ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈໍານວນຜູ້ເສຍຊີວິດ ເພີ່ມຂຶ້ນ ເປັນຢ່າງໜ້ອຍ 13 ຄົນ ຍ້ອນໄຕ້ຝຸ່ນທາລັສ ທີ່ຍີ່ປຸ່ນ


ປະຊາຊົນຍິ່ປຸ່ນພາກັນມ້ຽນມັດ ອະນາໄມ ລຸນຫລັງພາຍຸໄຕ້ຝຸ່ນ ທາລັສ, ວັນທີ 4 ກັນຍາ 2011.
ປະຊາຊົນຍິ່ປຸ່ນພາກັນມ້ຽນມັດ ອະນາໄມ ລຸນຫລັງພາຍຸໄຕ້ຝຸ່ນ ທາລັສ, ວັນທີ 4 ກັນຍາ 2011.

ພວກເຈົ້າໜ້າທີ່ຍີ່ປຸ່ນກ່າວ​ໃນວັນອາທິດມື້ນີ້ວ່າ ຈໍານວນຜູ້ເສຍຊີວິດຈາກ ລົມພາຍຸ​ໄຕ້ຝຸ່ນ Talas ໄດ້ເພີ່ມຂຶ້ນ ເປັນຢ່າງໜ້ອຍ 13 ຄົນ ແລະອີກ ປະມານ 43 ຄົນຫາຍສາບສູນ.

ພາຍຸ​ໄຕ້ຝຸ່ນ Talas ໄດ້ພັດເຂົ້າຝັ່ງເມື່ອວັນເສົາວານນີ້ທີ່ເກາະ Shikotu ແລ້ວພັດຊ້າໆຂຶ້ນ ໄປທາງທິດເໜືອ ຫາເກາະ Honshu.

ອົງການພະຍາກອນອາກາດຍີ່ປຸ່ນກ່າວ​ໃນວັນອາທິດມື້ນີ້ວ່າ ​ເວລາ​ນີ້ ພາຍຸ​ໄຕ້ຝຸ່ນ Talas ກໍາລັງພັດເຂົ້າສູ່ທະເລຍີ່ປຸ່ນ.

ອົງການໄດ້ຕັກເຕືອນວ່າ ເນຶ່ອງຈາກການພັດຊ້າໆຂອງພາຍຸດັ່ງກ່າວ ອາດຈະຍັງມີຝົນຕົກ ໜັກ ແລະລົມແຮງຈາກພາຍຸໃຕ້ຝຸ່ນ Talas ສືບຕໍ່ໄປຢູ່ທົ່ວ ໝູ່ເກາະຍີ່​ປຸ່ນ ທີ່ອາດພາໃຫ້ ເກີດນໍ້າຖ້ວມ ແລະດິນເຈຶ່ອນເພີ່ມອີກໄດ້.

XS
SM
MD
LG