ຕະຫຼາດປາທີ່ໃຫຍ່ທີ່ສຸດຂອງຍີ່ປຸ່ນ ໄດ້ເລີ້ມຕົ້ນປີໃໝ່ ດ້ວຍ
ການຂາຍປາໃນລາຄາແພງເປັນປະວັດການໂດຍໄດ້ທຳການ
ປະມູນປາທູນາ Bluefin ໂຕນຶ່ງໃນລາຄາເກືອບ 400,000
ໂດລາ.
ໄດ້ມີການຈ່າຍລາຄາທີ່ສູງເປັນປະວັດການດັ່ງກ່າວໃນການ
ປະມູນຊື້ປາທູນາໂຕນຶ່ງ ໜັກ 342 ກິໂລ ໃນວັນພຸດມື້ນີ້ທີ່
ຕະຫຼາດປາ Tsukiji ໃນກຸງໂຕກຽວ ຊຶ່ງໝາຍຄວາມວ່າຜູ້
ຊື້ໄດ້ຈ່າຍເງິນຫຼາຍກວ່າ 1,000 ໂດລາ ຕໍ່ປານຶ່ງກິໂລ.
ການຊື້ປາໃນລາສູງເປັນປະວັດການກ່ອນໜ້ານີ້ໄດ້ມີຂຶ້ນໃນ
ປີ 2001 ສໍາລັບປາທູນາໂຕນຶ່ງໜັກ 202 ກິໂລທີ່ໄດ້ຂາຍກັນໃນລາຄາ 250,000 ໂດລາ.
ປາທູນາ Bluefin ເປັນປາທີ່ມີລາຄາແພງເປັນພິເສດເພາະເປັນປາໂອຊາລົດໃຊ້ໃນການເຮັດ
Sushi ຫລືປາດິບຍີ່ປຸ່ນ ທີ່ໄດ້ຮັບຄວາມນິຍົມເພີ່ມຂຶ້ນຢ່າງວ່ອງໄວ ຢູ່ໃນທົ່ວໂລກ.