ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ຈະປ່ອຍນໍ້າອອກຈາກໂຮງງານໄຟຟ້າຟູກູຊິມະ ລົງສູ່ທະເລໃນອີກສອງປີ


ພວກພະນັກງານໂຮງງານໄຟຟ້າ Tokyo Electric Power Co. ກໍາລັງເບິ່ງຖັງທີ່ເກັບມ້ຽນນໍ້າທີີ່ມີລັງສີ ຢູ່ໂຮງງານນິວເຄລຍ ຢູກູຊິມະ ດາລິຈິ ວັນທີ 27 ກຸມພາ 2021.
ພວກພະນັກງານໂຮງງານໄຟຟ້າ Tokyo Electric Power Co. ກໍາລັງເບິ່ງຖັງທີ່ເກັບມ້ຽນນໍ້າທີີ່ມີລັງສີ ຢູ່ໂຮງງານນິວເຄລຍ ຢູກູຊິມະ ດາລິຈິ ວັນທີ 27 ກຸມພາ 2021.

ໃນວັນພະຫັດວານນີ້ ລັດຖະບານຍີ່ປຸ່ນໄດ້ຕັດສິນໃຈ ທີ່ຈະເລີິ້ມປ່ອຍນໍ້າຢ່າງຫຼວງ ຫຼາຍທີ່ໄດ້ຮັບການບໍາບັດບໍ່ໃຫ້ມີກຳມັນຕະພາບລັງສີ ຈາກໂຮງງານນິວເຄລຍ ຟູກູຊິມະທີ່ເພພັງນັ້ນ ລົງສູ່ມະຫາສະໝຸດປາຊິຟິກໃນອີກສອງປີຂ້າງໜ້ານີ້ ຊຶ່ງເປັນທາງເລືອກທີ່ເຮັດໃຫ້ມີການຄັດຄ້ານຢ່າງແຮງ ຈາກບັນດາຊາວປະໂມງ ແລະຊາວບ້ານ.

ການຕັດສິນໃຈດັ່ງກ່າວ ທີ່ມີການເລົ່າລືກັນມາແຕ່ດົນນານ ແຕ່ວ່າກໍໄດ້ຊັກຊ້າມາເປັນເວລາຫລາຍປີ ຍ້ອນມີຄວາມເປັນຫ່ວງດ້ານຄວາມປອດໄພ ແລະ ການປະທ້ວງນັ້ນ ໄດ້ໄປເຖິງກອງປະຊຸມຂອງຄະນະລັດຖະມົນຕີ ຜູ້ທີ່ໄດ້ອະນຸມັດ ໃຫ້ມີການປ່ອຍນໍ້າທີ່ວ່ານັ້ນລົງໄປຫາມະຫາສະໝຸດ ຊຶ່ງຖືວ່າເປັນທາງເລືອກ ທີ່ດີ ທີ່ສຸດ.

ນໍ້າທີ່ຖືກກັກຂັງໄວ້ນັ້ນ ໄດ້ເກັບໄວ້ຢູ່ໃນຖັງຢູ່ໂຮງງານຟູກູຊິມະດາຍອິຈິ ແຕ່ປີ 2011 ໃນ
ເວລາທີ່ເກີດແຜ່ນດິນໄຫວຄັ້ງໃຫຍ່ ແລະຟອງຊຸນາມິໄດ້ທຳລາຍ ເຕົາ ແຍກນິວເຄລຍ
ແລະລະບົບເຮັດໃຫ້ນໍ້າເຢັນຂອງມັນກາຍມາເປັນນໍ້າປົນເປື້ອນ ດ້ວຍພິດ ແລະໄດ້ເລີ້ມ
ຮົ່ວອອກມາ.

ຜູ້ກຳກັບການດໍາເນີນງານຂອງໂຮງງານນີ້, ກໍຄືບໍລິສັດພະລັງໄຟຟ້າໂຕກຽວ ຫລື TEPCO ກ່າວວ່າ ບ່ອນເກັບນໍ້າ ຈະເຕັມໃນປີໜ້ານີ້.

ນາຍົກລັດຖະມົນຕີຍີ່ປຸ່ນ, ທ່ານໂຢຊິຮິເດະ ຊູກະ ກ່າວວ່າ ການປ່ອຍນໍ້າລົງທະເລ ເປັນທາງເລືອກທີ່ “ແທດເໝາະທີ່ສຸດ” ແລະປ່ອຍນໍ້າອອກໄປ “ເປັນສິ່ງທີ່ຫລີກ ລ້ຽງບໍ່ໄດ້” ຕໍ່ຍົກເລີກການໃຊ້ງານຂອງໂຮງງານຟູກູຊິມະທີ່ຄາດວ່າຈະໃຊ້ ເວລາຫຼາຍທົດສະວັດ.

TEPCO ແລະພວກເຈົ້າໜ້າທີ່ລັດຖະບານ ກ່າວວ່າ ຕຣິຕຽມ (tritium) ແມ່ນ ທາດເຄມີທີ່ບໍ່ເປັນອັນຕະລາຍຖ້າມີຈຳນວນນ້ອຍບໍ່ສາມາດ ເອົາອອກຈາກນໍ້າ ໄດ້ ແຕ່ວ່າ ລັງສີອື່ນໆ ສາມາດຫລຸດລະດັບລົງເພື່ອຈະອະນຸຍາດໃຫ້ປ່ອຍອອກ ໄປໄດ້. ບັນດານັກວິທະຍາສາດຈຳນວນນຶ່ງກ່າວວ່າ ຜົນກະທົບໄລຍະຍາວ ຕໍ່ຊີວິດຢູ່ໃນທະເລຈາກການໄດ້ສໍາຜັດກັບທາດເຄມີໃນລະດັບຕໍ່າ ທີ່ມີປະລິມານອັນຫລວງຫລາຍແມ່ນຍັງບໍ່ທັນຮູ້ໄດ້.

ພາຍໃຕ້ແຜນພື້ນຖານທີ່ຮັບຮອງເອົາໂດຍບັນດາລັດຖະມົນຕີຕ່າງໆ ແລະ TEPCO ແມ່ນຈະເລີ້ມປ່ອຍນໍ້າໃນອີກປະມານສອງປີ ຫຼັງຈາກ ສ້າງອາ ຄານຫຼັງນຶ່ງ ພາຍໃຕ້ຂໍ້ກໍານົດໃນກົດ ລະບຽບຄວາມປອດໄພຂອງ ເຈົ້າໜ້າທີ່. ແຜນການກ່າວວ່າການປ່ອຍນໍ້າບໍ່ສາມາດທີ່ຈະລ້າຊ້າໄດ້ຕໍ່ໄປອີກແລ້ວ ແລະ ມີຄວາມຈຳເປັນເພື່ອປັບປຸງສິ່ງແວດລ້ອມ ຢູ່ອ້ອມແອ້ມໂຮງງານ ເພື່ອໃຫ້ຊາວບ້ານອາໄສຢູ່ທີ່ນັ້ນຢ່າງປອດໄພ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG