ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍີ່ປຸ່ນ ຈະສົ່ງກຳລັງ ຮັກສາສັນຕິພາບ ໄປຍັງຊູດານໃຕ້


ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda ກ່າວຄຳປາໄສ ຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາ ຊາດ (24 ກັນຍາ 2011)
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Yoshihiko Noda ກ່າວຄຳປາໄສ ຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາ ຊາດ (24 ກັນຍາ 2011)

ນາຍົກລັດຖະມົນຕີຍີ່ປຸ່ນກ່າວວ່າ ລັດຖະບານຂອງທ່ານພວມເອົາບາດກ້າວເພື່ອສົ່ງທະຫານ
ໄປຍັງປະເທດຊູດານໃຕ້ສຳລັບການປະຕິບັດງານຮັກສາສັນຕິພາບ.

ທ່ານ Yoshihko Noda ກ່າວຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດໃນມື້ວັນສຸກ
ວານນີ້ວ່າ ຍີ່ປຸ່ນຈະໃຫ້ການສະໜັບສະໜຸນ ຕໍ່ການດຳເນີນຄວາມພະຍາຍາມເພື່ອບູລະນະ
ສ້າງສາປະເທດໃນຊູດານໃຕ້ ຕະຫຼອດທັງ ການເສີມຂະຫຍາຍສັນຕິພາບ ຢູ່ໃນຂົງເຂດນຳ
ດ້ວຍ.

ເປັນທີ່ຄາດກັນວ່າ ຄະນະສຳຫຼວດຈຸນຶ່ງຂອງຍີ່ປຸ່ນຈະເດີນທາງໄປຍັງຊູດານໃຕ້ໃນເດືອນນີ້
ເພື່ອເກັບກຳຂໍ້ມູນກ່ຽວກັບຄວາມໝັ້ນຄົງແລະຄວາມຈຳເປັນໃນດ້ານໂຄງລ່າງພື້ນຖານຕ່າງໆ.

ການສູ້ລົບກັນໃນບໍລິເວນຊາຍແດນລະຫວ່າງຊູດານແລະຊູດານໃຕ້ໄດ້ທະວີຄວາມຮ້າຍແຮງ
ຂຶ້ນນັບແຕ່ເດືອນມິຖຸນາເປັນຕົ້ນມາ ປະມານນຶ່ງເດືອນກ່ອນທີ່ຊູດານໃຕ້ແຍກໂຕອອກຈາກ
ຊູດານເໜືອແລະປະກາດເອກກະລາດນັ້ນ.

ຮູບຖ່າຍໃໝ່ຈາກດາວທຽມ ສະແດງໃຫ້ເຫັນວ່າ ທະຫານລັດຖະບານຊູດານຈຳນວນຫຼາຍ
ພັນຄົນພວມມຸ່ງໜ້າໄປຍັງທີ່ໝັ້ນແຫ່ງນຶ່ງຂອງພວກກະບົດໃນເຂດທີ່ຍັງມີການຕໍ່ສູ້ກັນໃກ້ໆ
ກັບຊູດານໃຕ້. ໂຄງການດາວທຽມ Sentinel ຊຶ່ງເປັນກຸ່ມສັງເກດການທີ່ມີສຳນັກງານໃນ
ສະຫະລັດກ່າວວ່າ ກຳລັງທະຫານຊູດານເຫຼົ່ານີ້ແມ່ນມີຮວມທັງລົດຫຸ້ມເກາະ ປືນໃຫຍ່ ລົດ ຖັງແລະເຮືອບິນເຮຣີຄອບເຕີ້ຕິດປົນກົນ.

ລັດຖະບານຊູດານໄດ້ກ່າວອ້າງຊໍ້າແລ້ວຊໍ້າອີກວ່າ ພວກທະຫານໃນຊູດານໃຕ້ໃຫ້ການສະ
ໜັບສະໜຸນແກ່ພວກກະບົດໃນລັດຊາຍແດນທີ່ອຸດົມສົມບູນໄປດ້ວຍນໍ້າມັນ ແຕ່ຊູດານໃຕ້
ປະຕິເສດ ຕໍ່ຂໍ້ຫາເຫຼົ່ານີ້.

XS
SM
MD
LG