ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄຕ້ຝຸ່ນ Roke ພັດເຂົ້າຖະຫຼົ່ມ ປະເທດຍີ່ປຸ່ນ (ເບິ່ງວີດີໂອ)

Thành viên nhóm vũ công Britannia Coconut biểu diễn bên đường gần thị trấn Bacup, miền bắc nước Anh. Ra đời từ giữa thế kỷ 19, nhóm vũ công này nhảy múa trên những con đường trong thị trấn vào ngày thứ Bảy trước ngày Lễ Phục Sinh sau một truyền thống đánh dấu đường ranh giới thị trấn.

ພາຍຸໄຕ້ຝຸ່ນ Roke ກໍາລັງຢູ່ໃນເສັ້ນທາງພັດເຂົ້າສູ່ເຂດພາກຕາເວັນອອກສຽງເໜືອຂອງ ຍີ່ປຸ່ນ ໃນວັນພຸດມື້ນີ້ ທີ່ຂົ່ມຂູ່ຈະ ສ້າງຄວາມເສຍຫາຍເພີ່ມຕື່ມ ໃຫ້ໄພພິບັດທໍາມະຊາດ ທີ່ຂົງເຂດດັ່ງກ່າວ ໄດ້ປະສົບໃນເດືອນມີນາຜ່ານມາ.

ອົງການພະຍາກອນອາກາດຍີ່ປຸ່ນກ່າວວ່າ ພາຍຸໄຕ້ຝຸ່ນ Roke ໄດ້ພັດເຂົ້າ ຝັ່ງໃນເຂດພາກ ກາງຂອງຍີ່ປຸ່ນທີ່ເມືອງ Hamamatsu ເທິງເກາະໃຫຍ່ ສຸດ Honshu ຂອງຍີ່ປຸ່ນ ໂດຍມີ ລົມແຮງເຖິງ 200 ຫຼັກກິໂລແມັດຕໍ່ຊົ່ວໂມງ. ພາຍຸຫົວນີ້ເຮັດໃຫ້ເຮືອນຊານຫຼາຍຮ້ອຍພັນ ຫຼັງບໍ່ມີໄຟຟ້າໃຊ້ ລົດໄຟ ໂດຍສານແລະລົດໄຟຫົວກະສຸນ ໂຈະໃຫ້ການບໍລິການຊົ່ວຄາວ ແລະຖ້ຽວ ບິນຫຼາຍໆຮ້ອຍຖ້ຽວໄດ້ຖືກຍົກເລີກ.

ໂຮງງານໄຟຟ້ານີວເຄລຍ Fukushima Daiichi ຊຶ່ງໄດ້ຖືກເພພັງໃຊ້ ການບໍ່ໄດ້ໃນລະ ຫວ່າງເຫດແຜ່ນດິນໄຫວ ແລະຄື້ນຟອງສຸນາມິເມື່ອວັນທີ່ 11 ເດືອນມີນາຜ່ານມາ ກໍຄາດ ວ່າຕົກຢູ່ໃນເສັ້ນທາງຂອງພາຍຸໄຕ້ຝຸ່ນ Roke ດັ່ງກ່າວນີ້. ໂຄສົກສໍາລັບພວກປະຕິບັດການ ຂອງໂຮງໄຟຟ້າ ກ່າວວ່າ ໄດ້ມີການດຳເນີນຄວາມພະຍາຍາມຢ່າງສຸດຂີດ ເພື່ອບໍ່ໃຫ້ ນໍ້າ ຝົນທີ່ຕົກລົງມາໄຫຼເຂົ້າໄປຖ້ວມໂຮງໄຟຟ້າ ແລະປ້ອງກັນບໍ່ໃຫ້ນໍ້າທີ່ ມີກໍາມັນຕະພາບ ລັງສີ ຮົ່ວໄຫລອອກຈາກ ເຕົາແຍກໄດ້ຮັບຄວາມເສຍຫາຍແລ້ວນັ້ນ.

XS
SM
MD
LG