ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫລີເໜືອເວົ້າວ່າ ຕົນຈະປ່ອຍ ນັກທ່ອງທ່ຽວຊາວ ຍີ່ປຸ່ນຄົນນຶ່ງ ໃຫ້ກັບຄືນປະເທດ


ທຸງຊາດເກົາຫລີເໜືຶອ ປີວສະບັດ ຢູ່ໃນສະຖານເອກອັກຄະລັດ
ຖະທູດເກົາຫລີເໜືອ ໃນນະຄອນ ກົວລາລໍາເປີ ຂອງມາເລເຊຍ
ທຸງຊາດເກົາຫລີເໜືຶອ ປີວສະບັດ ຢູ່ໃນສະຖານເອກອັກຄະລັດ ຖະທູດເກົາຫລີເໜືອ ໃນນະຄອນ ກົວລາລໍາເປີ ຂອງມາເລເຊຍ

ເກົາຫລີເໜືອເວົ້າວ່າ ຕົນຈະຂັບໄລ່ນັກທ່ອງທ່ຽວຊາວຍີ່ປຸ່ນຄົນນຶ່ງທີ່ຖືກຄຸມຂັງໄວ້ໃນ
ຕົ້ນເດືອນນີ້ນັ້ນ ອອກຈາກປະເທດ.

ອົງການຂ່າວສານສູນກາງຂອງລັດຖະບານເກົາຫລີກ່າວຢູ່ໃນຖະແຫລງການສັ້ນໆ
ສະບັບນຶ່ງໃນວັນຈັນມື້ນີ້ວ່າ ນັກທ່ອງທ່ຽວຄົນນັ້ນ ຊື່ທ້າວໂຕໂມຢູກິ ຊູກີໂມໂຕະ
(Tomoyuki Sugimoto). ຖະແຫລງການນັ້ນຍັງເວົ້າອີກວ່າ ພວກເຈົ້າໜ້າທີ່ “ຕັດ
ສິນໃຈທີ່ຈະປານິປະນອມບໍ່ເອົາຜິດກັບລາວ ແລະຈະຂັບໄລ່ລາວອອກຈາກປະເທດ ຕາມຫລັກການດ້ານມະນຸດສະທໍາ.”

ສໍານັກຂ່າວສານຕ່າງໆ ຂອງຍີ່ປຸ່ນ ກ່ອນໜ້ານັ້ນ ລະບຸວ່າ ທ້າວຊູກີໂມໂຕະ ແມ່ນນັກ
ຖ່າຍວີດິໂອ ທີ່ໄປທ່ຽວເກົາຫລີເໜືອ ຢູ່ໃນລາຍການທ່ອງທ່ຽວ ທີ່ຈັດໂດຍອົງການ
ນໍາທ່ຽວຂອງຕ່າງປະເທດ.

ລັດຖະບານຍີ່ປຸ່ນ ເມື່ອມໍ່ໆມານີ້ ໄດ້ຢືນຢັນວ່າ ທ້າວຊູກີໂມໂຕະ ອາດຈະຖືກສົງໄສວ່າ
ໄດ້ຖ່າຍຮູບເອົາອາຄານສະຖານທີ່ຂອງທະຫານ ໃນຕອນທີ່ໄປທ່ຽວ ຊົມເມືອງ ນຳໂປ ທີ່ມີທ່າເຮືອຢູ່ພາກຕາເວັນຕົກຂອງປະເທດນັ້ນ.

ເກົາຫລີເໜືອເວົ້າວ່າ ທ້າວຊູກີໂມໂຕະ “ຖືກຄຸມຕົວໄວ້ ເພື່ອທໍາການສອບປາກຄໍາ
ກ່ຽວກັບການເຮັດຜິດກົດໝາຍອາຍາຂອງ DPRK," ໂດຍບໍ່ໄດ້ເວົ້າເຖິງການກະທໍາ
ຂອງລາວແບບເຈົາະຈົງ. DPRK ແມ່ນຊື່ຫຍໍ້ ທີ່ເປັນທາງການຂອງເກົາຫລີເໜືອ
ຊຶ່ງແປວ່າ ສາທາລະນະລັດ ປະຊາທິປະໄຕປະຊາທິປະໄຕ ປະຊາຊົນເກົາຫລີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG