ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ຈະໃຊ້ເງິນ 1 ລ້ານ ​ 830 ພ​ັນໂດລາ ໃນພິທີສົ່ງສະການ ຂອງທ່ານ ອາເບະ, ເຖິງແມ່ນຈະມີການຄັດຄ້ານກໍຕາມ


ແມ່ຍິງຄົນນຶ່ງໄວ້ອາໄລສຳລັບອະດີດນາຍົກລັດຖະມົນຕີ ຊິນໂຊ ອາເບະ, ຢູ່ທາງເຂົ້າຂອງສຳນັກງານໃຫຍ່ພັກປະຊາທິປະໄຕເສລີ, ນະຄອນຫຼວງ ໂຕກຽວ, ຍີປຸ່ນ, 10 ກໍລະກົດ, 2022.
ແມ່ຍິງຄົນນຶ່ງໄວ້ອາໄລສຳລັບອະດີດນາຍົກລັດຖະມົນຕີ ຊິນໂຊ ອາເບະ, ຢູ່ທາງເຂົ້າຂອງສຳນັກງານໃຫຍ່ພັກປະຊາທິປະໄຕເສລີ, ນະຄອນຫຼວງ ໂຕກຽວ, ຍີປຸ່ນ, 10 ກໍລະກົດ, 2022.

ຍີ່​ປຸ່ນ ຈະ​ໃຊ້​ເງິນ 1,830,000 ໂດ​ລາ​ໃນ​ພິ​ທີ​ສົ່ງ​ສະ​ການ​ລັດ​ສຳ​ລັບ​ອະ​ດີດ​ຜູ້​ນຳ​ທີ່​ຖືກ​ລອບ​ສັງ​ຫານ ທ່ານ ຊິ​ນ​ໂຊ ອາ​ເບະ, ອີງ​ຕາມ​ການ​ກ່າວ​ຂອງລັດ​ຖະ​ບານ​ ​ໃນ​ວັນ​ສຸກມື້ນີ້, ເຖິງ​ແມ່ນ​ຈະ​ມີ​ການ​ຄັດ​ຄ້ານຫຼາຍ​ຂຶ້ນ​ຈາກ​ສາ​ທາ​ລະ​ນະ​ທີ່​ມີ​ຄວາມ​ໂມ​ໂຫ​ ກັບ​ການ​ເປີດເຜີຍ​ ກ່ຽວ​ກັບ ສາຍ​ພົວ​ພັນ​ຂອງ​ພັກ​ລັດ​ຖະ​ບານ ​ກັບ​ໂບດແຫ່ງຄວາມ​ເປັນ​ນຶ່ງ​ດຽວ​ກັນກໍ່​ຕາມ.

ທ່ານ ອາ​ເບະ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ດຳ​ລົງ​ຕຳ​ແໜ່ງ​ດົນ​ທີ່​ສຸດ​ຂອງ​ຍີ່​ປຸ່ນ ​ແຕ່​ມີ​ຂໍ້​ໂຕ້​ແຍ້ງ​ນັ້ນ, ຖືກ​ຍິງ ແລະ ເສຍ​ຊີ​ວິດ​ຢູ່​ການ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 8 ກໍ​ລະ​ກົດ​ທີ່​ຜ່ານ​ມາ, ແລະ ເຖິງ​ແມ່ນ​ພິ​ທີ​ສົ່ງ​ສະ​ການຈະ​ຖືກ​ຈັດ​ບໍ່​ດົນ ຫຼັງ​ຈາກ​ນັ້ນ​ກໍ່​ຕາມ, ຍີ່​ປຸ່ນ ​ກໍໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ຈັດ​ພິ​ທີ​ສົ່ງ​ສະ​ການ​ລັດ​ຢູ່​ສະ​ໜາມ​ກິ​ລາ ນິບ​ປັອນ ບູ​ໂດ​ກັນ ຂອງ​ຍີ່​ປຸ່ນ ໃນ​ວັນ​ທີ 27 ກັນ​ຍາມື້​ອື່ນນີ້.

ລັດ​ຖະ​ບານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟູ​ມີ​ໂອະ ກິ​ຊິ​ດະ, ເຊິ່ງ​ແມ່ນ​ຜູ້​ທີ່​ໄດ້​ຮັບ​ການ​ຄຸ້ມ​ຄອງ​ຈາກ​ທ່ານ ອາ​ເບະ ນັ້ນ, ໄດ້​ຕັດ​ສິນ​ວ່າ​ພິ​ທີ​ສົ່ງ​ສະ​ການ​ລັດ​ຈະ​ຖືກ​ຈ່າຍ​ດ້ວຍ​ທຶນ​ຂອງ​ລັດ​ພຽງຜູ້​ດຽວ.

