ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການທ່ອງທ່ຽວໃນຍີ່ປຸ່ນຖີບຕົວ ສູງຂຶ້ນຢ່າງເປັນປະຫວັດການ


ແຫລ່ງທ່ອງທ່ຽວແຫ່ງນຶ່ງຢູ່ໃນຍີ່ປຸ່ນ ທີ່ດຶງດູດນັກທ່ອງທ່ຽວຢ່າງຫລວງຫລາຍ
ແຫລ່ງທ່ອງທ່ຽວແຫ່ງນຶ່ງຢູ່ໃນຍີ່ປຸ່ນ ທີ່ດຶງດູດນັກທ່ອງທ່ຽວຢ່າງຫລວງຫລາຍ

ຂະ​ແໜງການທ່ອງທ່ຽວຢູ່​ໃນ​ຍີ່ປຸ່ນ​ໄດ້​ຖີບ​ຕົວສູງ​ຂຶ້ນ​ຢ່າງ​ເປັນ​ປະຫວັດ​ການ ​ໂດຍ​ມີ​ຈຳນວນ​ນັກ​ທ່ອງ​ທ່ຽວ​ເຂົ້າປະ​ເທດ​ເຖິງ 8 ລ້ານ 6 ແສນຄົນ​ໃນ​ປີ 2010 ທັງ​ນີ້ ກໍ​ເພາະ​ເປັນ​ຍ້ອນ​ການ​ຟື້ນ​ໂຕ​ຄືນ​ຂອງ​ເສດຖະກິດ​ໂລກ.

ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຍີ່ປຸ່ນ​ກ່າວໃນ​ວັນ​ພຸດ​ວານ​ນີ້ວ່າ ​ໂຕ​ເລກນັກ​ທ່ອງ​ທ່ຽວ ດັ່ງກ່າວ​ແມ່ນເພີ້ມຂຶ້ນຈາກ​ປີ 2009 ​ເຖິງ 26.8% ຊຶ່ງ​ເປັນ​ການເພີ້​ມຂຶ້ນຢ່າງ​ຫລວງຫລາຍ​ປີ​ທີ
ສອງ​ໃນ​ໄລຍະ 5 ທົດສະ​ວັດຜ່ານ​ມາ ​ແຕ່ກໍ​ຍັງຕໍ່າ​ກ່ວາ​ເປົ້າ​ໝາຍ​ຂອງ​ລັດຖະບານ ​ທີ່​ແນ​ໃສ່ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ໄດ້ 10 ລ້ານ​ຄົນ​ໃນ​ປີ​ກາຍ​ນີ້.

ການເພີ້ມຂຶ້ນຂອງ​ຈຳນວນ​ນັກ​ທ່ອງ​ທ່ຽວດັ່ງກ່າວນີ້ ​ແມ່ນ​ມີ​ຂຶ້ນລຸນ​ຫລັງ​ການ​ຫລຸດ​ລົງເຖິງ 18.7% ​ໃນ​ປີ 2009 ທີ່​ມີ​ການ​ໃຫ້​ເຫດຜົນ​ວ່າ ​ເປັນ​ຍ້ອນສະພາບ​ເສດຖະກິດ​ໂລກ​ຖົດຖອຍນັ້ນ.

ນັກ​ທ່ອງ​ທ່ຽວຈາກເກົາຫລີ​ໃຕ້​ແມ່ນ​ປະກອບເປັນ​ກຸ່ມ​ໃຫຍ່​ທີ່​ສຸດ​ທີ່​ໄປ​ທ່ຽວຍີ່ປຸ່ນໃນ ປີ​ກາຍ​ນີ້ ​ໂດຍ​ມີ​ຈຳນວນນັກ​ທ່ອງ​ທ່ຽວ 2 ລ້ານ​ 4 ​ແສນ​ 4 ໝື່ນ​ຄົນ, ຕິດຕາມ​ດ້ວຍ​ຈີນ ທີ່​ມີ​ນັກ​ທ່ອງ​ທ່ຽວ​ໄປ​ຍີ່ປຸ່ນ 1 ລ້ານ ​4 ແສນ 1 ​ໝື່ນຄົນ ​ແລະ​ໄຕ້​ຫວັນ​ມາ​ໃນ​ອັນ​ດັບ 3 ​ໂດຍ​ມີຄົນ​ໄປທ່ຽວ​ຍີ່ປຸ່ນ 1 ລ້ານ 2 ແສນ 7 ໝື່ນຄົນ​.

ຝຣັ່ງ, ມາ​ເລ​ເຊຍ, ສິງກະ​ໂປ ​ແລະໄທ ກໍ​ໄດ້​ສົ່ງ​ນັກ​ທ່ອງ​ທ່ຽວຈຳນວນ​ຫລາຍ​ໄປ​ຍັງ​ຍີ່ປຸ່ນ​ໃນ​ ປີ​ກາຍ​ນີ້.

XS
SM
MD
LG