ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜົນກະທົບຂອງໄພສຸນາມິ ທີ່ເມືອງເຊັນໄດ (ເບິ່ງຮູບສະລາຍດ໌)


ລົດທີ່ໄດ້ຮັບຄວາມເສຍຫາຍ ຈໍານວນນຶ່ງ ໃນເມືອງ ເຊັນໄດ ແຂວງມິຢາກິ, ວັນຈັນ ທີ 14 ມີນາ 2011.
ລົດທີ່ໄດ້ຮັບຄວາມເສຍຫາຍ ຈໍານວນນຶ່ງ ໃນເມືອງ ເຊັນໄດ ແຂວງມິຢາກິ, ວັນຈັນ ທີ 14 ມີນາ 2011.

ນຶ່ງໃນຫລາຍໆເຂດຂອງຍີ່ປຸ່ນ ທີ່ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດຈາກແຜ່ນດິນໄຫວຂະໜາດ ຮ້າຍແຮງ ໃນວັນສຸກແລ້ວນີ້ ແລະຄື້ນຟອງຍັກສຸນາມິທີ່ຕິດຕາມມານັ້ນ ກໍແມ່ນເຂດ ແຂວງ Miyagi ທາງພາກຕາເວັນອອກສຽງເໜືອຂອງປະເທດ. ຜູ້ສື່ຂ່າວວີໂອເອ ປະຈໍາກຸງໂຊລ Steve Herman ໄດ້ເດີນທາງໄປຍັງ ເຊັນໄດ ເມືອງຫລວງຂອງແຂວງມິຢາກິ ແລະໄດ້ສົ່ງ ລາຍງານມາ ຫລັງຈາກໄດ້ໄປຢ່າງເລາະເບິ່ງສະພາບການໃນວັນຈັນວານນີ້ ຢູ່ຕາມເສ້ນທາງ ທີ່ຟອງຍັກສຸນາມິ ພັດເຂົ້າຖະຫລົ່ມນັ້ນ ຊຶ່ງດາຣາຈະນໍາມາເລົ່າສູ່ທ່ານຟັງໃນອັນດັບຕໍ່ໄປ.

// ສຽງ​ເຮືອບິນ //

ເຮືອບິນ​ເຮ​ລີ​ຄອບ​ເຕີ້​ຂອງ​ທະຫານ​ຫລາຍ​ລໍາ ບິນ​ເວິ່ນຢູ່​
ເໜືອ​ຫົວ ສໍາ​ຫລວດ​ເບິ່ງ​ຄວາມ​ເສຍ​ຫາຍ ​ແລະ​ຊອກ​ຫາ​ພວກ​ທີ່​ອາດ​ຍັງ​ລອດ​ຊີວິດ​ມາ​ໄດ້ ຢູ່​ເລາະ​ຕາມ​ແຄມ​ຝັ່ງ​ທະ​ເລ​ຂອງ​ແຂວງ​ມິ​ຢາກິ​ນັ້ນ ຊຶ່ງ​ມາ​ຮອດ​ວັນ​ຈັນ​ວານ​ນີ້ ​ເຈົ້າ​ໜ້າ​ທີ່​ໄດ້​ພົບ​ເຫັນຫລາຍ​ກ່ວາ 15,000 ຄົນ​ທີ່​ລອດຊີວິດມາ​ໄດ້. ຊາຍ​ຄົນ​ນື່ງນັ່ງ​ຢູ່​ເທິງ​ແປ້ນ​ແຜ່ນ​ໃຫຍ່ໆ ລອຍ​ຢູ່​ກາງ​ທະ​ເລ​ເປັນ​ເວລາ​ສອງ​ມື້ ກ່ອນ​ຖືກ​ຊ່ວຍ​ຊີວິດ​ໄວ້. ຜູ້​ເຖົ້າ​ສາມ​ຄົນ ຕິດ​ຄ້າງ​ຢູ່​ໃນ​ລົດທີ່​ຂີ່​ມາ​ນໍາ​ກັນ ລຸນ​ຫລັງທີ່​ລົດ​ຂອງ​ເຂົາ​ເຈົ້າ​ ຖືກ​ນໍ້າ​ສຸໄປ​ຄາ​ຕິດຢູ່​ກັບ​ຕຶກໂຮງ​ຮຽນ​ຫລັງ​ນຶ່ງ​ ທີ່​ມີຫລາຍ​ສິບ​ຄົນ​ຂຶ້ນ​ໄປ​ຫລົບໄພ​ຢູ່ ເທິງຫລັງຄາທີ່​ເປັນ​ດາດ​ຟ້ານັ້ນ ແຕ່ກໍບໍ່​ມີ​ໃຜ​ຮູ້​ ຈົນກະທັ້ງ 20 ກ່ວາ​ຊົ່ວ​ໂມງ​ຕໍ່​ມາ ຈຶ່ງຖືກ​ຊ່ວຍ​ຊີວິດ​ໄວ້​ໄດ້. ​ແຕ່​ວ່າໃນ​ຂະ​ນະ​ດຽວ​ກັນ ​ພວກກູ້ໄພກໍ​ພົບ​ເຫັນ​ຊາກ​ສົບ ​ໃນ​ຈໍານວນ​ຫລາຍຂຶ້ນ​ເລື້ອຍໆ​ເຊ່ນ​ກັນ.

ນັກຂ່າວວີໂອເອ Steve Herman ລາຍງານຈາກເມືອງທ່າເຊັນໄດ, ວັນທີ 14 ມີນາ 2011.
ນັກຂ່າວວີໂອເອ Steve Herman ລາຍງານຈາກເມືອງທ່າເຊັນໄດ, ວັນທີ 14 ມີນາ 2011.

ໄດ້ມີ​ການ​ພົບ​ເ​ຫັນ​ຊາກ​ສົບ​ປະມານ 1 ພັນ​
ສົບໃນ​ວັນ​ຈັນ​ວານ​ນີ້ຢູ່​ທີ່ ​ເມືອງ​ທ່າ Minami
Sanriku ຊຶ່ງ​ເປັນ​ນຶ່ງ​ໃນຫລາຍໆ​ເມືອງ​ແລະ
ບ້ານ​ແຄມ​ຝັ່ງ​ທະ​ເລ ທີ່​ຖືກ​ໄພ​ສຸ​ນາ​ມິ​ພັດ​ຖະ
ຫລົ່ມຢ່າງ​ຮາບ​ຄາບ​ໃນ​ວັນ​ສຸກ​ແລ້ວ​ນີ້. ຕໍາ
ຫລວດ​ແຂວງ​ມິ​ຢາ​ກິ​ກ່າວ​ວ່າຍັງ​ມີ​ອີກ​ຫລາຍ
ພັນ​ຄົນ ທີ່​ຫາຍ​ສາບ​ສູນ​.

ໃນ​ເມືອງ​ຫລວງ ​ເຊັນໄດ ຂອງ​ແຂວງ​ນັ້ນ ຊາກ​ແຫ່ງ​ຄວາມ​ເສຍ​ຫາຍ ​ແມ່ນແລ​ເຫັນ​ໄດ້ຢູ່​ທົ່ວ​ໄປ. ​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ໃນ​ຕອນ​ບ່າຍ ວັນ​ສຸກຜ່ານ​ມາ​ນັ້ນ ​ແມ່ນ​ຮ້າຍ​ແຮງ​ທີ່​ສຸດ ​ເທົ່າ​ທີ່​ມີ​ບັນທຶກ​ໄວ້​ໃນ​ປະ​ວັດ​ສາດ​ຂອງ​ຍີ່ປຸ່ນ ຊຶ່ງ​ຕີ​ລາຄາ​ກັນ​ວ່າ​ມີ​ຄວາມ​ແຮງ 8.9 ຣິກ​ເຕີ້​ໃນ​ເບື້ອງ​ຕົ້ນ ແຕ່​ຕໍ່​ມາ​ອົງການ​ສໍາ​ຫລວດ​ທໍລະ ນີວິທະຍາ​ຂອງ​ສະຫະລັດ ​ໄດ້​ເພິ່ມລະດັບ​ຄວາມ​ແຮງ​ຂຶ້ນ​ເປັນ 9 ຈຸດ ​ແຕ່ວ່າຄວາມ​ເສຍ​ຫາຍ​ຢ່າງ​ມະຫາສານ​ນັ້ນ ​ແມ່ນ​ເກີດ​ຂຶ້ນ​ຍ້ອນ​ຟອງ​ຍັກ​ສຸ​ນາ​ມິ ທີ່​ຕິດຕາມ​ມາ​ແລະພັດສຸ​ເອົາ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຂວາງ​ໜ້າ​ ໄປ.

ທີ່​ທ່າ​ເຮືອ​ໃຫຍ່​ຂອງ​ເມືອງ​ເຊັນໄດ​ນັ້ນ ລົດ​ໂອ​ໂຕ​ແລະ​ລົດ​ບັນທຸກ​ຫລາຍ​ຮ້ອຍ​ຄັນ ​ໄດ້​ຖືກ​ທໍາລາຍ​ເສຍ​ຫາຍ​ໃນ​ທຸກ​ວິທີ​ທາງ​ທີ່ສາມາດ​ນຶກ​ອອກ​ໄດ້. ບາງ​ຄັນ​ກໍ​ຖືກ​ທັບ​ຈົນແປ ຫລື​ບໍ່​ກໍ​ຖືກ​ພັດ​ໄປ​ຕໍາ​ສິ່ງ​ໃດ​ສິ່ງ​ນຶ່ງ​ຈົນ​ໝຸ່ນ. ບາງ​ຄັນ​ກໍ​ປິ່ນ​ຫົວ​ໃສ່​ກັນ​ຄື​ກັນ​ກັບ​ຕໍາ​ກັນ​ເຊີ່ງໆ​ໜ້າຢ່າງແຮງ. ຄັນ​ອື່ນໆ​ກໍ​ຢອງ​ກັນ​ຂຶ້ນ​ເປັນ​ກອງ​ສູງໆ. ລົດ​ເມ​ຄັນ​ນຶ່ງ​ຖືກ​ຟອງ​ຍັກ​ພັດ​ຂຶ້ນ​ໄປ​ຢອງ​ຢູ່​ຫລັງຄາ​ທີ່​ເປັນ​ດາດ​ຟ້າ​ຂອງຕືກສາມ​ຊັ້ນ​ຫລັງ​ນຶ່ງ ​ແລະເຮືອນ​ຂະໜາດ​ນ້ອຍຫລັງ​ນຶ່ງ​ຖືກ​ພັດ​ໄປ​ຢອງ​ຢູ່​ຫລັງ​ຄາຂອງ​ຕຶກ​ຫລັງ​ນຶ່ງ.

ຊາວເມືອງເຊັນໄກຄົນນື່ງ ເກັບເອົາຖົງ ກະດາດຫ້ອງນໍ້າ ທີ່ລາວພົບເຫັນຕາມ ຊາກຫັກພັງຕ່າງໆ ໃສ່ລົດຖີບເມືອ, ວັນຈັນ ທີ 14 ມີນາ 2011.
ຊາວເມືອງເຊັນໄກຄົນນື່ງ ເກັບເອົາຖົງ ກະດາດຫ້ອງນໍ້າ ທີ່ລາວພົບເຫັນຕາມ ຊາກຫັກພັງຕ່າງໆ ໃສ່ລົດຖີບເມືອ, ວັນຈັນ ທີ 14 ມີນາ 2011.

ພວກ​ທະຫານ​ຍີ່ປຸ່ນ​ພາກັນ​ຢ່າງ​ໄປ​ຕາມ​ຂີ້ຕົມ​ແລະ​ຊາກ​ຫັກ​ພັງ ​ເພື່ອ​ຊອກ​ຫາ​ຊາກ​ສົບ. ພວກປະຊາຊົນ​ທີ່​ສົນ​ໃຈມາ​ເບີ່​ງສະຖານ​ນະ​ການ​ກໍ​ມີຫລາຍ. ​ເຂົາ​ເຈົ້າ​ພາກັນ​ຖ່າຍຮູບ​ເອົາ​ຊັກ​ຫັກ​ພັງ ​ແລະ​ຊ່ອງ​ເບິ່ງ​ເຂົ້າ​ໄປ​ທາງໃນຊາກ​ລົດ​ທີ່​ເພພັງ. ຄົນ​ອື່ນໆ​ອີກ​ທີ່​ຂີ່​ລົດຖີບ​ມາ ພາ ກັນ​ເກັບເອົາ​ກ່ອງ​ກະ​ດາດ​ເຊັດ​ໜ້າ ​ແລະ​ຖົງ​ກະດາດ​ຫ້ອງ​ນໍ້າທີ່​ຍັງ​ຢູ່​ໃນ​ສະພາບ​ດີ​ຢ່າງ​ໜ້າ​ປະຫລາດ​ໃຈ ​ແລະ​ຢາຍ​ສະ​ຢູ່​ເຕັມ​ບໍລິ​ເວນ​ທ່າເຮືອ​ນັ້ນ. ອາຄານ​ຫລາຍໆ​ຫລັງ​ຢູ່​ບໍລິ​ເວນ​ທ່າ​ເຮືອຍັງ​ສືບ​ຕໍ່ສົ່ງຄວັນ​ໄຟ​ສີດໍາອອກມາ.

ການ​ປະຕິບັດ​ງານ​ກູ້​ໄພ​ໃນ​ບາງແຫ່ງ ​ໄດ້​ຢຸດ​ສະ​ງັກລົງຊົ່ວຄາ​ວ​ໃນ​ເຊົ້​າ ວັນ​ຈັນ​ວານ​ນີ້ ​ເວລາ​ລັດຖະບານ​ຍີ່ປຸ່ນ​ສົ່ງ​ສັນຍານ​ເຕືອນ​ ໃຫ້​ລະວັງ​ໄພ ສຸ​ນາ​ມິຄັ້ງ​ໃໝ່. ພວກປະກາດ​ຂ່າວ​ວິທະຍຸແລະໂທລະພາບ ບອກ​ໃຫ້ ພວກຄົນ​ທັງ​ໝົດ​ທີ່ຢູ່​ເລາະແຄມ​ຝັ່ງ​ທະ​ເລ ພາກັນ​ຮີບ​ຮ້ອນ​ຂຶ້ນ​ໄປ​ຢູ່​ບ່ອນ​ສູງໆ ​ແຕ່​ບໍ່​ເທົ່າ​ໃດ​ນາທີ​ຕໍ່​ມາ ທາງ​ກົມ​ອຸຕຸນິຍົມ​ກໍ​ປະກາດ​ວ່າ ບໍ່ມີ​ການ​ແ​ລ​ເຫັນ​ຄືນ​ຟອງ​ຍັກ ຢູ່​ນອກ​ຝັ່ງ​ທະເລ​ແຕ່​ຢ່າງ​ໃດ.

ພວກ​ທະຫານ ຕໍາຫລວດ ແລະ​ນັກ​ດັບ​ເພີງ ພາກັນ​ສືບ​ຕໍ່​ເຮັດ​ວຽກ​ກູ້​ໄພ​ຢ່າງ​ບໍ່ຍອມຢຸດຍັ້ງ​ ​ຕະຫລອດ​ວັນ​ຈັນ​ວານ​ນີ້ ເຖິງ​ແມ່ນແຜ່ນດິນໄຫວ​ຂະໜາດ​ອ່ອນໆ ຍັງ​ສັ່ນ​ສະ​ເທືອ​ນແຂວງ​ມິ​ຢາກິ ຢູ່​ຕໍ່​ມາ​ເປັນ​ໄລຍະໆກໍ​ຕາມ ຊຶ່ງ​ພາລະກິດ​ດັ່ງກ່າວ​ນີ້​ອາດ​ຈະ​ທະວີ​ຄວາມຍາກ​ລໍາບາກ​ຫລາຍ​ຕື່ມ​ຂຶ້ນ ​ເພາະ​ພວກ​ນັກ​ຊ່ຽວຊານ​ດ້ານ​ແຜ່ນດິນ​ໄຫວ​ຂອງ​ລັດຖະບານ ​ໄດ້​ທໍານາຍ​ວ່າ ແຜ່ນດິນ​ໄຫວ ​ແຮງ​ຂະໜາດ 7 ຈຸດ ອາດ​ຈະປະ​ທະ ​ເຂດ​ນັ້ນ​ອີກ​ຄັ້ງ​ນຶ່ງ ​ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້.

XS
SM
MD
LG