ແຕ່​ການ​ສຳ​ຫຼວດ​ຄວາມ​ຄິດ​ເຫັນ​ໄດ້​ສະ​ແດ​ງ​ໃຫ້​ເຫັນ ​ການ​ຄັດ​ຄ້ານ​ຢ່າງ​ແຮງ​ຕໍ່​ຄວາມ​ຄິດ​ດັ່ງ​ກ່າວ. ໃນ​ຄັ້ງຫຼ້າ​ສຸດ, ທີ່​ຖືກ​ເປີດ​ເຜີຍ​ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມາ, ຜູ້​ ທີ່​ໄດ້​ຕອບ​ຄຳ​ຖາມ 53 ເປີ​ເຊັນ​ ແມ່ນບໍ່​ເຫັນ​ພ້ອມ​ກັບ​ພິ​ທີ​ສົ່ງ​ສະ​ການ​ລັດ.

ສາ​ທາ​ລະ​ນະ​ແມ່ນ​ໄດ້​ມີ​ຄວາມບໍ່​ພໍ​ໃຈ​ກັບ​ການ​ເປີດ​ເຜີຍ ກ່ຽວ​ກັບ ສາຍ​ພົວ​ພັນ​ລະ​ຫວ່າງ​ພັກ​ລັດ​ຖະ​ບານ ແລະ ໂບດ​ແຫ່ງ​ຄວາມ​ເປັນ​ນຶ່ງ​ດຽວ​ກັນ, ເຊິ່ງ​ຜູ້​ຕອບ​ຄຳ​ຖາມ​ຈຳ​ນວນຫຼວງຫຼາຍ​ ໃນ​ການ​ສຳ​ຫຼວດ​ຄວາມ​ຄິດ​ເຫັນ​ແມ່ນບໍ່​ໄດ້​ຖືກ​ອະ​ທິ​ບາຍ​ຢ່າງ​ເຕັມ​ທີ່ ແລະ ໄດ້​ກາຍ​ເປັນ​ເລື່ອງ​ປວດ​ຫົວ​ຄັ້ງ​ໃຫຍ່​ສຳ​ລັບທ່ານ ກິ​ຊິດ​ະ, ທີ່​ໄດ້​ເຮັດ​ໃຫ້​ການ​ສະ​ໜັບ​ສະ​ໜູນ ​ສຳ​ລັບ​ທ່ານຫຼຸດ​ລົງ.

ໂບດ​ທີ່​ວ່າ​ນັ້ນ, ເຊິ່ງ​ຖືກ​ກໍ່​ຕັ້ງ​ໃນ​ປະ​ເທດ ເກົາຫຼີ​ໃຕ້ ໃນ​ຊຸມ​ປີ 1950 ແລະ ມີ​ຊື່​ສຽງ​ສຳ​ລັບ​ພິ​ທີ​ແຕ່ງ​ງານ​ຂະ​ໜາດ​ໃຫຍ່ ​ຂອງ​ເຂົາ​ເຈົ້າ​ນັ້ນ, ໃນຫຼາຍ​ປີ​ທີ່​ຜ່ານ​ມາ​ໄດ້​ປະ​ເຊີນ​ກັບ​ຄຳ​ຖາມ​ຕ່າງໆ ກ່ຽວ​ກັບ ວິ​ທີ​ທີ່​ເຂົາ​ເຈົ້າ​ຂໍ​ການ​ບໍ​ລິ​ຈາກ.

ຜູ້​ຕ້ອງ​ສົງ​ໄສ​ເປັນ​ມື​ລອບ​ສັງ​ຫານ​ຂອງ​ທ່ານ ອາ​ເບະ, ໄດ້​ຖືກ​ຈັບ​ຢູ່​ກັບ​ທີ່ຫຼັງ​ຈາກ​ການ​ຍິງ​ນັ້ນ, ຜູ້​ທີ່​ມີ​ຄວາມບໍ່​ພໍ​ໃຈ​ກັບ​ໂບດ​ດັ່ງ​ກ່າວ, ທີ່​ລາວ​ກ່າວ​ຫາ​ວ່າ​ໄດ້​ເ​ຮັດໃຫ້​ແມ່​ຂອງ​ລາວ​ລົ້ມ​ລະ​ລາຍ, ແລະ ລາວ​ໄດ້​ຖິ້ມ​ໂທດ​ໃສ່​ທ່ານ ອາ​ເບະ ສຳ​ລັບ​ການ​ສົ່ງ​ເສີມ​ມັນ, ອີ​ງ​ຕາມ​ຂໍ້​ຄວາມ​ຂອງ​ລາວ​ ທີ່​ໄດ້​ຂຽນ​ລົງ​ໃນ​ສື່​ສັງ​ຄົມ ແລະ ລາຍ​ງານ​ຂ່າວ​ຕ່າງໆ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG