມເຂົ້າຮັບຕຳແໜ່ງເປັນນາ
ຍົກລັດຖະມົນຕີຄັ້ງທີສອງຂອງທ່ານໃນເດືອນທັນວາຜ່ານມາ. ທ່ານໄດ້ໂຄສະນາຫາສຽງຊຶ່ງ ສ່ວນນຶ່ງໄດ້ໃຫ້ຄຳໝັ້ນສັນຍາ ໃນການມີຄວາມສຳພັນອັນໃກ້ຊິດກັບສະຫະລັດ ທ່າມກາງທີ່ມີ ຄວາມຮູ້ສຶກວ່າຍີ່ປຸ່ນພວມຖືກຂົ່ມຂູ່ຈາກການອ້າງ ກຳມະສິດໃນເລື່ອງເຂດນໍ້າແດນດິນຂອງຈີນນັ້ນ.
XS
SM
MD
LG