ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຍີ່ປຸ່ນ ສັ່ງ​ໃຫ້ປະ​ຊາ​ຊົນ​ຫຼາຍ​ກວ່າ ນຶ່ງ​ລ້ານ​ຄົນ ​​​ອົບ​ພະຍົບອອກ​ຈາກ​ທີ່ຢູ່​ອາ​ໄສ ໃນ​ຂະນະ​ທີ່​ ພາຍຸ​​ໄຕ້ຝຸ່ນ ​ເຈ​ບິ ​​ເຂົ້າ​ປະ​ທະຂົງ​ເຂດ


ຄື້ນຟອງລະດັບສູງ ຈາກ​ພາຍຸ​ໄຕ້​ຝຸ່ນ​ເຈ​ບິ ​ໃນ​ທ່າ​ຕຶກ​ເບັດ ​ໃນ​ເມືອງ​ອາ​ກິ, ​ໂກ​ຈິ, ພາກ​ຕາ​ເວັນ​ຕົກ​ຂອງ​ຍີ່ປຸ່ນ, ພາບ​ຈາກ ກິໂອໂດ, 4 ກັນຍາ 2018.
ຄື້ນຟອງລະດັບສູງ ຈາກ​ພາຍຸ​ໄຕ້​ຝຸ່ນ​ເຈ​ບິ ​ໃນ​ທ່າ​ຕຶກ​ເບັດ ​ໃນ​ເມືອງ​ອາ​ກິ, ​ໂກ​ຈິ, ພາກ​ຕາ​ເວັນ​ຕົກ​ຂອງ​ຍີ່ປຸ່ນ, ພາບ​ຈາກ ກິໂອໂດ, 4 ກັນຍາ 2018.

ໄດ້​ມີປະ​ຊາ​ຊົນ​ຫຼາຍ​ກວ່າ ນຶ່ງ​ລ້ານ​ຄົນ ຖືກ​ສົ່ງ ​ໃຫ້​ອົບ​ພະຍົບອອກ​ຈາກ​ທີ່ຢູ່​ອາ​ໄສ
ໃນ​ຂະນະ​ທີ່​ພາຍຸໄຕ້ຝຸ່ນ ​ເຈ​ບິ ​ໄດ້​ປະ​ທະ​ ເຂົ້າໃສ່ຝັ່ງ​ທະ​ເລ​ທາງ​ກໍ້າຕາ​ເວັນ​ຕົກ​ຂອງ​ຍີ່ປຸ່ນ.

​ພາຍຸໄຕ້ຝຸ່ນ​ເຈ​ບິ ​ໄດ້ປະ​ທະເກາະ​ຊີ​ໂຄ​ກຸ ​ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ນຳເອົາລົມ​ແຮງພັດ
​ຜ່ານ ສູງເຖິງ 160 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ແລະ ກະແສລົມ​ທີ່​ມີ​ຝົນ​ນຳ ທີ່​ເກີດຂຶ້ນ​ກະ​ທັນ
​ຫັນ ຊຶ່ງມີ​ຄວາມ​ແຮງເຖິງ 215 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ເຮັດ​ໃຫ້​ເປັນພາຍຸໄຕ້ຝຸ່ນ ທີ່​ແຮງ​ສຸດ
​ທີ່​ປະ​ທະ​ຍີ່ປຸ່ນ ນັບ​ຕັ້ງ​ແຕ່​ປີ 1993 ​ເປັນ​ຕົ້ນ​ມາ.

ຫຼັງ​ຈາກ​ທີ່​ໄດ້​ປະ​ທະ​ໃສ່​ເກາະຊີ​ໂຄ​ກຸ​ແລ້ວ​ ລົມໄຕ້ຝຸ່ນ ​ກໍໄດ້​ມຸ່ງ​ໜ້າ​ໄປ​ຍັງເກາະ​ໂຮ​ນຊຸ ​
ທາງພາກ​ຕາ​ເວັນ​ອອກສຽງເໜືອ ​ແລະ​ເຂົ້າ​ປະ​ທະ​ຂົງ​ເຂດ​ໃກ້​ໆກັບ​ເມືອງ​ໂຄ​ເບ. ພະຍາ
ກອນ​ອາກາດ ​ໄດ້​ເຕືອນ​ວ່າ ຈະ​ມີ​ຝົນຕົກ​ໜັກ​ ແລະ​ລົມ​ແຮງ ທີ່ໄດ້​ກໍ່ໂຕຈາກໄຕ້ຝຸ່ນ ​ເຈ​ບິ
ພາ​ໃຫ້​ມີ​ນ້ຳ​ຖ້ວມ ​ແລະ​ດິນ​ເຈື່ອນ ​ໃນ​ຂົງ​ເຂດດັ່ງກ່າວ.

ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຍົກ​ເລີກ​ຖ້ຽວ​ບິນ​ຫຼາຍ​ກວ່າ 700 ຖ້ຽວ, ພ້ອມ​ທັງ​ການ​ເດີນ​ເຮືອ​ແລະ
​ຣົດ​ໄຟ ​ໃນ​ຂົງ​ເຂດ ຮວມທັງ ການ​ໃຫ້​ບໍລິການ​ລົດ​ໄຟ​ຄວາມ​ໄວ​ສູງ ລະຫວ່າງ​ໂຕ​ກຽວ
​ກັບ​ເມືອງ​ຮິ​ໂຣຊິ​ມະ ນຳ. ​ພາຍຸ​ດັ່ງກ່າວ​ຍັງ ບັງຄັບ​ໃຫ້​ປິດ​ສະຖານ​ທີ່​ລື້​ນ​ເລີງ​ທີ່​ນິຍົມ
​ເຊັ່ນສວນ​ສະນຸກ Universal Studio ​ໃນ​ຍີ່ປຸ່ນ ​ໃນ​ໂອຊາ​ກະ. ​ໄດ້​ມີ​ຜູ້​ຄົນ ຫຼາຍ​ກວ່າ
170,000 ໃນ​ທົ່ວ​ພາກ​ຕາ​ເວັນ​ຕົກ​ຂອງ​ຍີ່​ປຸ່ນ ຂາດໄຟຟ້າ​ໃຊ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

Japan Typhoon Jebi
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG