ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ມີນາ ໒໐໒໓

ໄຕ້ຝຸ່ນ Roke ມຸ່ງໜ້າ ອອກສູ່ທະເລແລ້ວ


ໄພນໍ້າຖ້ວມຢູ່ຍີ່ປຸ່ນທີ່ເກີດຈາກລົມໄຕ້ຝຸ່ນ Roke (22 ກັນຍາ 2011)

ພາຍຸໄຕ້ຝຸ່ນ Roke ພວມມຸ່ງໜ້າອອກສູ່ທະເລໃນຕອນແລງຂອງວັນພະຫັດມື້ນີ້ ຫຼັງຈາກ
ໄດ້ພັດຖະຫຼົ່ມເກາະ Hokkaido ໃນພາກເໜືອຂອງປະເທດຍີ່ປຸ່ນ ດ້ວຍລົມແຮງແລະຝົນ
ຕົກໜັກ.

ມີລາຍງານວ່າ ຢ່າງນ້ອຍ 15 ຄົນໄດ້ເສຍຊີວິດຫຼືບໍ່ກໍຫາຍສາບສູນຍ້ອນພາຍຸຫົວນີ້ຊຶ່ງໄດ້ ສ້າງຄວາມເສຍຫາຍຮ້າຍແຮງຢູ່ໃນເຂດພາກກາງຂອງຍີ່ປຸ່ນ ຍ້ອນດິນເຈື່ອນແລະນໍ້າຖ້ວມ.
ໃນມື້ວານນີ້ ພາຍຸ Roke ໄດ້ພັດເຂົ້າຖະຫຼົ່ມກຸງໂຕກຽວ ດ້ວຍລົມແຮງ ແລະຝົນຕົກໜັກ ເຮັດໃຫ້ລະບົບໂດຍສານສາທາລະນະຕ້ອງໄດ້ຢຸດຊະງັກລົງ ແລະມີພວກໄປເຮັດການຫຼາຍ
ສິບພັນຄົນຕ້ອງໄດ້ຕົກຄ້າງ.

ຄວາມເສຍຫາຍແມ່ນບໍ່ຮ້າຍແຮງປານໃດ ໃນບໍລິເວນແຄມຝັ່ງທະເລທາງກໍ້າຕາເວັນອອກ
ສຽງເໜືອຂອງປະເທດບ່ອນທີ່ປະຊາຊົນພວມດີ້ນຮົນຕໍ່ສູ້ໃນການຟື້ນໂຕຄືນຈາກໄພພິບັດ
ແຜ່ນດິນໄຫວແລະຟອງຍັກສຸນາມິໃນວັນທີ 11 ມີນາຜ່ານມານັ້ນ.

ພວກຄົນງານທີ່ໂຮງໄຟຟ້ານິວເຄລຍ Fukushima-Diichi ກ່າວວ່າ ຕົນໄດ້ປະສົບຄວາມ
ສຳເລັດໃນການປ້ອງກັນບໍ່ໃຫ້ນໍ້າທີ່ມີກຳມັນຕະພາບລັງສີຮົ່ວໄຫຼອອກໄປຈາກເຕົາແຍກທີ່
ໄດ້ຮັບຄວາມເສຍຫາຍ. ພວກເຈົ້າໜ້າທີ່ກ່າວວ່າ ມີກ້ອງວົງຈອນປິດຂອງໂຮງໄຟຟ້າໄດ້ຮັບ ຄວາມເສຍຫາຍແຕ່ພຽງເລັກນ້ອຍເທົ່ານັ້ນ.

XS
SM
MD
LG