ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄາດວ່າ ພາຍຸໄຕ້ຝຸ່ນ ໂບລາເວນ ຈະພັດເຂົ້າຖະຫຼົ່ມ ພາກໃຕ້ຍີ່ປຸ່ນ ໃນຕອນບ່າຍ ມື້ອື່ນ


ແຜນທີ່ປະເທດຍີ່ປຸ່ນ ພາຍຸໄຕ້ຝຸ່ນ ໂບລາເວນ ກໍາລັງມຸ້ງໜ້າໄປຫານັ້ນ
ແຜນທີ່ປະເທດຍີ່ປຸ່ນ ພາຍຸໄຕ້ຝຸ່ນ ໂບລາເວນ ກໍາລັງມຸ້ງໜ້າໄປຫານັ້ນ
ພາຍຸໄຕ້ຝຸ່ນ ຂະໜາດແຮງຫົວນຶ່ງ ທີ່ມີຄວາມໄວເຖິງ 215
ກິໂລແມັດຕໍ່ຊົ່ວໂມງ ໄດ້ມຸ້ງໜ້າໄປທາງໃຕ້ຂອງຍີ່ປຸ່ນ ແລະ
ຄາດວ່າ ຈະພັດເຂົ້າຖະຫຼົ່ມໝູ່ເກາະດອນຢູ່ທາງໃຕ້ຂອງ
ປະເທດ ໃນຕອຍບ່າຍວັນອາທິດມື້ອື່ນ.

ອົງການພະຍາກອນອາກາດຂອງຍີ່ປຸ່ນເວົ້າໃນວັນເສົາມື້ນີ້ວ່າ
ລົມໄຕ້ຝຸ່ນໂບລາເວນຄາດວ່າ ຈະພາໃຫ້ເກີດຝົນຕົກໜັກ ແລະ
ລົມແຮງ ຢູ່ໃນເຂດໝູ່ເກາະ Okinawa ໃນວັນອາທິດມື້ອື່ນ.

ພວກພະຍາກອນອາກາດເວົ້າວ່າ ຫລັງຈາກພັດກະໜໍ່າໃສ່ເກາະ
Okinawa ແລ້ວ ລົມໄຕ້ຝຸ່ນໂບລາເວນ ກໍຄາດວ່າ ຈະພັດຜ່ານ
ແຫລມເກົາຫລີໃນວັນຈັນ ແລະວັນອັງຄານອາທິດໜ້ານີ້.
XS
SM
MD
LG