ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່​ປຸ່ນ ນຳ​ເອົາ ເກົາຫຼີ​ໃຕ້ ເຂົ້າ​ໃນ​ລາຍ​ຊື່​ຄູ່​ຮ່ວມ​ການ​ຄ້າ​ທີ່​ໜ້າ​ເຊື່ອ​ຖື​ໄດ້


ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ຢູນ ຊຸກ ຢອ​ລ, ຊ້າຍ, ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຟູ​ມີ​ໂອ ຄິ​ຊິ​ດະ, ຈັບ​ມື​ກັບ​ຫຼັງ​ຈາກກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ຫ້ອງ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ ຍີ່​ປຸ່ນ, ນະ​ຄອນຫຼວງ ໂຕ​ກຽວ, ຍີ່​ປຸ່ນ, 16 ມີ​ນາ 2023.
ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ຢູນ ຊຸກ ຢອ​ລ, ຊ້າຍ, ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຟູ​ມີ​ໂອ ຄິ​ຊິ​ດະ, ຈັບ​ມື​ກັບ​ຫຼັງ​ຈາກກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ຫ້ອງ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ ຍີ່​ປຸ່ນ, ນະ​ຄອນຫຼວງ ໂຕ​ກຽວ, ຍີ່​ປຸ່ນ, 16 ມີ​ນາ 2023.

ຍີ່​ປຸ່ນ ຈະ​ນຳ​ເອົາ ເກົາຫຼີ​ໃຕ້ ເຂົ້າ​ມາ​ຢູ່​ໃນ​ລາຍ​ຊື່​ຄູ່​ຮ່ວ​ມ​ການ​ຄ້າ​ທີ່​ໜ້າ​ເຊື່ອ​ຖື​ໄດ້​ຄືນ​ໃນ​ເດືອນ​ກໍ​ລະ​ກົດ​ນີ້, ອີງ​ຕາມ​ການ​ກ່າວ​ຂອງ​ລັດ​ຖະ​ບານ​ໃນ​ວັນ​ອັງ​ຄານມື້ນີ້, ເຊິ່ງ​ເປັນ​ການ​ຕ່າວ​ປີ້ນ​ການ​ປົດ​ອອກ​ຂອງ​ເຂົາ​ເຈົ້າ​ໃນ​ປີ 2019 ທີ່​ຜ່ານ​ມາ​ໃນ​ລະ​ຫວ່າງ​ຄວາມ​ຂັດ​ແຍ້ງ ກ່ຽວ​ກັບ ການ​ບັງ​ຄັບ​ໃຊ້​ແຮງ​ງານ​ໃນ​ປະ​ຫວັດ​ສາດ.

ການ​ເຄື່ອນ​ໄຫວ​ທີ່​ວ່າ​ນັ້ນ, ເຊິ່​ງ​ໄດ້​ຕອບ​ສະ​ໜອງ​ການ​ນຳ​ເອົາ ຍີ່​ປຸ່ນ ເຂົ້າ​ໃນ “ລາຍ​ຊື່​ສີ​ຂາວ” ຂອງ​ລັດ​ຖະ​ບານ ໂຊ​ລ໌ ໃນ​ຕົ້ນ​ປີນີ້, ໄດ້​ເປັນ​ຂີດ​ໝາຍ​ບາດ​ກ້າວຫຼ້າ​ສຸດ​ໃນ​ຄວາມ​ພະ​ຍາ​ຍາມ​ໂດຍ​ສອງ​ປະ​ເທດ​ເພື່ອນ​ບ້ານ​ຕໍ່​ສາຍ​ພົວ​ພັນ​ທີ່​ຊຸດ​ໂຊມ​ລົງ​ນັ້ນ.

ການ​ຄ້າ​ກັບ ເກົາ​ຫຼີ​ໃຕ້ ອີກ​ຄັ້ງນຶ່ງ​ຈະ​ຖືກ​ນຳ​ເຂົ້າ​ໄປ​ໃນ​ຢູ່​ໃນ​ຂັ້ນ​ຕອນ​ການ​ອະ​ນຸ​ມັດ​ທີ່​ວ່ອງ​ໄວ​ຈາກວັນ​ທີ 21 ກໍ​ລະ​ກົດ, ກະ​ຊວງ​ການ​ຄ້າ​ຂອງ​ຍີ່​ປຸ່ນ​ໄດ້​ກ່າວ.

ສາ​ຍ​ພົວ​ພັນ​ລະ​ຫວ່າງ​ທັງ​ສອງ​ພັນ​ທະ​ມິດ​ຂອງ ສະ​ຫະ​ລັດ ດັ່ງ​ກ່າວ​ແມ່ນ​ໄດ້​ຮ້ອນ​ແຮງ​ມາ​ເປັນ​ເວ​ລາ​ດົນ​ນານ​ຍ້ອນ​ຄວາມ​ຊົງ​ຈຳ​ທີ່​ຂົ່ມ​ຂື່ນ ກ່ຽວ​ກັບ ການ​ຮຸກ​ຮານ​ທີ່​ໂຫດ​ຮ້າຍ​ຂອງ ຍີ່​ປຸ່ນ ໃນ​ແຫຼມ​ເກົາຫຼີ​ຈາກ​ປີ 1910 ຫາ 1945.

ສານ​ສູນ​ສຸດ​ຂອງ ເກົາຫຼີ​ໃຕ້ ໃນ​ປີ 2018 ໄດ້​ສັ່ງ​ໃຫ້​ບັນ​ດາ​ບໍ​ລິ​ສັດ ຍີ່​ປຸ່ນ ຊົດ​ເຊີຍ​ຜູ້​ເຄາະ​ຮ້າຍ​ຂອງ​ການ​ບັງ​ຄັບ​ໃຊ້​ແຮງ​ງານ​ໃນ​ຍຸກ​ສົງ​ຄາມ, ຈົນ​ກໍ່​ໃຫ້​ເກີດ​ມາດ​ຕະ​ການ​ໂຕ້​ຕອບ​ກັນ​ໄປ​ມາ​ທາງ​ເສດ​ຖະ​ກິດ​ຮຸນ​ແຮງ​ຂຶ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG