ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນ ຈະເປີດ ໂຮງໄຟຟ້າ ນີວເຄລຍ Ohi ຄືນໃໝ່


ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Yoshihiko Noda ອະນຸມັດກ່ຽວກັບການເລີ້ມ ປະຕິບັດງານຜະລິດພະລັງງານ ນີວເຄລຍຄືນໃໝ່.
ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Yoshihiko Noda ອະນຸມັດກ່ຽວກັບການເລີ້ມ ປະຕິບັດງານຜະລິດພະລັງງານ ນີວເຄລຍຄືນໃໝ່.

ນາຍົກລັດຖະມົນ​ຕີ​ຍີ່​ປຸ່ນ ໄດ້​ໃຫ້ການ​ອະນຸມັດ ກ່ຽວ​ກັບ​ການ​ເລີ້​ມປະຕິບັດ​ງານ
ຜະລິດ​ພະລັງງານ​ນິວ​ເຄລຍຄືນ​ໃໝ່ ໂດຍ​ຈັກ​ໄຟຟ້າ​ນິວ​ເຄລຍສອງ​ໜ່ວຍ ​ຊຶ່ງ​ເປັນ​
ຈັກ​ໄຟຟ້າ​ນິວເຄລຍຈຸ​ທຳ​ອິດ ​ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເປີດ​ໃຊ້​ຄືນນັບ​ຕັ້ງ​ແຕ່​ໄດ້​ຖືກ
ສັ່ງ​ໃຫ້​ປິດ​ລົງ​ຫລັງ​ຈາກໄດ້ເກີດ​ວິ​ກິດ​ການ​ທີ່​ໂຮງ​ໄຟຟ້າ​ນິວ​ເຄລຍ Fuku-shima ​
ເມື່ອ​ປີ​ແລ້ວ​ນີ້.

ນາຍົກລັດຖະມົນຕີ Yoshihiko Noda ​ໄດ້​ປະກາດ​ກ່ຽວ​ກັບການ​ຕັດ​ສີນ​ໃຈທີ່​ຈະ
ເລີ້ມ​ການ​ປະຕິບັດ​ງານ​ ຢູ່ທີ່​ໂຮງ​ໄຟຟ້ານິວ​ເຄລຍ Ohi ທາງພາກ​ຕາ​ເວນ​ຕົກ​ຂອງ
​ຍີ່​ປຸ່​ນ ​ໃນກອງ​ປະ​ຊຸ​ມກັບບັນດາລັດຖະມົນຕີ​ຄົນ​ສໍາ​ຄັນ​ໃນ​ວັນ​ເສົາ​ນີ້.

ການ​ຕັດ​ສີນ​ໃຈ ​ທີ່​ຈະ​ເລີ້ມແລ່ນ​ຈັກ​ໄຟຟ້າ​ນິວ​ເຄລຍຄືນ​ໃໝ່ ​ໄດ້​ມີ​ຂຶ້ນ​ເພື່ອ​ຫລີກ​ລ້ຽງ
​ການ​ຂາດ​ແຄນ​ພະລັງ​ໄຟຟ້າ​ໃນ​ລະດູ​ຮ້ອນ. ປັດ​ຈຸ​ບັນ​ນີ້​ໂຮງ​ໄຟຟ້າ​ນີວ​ເຄລຍ ທີ່​ມີ​ທັງ​
ໝົດ 50 ​ແຫ່ງ​ຢູ່​ໃນ​ປະ​ເທດ​ຍີ່ປຸ່ນ ​ໄດ້​ຖືກປ່ອຍ​ໄວ້​ຊື່ ບໍ່​ໄດ້​ແລ່ນ.

ທ່ານ Junichi Sato ຜູ້​ອໍານວຍ​ການຂອງ​ກຸ່ມ Green Peace ​ໃນຍີ່​ປຸ່​ນກ່າວໃນ​
ຖະ​ແຫລ​ງຂ່າວສະບັບ​ນຶ່ງ ​ເມື່ອອາທິດ​ແລ້ວ​ນີ້​ວ່າ ບັນດາ​ຜູ້​ຊ່ຽວຊານ ບໍ່​ແມ່ນ​ພວກນັກ
​ການ​ເມືອງ ຄວນ​ຈະ​ເປັນ​ຜູ້​ຕັດສິນ​ໃຈ​ ກ່ຽວ​ກັບ​ເລື້ອງຄວາມ​ປອດໄພ. ທ່ານ​ກ່າວ​ວ່າ ​
ໂຮງ​ໄຟຟ້າ​ນິວ​ເຄລຍ Ohi ຍັງບໍ່​ປອດໄພ ​ເພາະວ່າ ການ​ປັບ​ປຸງ​ດ້ານ​ເທັກ​ນິກທີ່​ຈໍາ​ເປັນ
ຫລາຍ​ໆຢ່າງ ຍັງ​ບໍ່​ທັນ​ໄດ້​ປະຕິບັດໃຫ້ເປັນ​ທີ່ຮຽບຮ້ອຍເທື່ອ.

XS
SM
MD
LG